ສະມາພັນຄວບຄຸມຢາສູບອາຊຽນ ມອບລາງວັນກຽດຕິຄຸນໃຫ້ຜູ້ປະກອບສ່ວນດີເດັ່ນ ໃນໂອກາດສະເຫຼີມສະຫຼອງ ຄົບຮອບ 25 ປີ
ສະມາພັນຄວບຄຸມຢາສູບອາຊຽນ (SEATCA ຫຼື ຊິດກາ) ໄດ້ຈັດງານສະເຫຼີມສະຫຼອງ ຄົບຮອບ 25 ປີ ແຫ່ງການດໍາເນີນງານ ທີ່ນະຄອນຫຼວງບາງກອກ ປະເທດໄທ ໃນວັນທີ 11 ກຸມພາ 2026 ໃນໂອກາດອັນສະຫງ່າລາສີນີ້ ຊິດກາ ໄດ້ຈັດພິທີມອບລາງວັນກຽດຕິຄຸນໃຫ້ແກ່ບຸກຄົນດີເດັ່ນ 6 ທ່ານ ໃນຂົງເຂດອາຊີ ສຳລັບ ສ ປປ ລາວແມ່ນໄດ້ຮັບລາງວັນ 2 ທ່ານ ຄື: ທ່ານ ດຣ ນາງ ຄັດທະນະພອນ ພັນດວງສີ ແລະ ທ່ານ ດຣ ນາງ ມະນີພັນ ວົງໂພສີ ເພື່ອສັນລະເສີນຜົນງານ ແລະ ຄວາມອຸທິດຕົນເຂົ້າໃນວຽກງານຄວບຄຸມຢາສູບ.
ທ່ານ ອອງຢີກຸງ (Mr. Ong Ye Kung): ລັດຖະມົນຕີກະຊວງສາທາລະນະສຸກ ແລະ ລັດຖະມົນຕີປະສານງານດ້ານນະໂຍບາຍສັງຄົມ...








