Skip to main content

Author: Chanthakhard Inthadalin

ເອັບຊີ ຕາລັນ ຄອງແຊ໋ມເຕະບານ ຢູ-15 ຊີງຂັນປະທານສະໂມສອນ ວຽງຈັນ ເອັບທີ 2024 ຂະນະທີ່ ວອນທະບິງ ຄວ້າແຊ໋ມ 2 ລາຍການ

ສະໂມສອນ ເອັບຊີ ຕາລັນ ຮຸ່ນອາຍຸບໍ່ເກີນ 15 ປີ ຫຼື ຢູ-15 ປະກາດສັກດາຄອງແຊ໋ມການແຂ່ງຂັນກິລາບານເຕະເຍົາວະຊົນ ຢູ-15 ລາຍການ 8 ຄົນ 7 ຮັບ 1 ຊີງຂັນປະທານສະໂມສອນ ວຽງຈັນ ເອັບຊີ ຫຼື ລາຍການ ວຽງຈັນ ເອັບທີ ຄັບ 2024 ເພື່ອສົ່ງເສີມເຍົາວະຊົນລາວ ກໍຄື ນະຄອນຫຼວງວຽງຈັນ ກ້າວສູ່ທີມຊາດໃນອະນາຄົດ. ຂະນະທີ່ ສະໂມສອນ ວອນທະບິງ ຈາກແຂວງຫຼວງພະບາງ ຄວ້າແຊ໋ມສອງລາຍການ ຮຸ່ນອາຍຸ 11 ປີ ແລະ 13 ປີ. ການແຂ່ງຂັນຄັ້ງນີ້ ຈັດຂຶ້ນລະຫວ່າງວັນທີ 2-3 ມີນາ 2024 ທີ່ສະໜາມກິລາສັບພະວິຊາ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນມີທ່ານ ບຸນລັບ ເຄນກິຕິສັກ...

Continue reading

ຄະນະກຳມະການພາຣາແລມປິກແຫ່ງຊາດລາວ ຈັດກອງປະຊຸມ ສະໄໝທີ IV ປະຈໍາປີ 2023

ຄະນະບໍລິຫານງານຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ) ຈັດກອງປະຊຸມ ສະໄໝທີ IV ປະຈໍາປີ 2023 ເພື່ອສະຫຼຸບຕີລາຄາຄືນວຽກງານທີ່ພົ້ນເດັ່ນ ໃນວັນທີ 1 ມີນາ 2024 ທີ່ຫ້ອງປະຊຸມຄະນະກຳມະການໂອແລມປິກແຫ່ງຊາດລາວ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ, ທ່ານ ນາງ ຂັນທະລີ ສິຣິພົງພັນ ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ທັງເປັນຮອງປະທານ ຄອລ ພ້ອມດ້ວຍຄະນະບໍລິຫານງານ ຄພລ, ບັນດາປະທານ-ຮອງປະທານສະຫະພັນກິລາຄົນພິການແຫ່ງຊາດ ແລະ ແຂກຖືກເຊີນຢ່າງພ້ອມພຽງ. ...

Continue reading

ກຳມະບານຮາກຖານ ກົມປະກັນຄຸນນະພາບການສຶກສາ ສສກ ເປີດກອງປະຊຸມໃຫຍ່ ຄັ້ງທີ 1

ກໍາມະບານຮາກຖານກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ 1 ຂຶ້ນໃນວັນທີ 23 ກຸມພາ 2024 ທີ່ຫ້ອງປະຊຸມຄະນະກຳມະການໂອແລມປິກແຫ່ງຊາດລາວ (ເຂດສະໜາມກິລາເຈົ້າອານຸວົງ) ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ປອ ສຳລານ ພັນຄະວົງ ຄະນະປະຈຳພັກ, ປະທານກວດກາພັກ, ເລຂາໜ່ວຍພັກຮາກຖານກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ສະຫາຍ ອຸ່ນຄຳ ອວນສະຫວັນ ຮອງປະທານສະຫະພັນກຳມະບານກະຊວງສຶກສາທິການ ແລະ ກິລາ, ມີແຂກຖືກເຊີນຈາກກົມອ້ອມຂ້າງ, ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ ກໍຄືຊາວໜຸ່ມ ແລະ ແມ່ຍິງ ຕະຫຼອດຮອດສະມາຊິກກຳມະບານພາຍໃນກົມ ຈຳນວນ 33 ສະຫາຍ...

Continue reading

ບໍລິສັດ ພະນົມພອນ ຈົກທຶນເກືອບ 70 ຕື້ກີບ ສ້າງສູນລວມສິນຄ້າ ຊຸບເປີສະຕໍ ທີ່ທັນສະໄໝ ແລະ ໃຫຍ່ສຸດໃນລາວ ອໍານວຍຄວາມສະດວກໃຫ້ຜູ້ບໍລິໂພກ

ຖືເປັນຂ່າວດີ ສໍາລັບພໍ່ແມ່ພີ່ນ້ອງຊາວແຂວງຄໍາມ່ວນ ແລະ ປະຊົນລາວທົ່ວປະເທດ ທີ່ໄດ້ສໍາຜັດກັບ ສູນລວມສິນຄ້າຄົບວົງຈອນທີ່ມີຄຸນນະພາບມາດຖານສາກົນ ໂດຍ ບໍລິສັດ ພະນົມພອນ ກຣຸບ ການຄ້າ ຈຳກັດ ໄດ້ມີການປັບປຸງ ສ້າງຕະຫຼາດທີ່ທັນສະໄໝ ແລະ ນຳສິນຄ້າທີ່ມີຄຸນນະພາບເຂົ້າມາຈຳໜ່າຍ ແລະ ໄດ້ພັດທະນາໃຫ້ເປັນສູນລວມສິນຄ້າ ທີ່ໃຫຍ່ທີ່ສຸດຂອງລາວ ທີ່ສຳຄັນໄດ້ເປີດໂອກາດໃຫ້ແກ່ພໍ່ແມ່ປະຊົນຊາວຄ້າຂາຍທັງຫຼາຍ ໄດ້ມາຈັບຈອງຫ້ອງຂາຍເຄື່ອງຟຣີ ໃນໄລຍະເວລາ 1 ປີທໍາອິດ. ທ່ານ ນາງ ພະນົມພອນ ຢ້ຽມພະບູ່ ປະທານບໍລິສັດ ພະນົມພອນ ກຣຸບ ການຄ້າ ຈໍາກັດ ໃຫ້ສຳພາດຕໍ່ສື່ມວນຊົນ ວ່າ: ...

Continue reading

ສະໜາມກິລາ ຮອງຮັບພິທີເປີດ-ປິດ ງານກິລານັກຮຽນທົ່ວປະເທດ ຄັ້ງທີ Vll ຄາດຈະສຳເລັດ ເດືອນສິງຫານີ້

ຄະນະນຳກະຊວງສຶກສາທິການ ແລະ ກິລາ ແລະ ແຂວງສາລະວັນ ເຈົ້າພາບ ຈັດງານມະຫະກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ລະຫວ່າງວັນທີ 13-22 ທັນວາ 2024 ລົງຕິດຕາມການກໍ່ສ້າງສະໜາມກິລາບານເຕະແຂວງສາລະວັນ ຊຶ່ງຈະນຳໃຊ້ຮອງຮັບພິທີເປີດ-ປິດງານກິລາດັ່ງກ່າວ ຄາດວ່າຈະກໍ່ສ້າງສຳເລັດສົມບູນແລ້ວກ່ອນງານຈະເລີ່ມ ໃນເດືອນສິງຫາ 2024 ນີ້. ພາຍຫຼັງທີ່ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ II ເພື່ອກະກຽມຈັດງານມະຫະກໍາກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VII ສຳເລັດລົງໃນວັນທີ 14 ກຸມພາ 2024 ທີ່ຫ້ອງປະຊຸມ ວິທະຍາໄລຄູ ສາລະວັນ ແຂວງສາລະວັນ ທ່ານ ປອ ດາວວົງ...

Continue reading

ຮິວໂກ ບຸດສິງຄຳ ແບັກຊ້າຍດາວຮຸ່ງ ອາຍຸ 21 ປີ ເຊື້ອຊາດລາວ ລົງປະເດີມສະໜາມນັດທຳອິດໃນການແຂ່ງຂັນເຕະບານ ລີກເອິງ ຝຣັ່ງ

ຮິວໂກ ບຸດສິງຄຳ ແບັກຊ້າຍດາວຮຸ່ງ ອາຍຸ 21 ປີ ເຊື້ອຊາດລາວ ລົງປະເດີມສະໜາມນັດທຳອິດໃນການແຂ່ງຂັນເຕະບານ ລີກເອິງ ຝຣັ່ງ ໃນເກມທີ່ ສະໂມສອນ ນ໊ອງ ພົບກັບ ສະໂມສອນ ຕູລູດ ໂດຍເຈົ້າຕົວໄດ້ຮັບໂອກາດລົງສະໜາມ ໃນນາທີ 81 ຂອງເກມ ຊ່ວຍໃຫ້ ຕົ້ນສັງກັດ ນ໊ອງ ບຽດເອົາຊະນະ ຕູລູດ ໄປໄດ້ 2-1 ປະຕູ ໂດຍ ຮິວໂກ ບຸດສິງຄຳ ເປັນນັກເຕະລູກຊອດຝຣັ່ງ ເຊື້ອສາຍລາວ.

Continue reading

ມວຍລາວ ໄຟ໊ 2024 ຮອບທີ 2 ຈະຈັດຂຶ້ນ 23 ກຸມພານີ້ ທີ່ນະຄອນປາກເຊ ແຟນມວຍລາວພັນແທ້ຫ້າມຟາດ!

ການແຂ່ງຂັນຊົກມວຍລາວ ລະດັບຊາດ ຊີງແຊ໋ມສາຍແອວກຽດຕິຄຸນຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຮອບທີ 2 ຈະຈັດຂຶ້ນໃນວັນທີ 23 ກຸມພາ 2024 ທີ່ນະຄອນປາກເຊ ແຂວງຈຳປາສັກ ເພື່ອຄັດເລືອກເອົານັກກິລາມວຍລາວ ໃນແຕ່ລະຮຸ່ນນ້ຳໜັກ ຄື: ຮຸ່ນ 51 ກິໂລ, 57 ກິໂລ ແລະ 65 ກິໂລ ກຽມສົ່ງເຂົ້າຮ່ວມແຂ່ງຂັນ ໃນລະດັບພາກພື້ນ ແລະ ສາກົນ ໃນຕໍ່ໜ້າ ທັງເປັນການໂຄສະນາ ແລະ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ແລະ ງານບຸນວັດພູຈຳປາສັກ ປະຈຳປີ 2024 ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ. ຂະນະທີ່ຄູ່ເອກຂອງລາຍການ ລຳນ້ຳໂຂງ ເຈດີບີ ສິດຄ້ຳຄູນ ຈາກສປປ ລາວ ປະທະກັບ ອາມີຮອດເຊັນ ຄາເວຍນີ ຈາກປະເທດອີຣານ ໃນຮຸ່ນນ້ຳໜັກ 65...

Continue reading

ເປີດກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ II ກຽມຈັດງານກິລານັກຮຽນ ທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ

ເປີດກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ II ກະກຽມຈັດງານມະຫະກໍາກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດຄັ້ງທີ VII ໃນຕອນເຊົ້າວັນທີ 14 ກຸມພາ 2024 ທີ່ຫ້ອງປະຊຸມ ວິທະຍາໄລຄູ ສາລະວັນ ແຂວງສາລະວັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ແລະ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ມີທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້ແຂວງສາລະວັນ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ ທີ່ກ່ຽວຂ້ອງ, ຫົວໜ້າ-ຮອງຫົວໜ້າພະແນກການ, ຄະນະຮັບຜິດຊອບເຂົ້າຮ່ວມ 50...

Continue reading