ເມືອງທຸລະຄົມ ມີຄວາມພ້ອມໃຫ້ແກ່ການ ເລືອກຕັ້ງ ສສຊ ແລະ ສສຂ
17/02/2026

ປັດຈຸບັນ, ເມືອງທຸລະຄົມ ແຂວງວຽງຈັນ ມີຄວາມພ້ອມຮອບດ້ານ ໃຫ້ແກ່ບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ທີ່ຈະຈັດຂຶ້ນພ້ອມກັນໃນທົ່ວປະເທດໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້.
ທ່ານ ຄໍາເລ້ ໄຊຍະວົງສີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກ ເມືອງທຸລະຄົມ, ປະທານຄະນະກໍາມະການເລືອກຕັ້ງຂັ້ນເມືອງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ເພື່ອກະກຽມໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ນີ້, ເມືອງທຸລະຄົມ ໄດ້ຜັນຂະຫຍາຍຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພື່ອຮັບປະກັນຄວາມພ້ອມຮອບດ້ານ ໃຫ້ແກ່ວັນເລືອກຕັ້ງທົ່ວປະເທດ ຄືວັນທີ 22 ກຸມພາ 2026 ທີ່ຈະມາເຖິງ, ໂດຍໄດ້ຜັນຂະຫຍາຍນິຕິກໍາຕ່າງໆ ຂອງຂັ້ນເທິງວາງອອກ ເປັນຕົ້ນ ແຈ້ງການຂອງຄະນະປະຈໍາສະພາປະຊາຊົນ ແຂວງວຽງຈັນ, ສະບັບເລກທີ 76/ຄປຈ ລົງວັນທີ 21 ຕຸລາ 2025, ມະຕິຕົກລົງຂອງສະພາປະຊາຊົນ ແຂວງວຽງຈັນ, ສະບັບເລກທີ 04/ຄປຈ ລົງວັນທີ 6 ມັງກອນ 2026, ໄດ້ອອກຂໍ້ຕົກລົງຂອງປະທານ ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ ແລະ ຄະນະກໍາມະການເລືອກຕັ້ງ ຢູ່ບັນດາໜ່ວຍເລືອກຕັ້ງໃນທົ່ວເມືອງ, ໄດ້ອອກແຈ້ງການເຖິງບັນດາຫ້ອງການ, ອົງການ, ກົມກອງ ອ້ອມຂ້າງເມືອງ, 2 ກໍາລັງປະກອບອາວຸດ, ໂຮງຈັກ, ໂຮງງານ, ໂຮງຮຽນ, ໂຮງໝໍ, ກຸ່ມບ້ານ, 42 ບ້ານ, ອົງການຈັດຕັ້ງສັງຄົມ ທັງພາກລັດ, ເອກະຊົນ ແລະ ປະຊາຊົນບັນດາເຜົ່າ ທຸກຊັ້ນຄົນໃນທົ່ວເມືອງ ກ່ຽວກັບການເພີ່ມທະວີ ວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໄລຍະກະກຽມ ແລະ ດໍາເນີນການປ່ອນບັດເລືອກຕັ້ງ.
ເມືອງທຸລະຄົມ ມີພົນລະເມືອງ 65.990 ຄົນ, ຍິງ 31.072 ຄົນ ໃນນັ້ນ, ມີຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງ 36.265 ຄົນ, ຍິງ 17.696 ຄົນ, ຈັດຕັ້ງເປັນ 65 ໜ່ວຍເລືອກຕັ້ງ, ຄະນະຮັບຜິດຊອບນັບແຕ່ຂັ້ນເມືອງຮອດຂັ້ນບ້ານ ໄດ້ສໍາເລັດການເຂົ້າຮ່ວມເຜີຍແຜ່ເຊື່ອມຊຶມເອກະສານ ວຽກງານເລືອກຕັ້ງຈາກຂັ້ນແຂວງ ລົງມານໍາພາຈັດຕັ້ງປະຕິບັດ, ໄດ້ສົ່ງກອງເລຂາຄະນະຊ່ວຍວຽກ ເຂົ້າຮ່ວມຝຶກອົບຮົມວິທີບັນທຶກຈົດນັບຄະແນນ ຜ່ານລະບົບຄອມພິວເຕີ ທີ່ຄະນະຮັບຜິດຊອບຂັ້ນສູນກາງວາງອອກທີ່ເມືອງວັງວຽງ ພ້ອມທັງໄດ້ຕ້ອນຮັບຜູ້ສະໝັກເລືອກຕັ້ງ ສສຊ ຊຸດທີ X ເຂດເລືອກຕັ້ງທີ 10 ແຂວງວຽງຈັນ, ຜູ້ສະໝັກເລືອກຕັ້ງ ສສຂ ຊຸດທີ V ປະຈໍາເມືອງທຸລະຄົມ ແລະ ນໍາພາລົງເຄື່ອນໄຫວແນະນຳຕົວ, ໂຄສະນາຫາສຽງ ພົບປະພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ, ພໍ່ແມ່ປະຊາຊົນ ຜູ້ມີສິດປ່ອນບັດເລືອກຕັ້ງ, ໄປຄຽງຄູ່ກັນນັ້ນ, ຄະນະປະຈໍາພັກເມືອງທຸລະຄົມ ໄດ້ແບ່ງຄວາມຮັບຜິດຊອບຈັດຕັ້ງນໍາພາ ຜູ້ສະໝັກເລືອກຕັ້ງ ເຄື່ອນໄຫວນໍາສະເໜີຕົວ, ພົບປະໂອ້ລົມ ຢູ່ບັນດາກົມກອງ, ລັດວິສາຫະກິດ ແລະ ຮາກຖານບ້ານຕາມແຜນການທີ່ວາງໄວ້.
ຂ່າວ-ພາບ: ບ່າວທົ່ງ-ລ້ອງງື່ມ
ຂ່າວທີ່ກ່ຽວຂ້ອງ













