ນາຍົກລັດຖະມົນຕີ ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ພ້ອມຄະນະ ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງຊະນະສົມບູນ
12/02/2026

ຄະນະຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ຄະນະທີ 1 ຈຳນວນ 10 ທ່ານ (ຍິງ 2 ທ່ານ) ແລະ ຜູ້ສະໝັກຮັບເລືອກຕັ້ງ ສສຂ ຊຸດທີ V ເຂດເລືອກຕັ້ງເມືອງຊະນະສົມບູນຈຳນວນ 7 ທ່ານ ໄດ້ລົງເຄື່ອນໄຫວພົບປະ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງ ຢູ່ທີ່ສະໂມສອນຂອງເມືອງຊະນະສົມບູນ.
ການລົງເຄື່ອນໄຫວຂອງຜູ້ສະໝັກ ສສຊ ຄະນະທີ1 ໃນຄັ້ງນີ້ ນຳໂດຍ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຜູ້ສະໝັກ ສສຊ ຊຸດທີ X ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ (ນ້ຳເບີ1), ພ້ອມດ້ວຍຄະນະຜູ້ສະໝັກ ສສຊ ທັງ 9 ທ່ານ ແລະ ຜູ້ສະໝັກ ສສຂ ເຂດເລືອກຕັ້ງເມືອງຊະນະສົມບູນ 7 ທ່ານ ນຳໂດຍ ທ່ານ ຄຳສີ ຫຼິນສະຫວາດ ກຳມະການພັກແຂວງ, ເລຂາພັກເມືອງຊະນະສົມບູນ ຜູ້ສະໝັກນ້ຳເບີ 1 ພ້ອມຄະນະຜູ້ສະໝັກ ຈຳນວນ 6 ທ່ານ.
ໂດຍການໃຫ້ກຽດຕ້ອນຮັບຂອງ ທ່ານ ອຳໄຊ ພອນມະນີ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງຊະນະສົມບູນ, ພ້ອມການນໍາຂອງເມືອງ ແລະ ຜູ້ມີສິດເລືອກຕັ້ງເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນ.
ໃນພິທີ, ຜູ້ມີສິດເລືອກຕັ້ງໄດ້ຮັບຟັງການຜ່ານປະຫວັດຫຍໍ້ ແລະ ການເຄື່ອນໄຫວຂອງຜູ້ສະໝັກ ສສຊ ເຂດເລືອກຕັ້ງທີ 15 ທັງໝົດ 20 ທ່ານ (ແຕ່ເບີ 1 ຫາ ເບີ 20)
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຜູ້ສະໝັກ ສສຊ ຊຸດທີ X ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ (ເບີ1) ໄດ້ມີຄໍາເຫັນພົບປະ, ເນື້ອໃນສໍາຄັນທ່ານ ໄດ້ຍົກໃຫ້ເຫັນພາລະບົດບາດ, ສິດໜ້າທີ່ ແລະ ຄວາມໝາຍສໍາຄັນຂອງສະພາແຫ່ງຊາດ. ການເລືອກຕັ້ງ ສສຊ ແລະ ສສຂ ເປົ້າໝາຍກໍເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດໂຄງການ-ການເມືອງໄລຍະໄໝ່ຂອງພັກ ໃນການສືບຕໍ່ ບູລະນະລະບອບປະຊາທິປະໄຕປະຊາຊົນ ຂອງ ສປປ ລາວ, ປັບປຸງກົນໄກບໍລິຫານລັດໃຫ້ກາຍເປັນອໍານາດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດສູງສຸດຂອງປະຊາຊົນຢ່າງແທ້ຈິງ, ເພື່ອກ້າວໄປສູ່ການປ່ຽນແປງ ແລະ ການພັດທະນາທີ່ດີຂຶ້ນ, ເພື່ອສ້າງຕັ້ງລະບົບອຳນາດລັດທີ່ເຂັ້ມແຂງ ແລະ ໂປ່ງໃສ ທີ່ຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນຢ່າງສຸດກົກສຸດປາຍ ແລະ ທີ່ສຳຄັນການລົງພົບປະປະຊາຊົນຂອງຜູ້ສະໝັກ ສສຊ ຄະນະທີ1 ໃນຄັ້ງນີ້ ກໍເພື່ອໃຫ້ຄະນະພັກ – ອົງການປົກຄອງ ແລະ ພໍ່ແມ່ປະຊາຊົນ ຮັບຮູ້ເຂົ້າໃຈ ແລະ ກໍາແໜ້ນຢ່າງເລິກເຊິ່ງ ແລະ ພ້ອມກັນປະຕິບັດສິດ, ພັນທະ ແລະ ໄປໃຊ້ສິດເລືອກຕັ້ງໃນວັນທີ 22 ກຸມພາ 2026 ໃຫ້ຄົບຖ້ວນ ແລະ ຮັບປະກັນຜົນສຳເລັດໄດ້ຕາມຄາດໝາຍທີ່ກໍານົດໄວ້
ຈາກນັ້ນ, ບັນດາທ່ານຜູ້ສະໝັກ ສສຊ ທັງ 9 ທ່ານ ແລະ ຜູ້ສະໝັກ ສສຂ ກໍໄດ້ຜັດປ່ຽນກັນສະເໜີຕົວ ແລະ ແຈ້ງຈຸດປະສົງໃນການລົງເຄື່ອນໄຫວ, ພ້ອມທັງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຜູ້ມີສິດເລືອກຕັ້ງ ຈົ່ງພ້ອມຈິດພ້ອມໃຈກັນໄປໃຊ້ສິດປະຊາທິປະໄຕ ຂອງຕົນ ໃນການປ່ອນບັດເລືອກຕັ້ງໃຫ້ກາຍເປັນປາງບຸນໃຫຍ່ຂອງຊາດ ເພື່ອຄັດເລືອກເອົາຕົວແທນທີ່ມີມາດຖານເງື່ອນໄຂ, ມີຄວາມຮູ້ຄວາມສາມາດ ແລະ ວິໄສທັດກວ້າງໄກ ເຂົ້າໄປເຮັດໜ້າທີ່ໃນສະພາແຫ່ງຊາດ.
#ຂ່າວ-ພາບ: ຈັນທະວີສັກ
ຂ່າວທີ່ກ່ຽວຂ້ອງ














