Skip to main content

ກຳມະບານຮາກຖານ ກົມປະກັນຄຸນນະພາບການສຶກສາ ສສກ ເປີດກອງປະຊຸມໃຫຍ່ ຄັ້ງທີ 1

29/02/2024

ກໍາມະບານຮາກຖານກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ 1 ຂຶ້ນໃນວັນທີ 23 ກຸມພາ 2024 ທີ່ຫ້ອງປະຊຸມຄະນະກຳມະການໂອແລມປິກແຫ່ງຊາດລາວ (ເຂດສະໜາມກິລາເຈົ້າອານຸວົງ) ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ປອ ສຳລານ ພັນຄະວົງ ຄະນະປະຈຳພັກ, ປະທານກວດກາພັກ, ເລຂາໜ່ວຍພັກຮາກຖານກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ສະຫາຍ ອຸ່ນຄຳ ອວນສະຫວັນ ຮອງປະທານສະຫະພັນກຳມະບານກະຊວງສຶກສາທິການ ແລະ ກິລາ, ມີແຂກຖືກເຊີນຈາກກົມອ້ອມຂ້າງ, ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ ກໍຄືຊາວໜຸ່ມ ແລະ ແມ່ຍິງ ຕະຫຼອດຮອດສະມາຊິກກຳມະບານພາຍໃນກົມ ຈຳນວນ 33 ສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ.


ກອງປະຊຸມໃຫຍ່ ກຳມະບານຮາກຖານ ກົມປະກັນຄຸນນະພາບການສຶກສາໃນຄັ້ງນີ້ ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດສະຫຼຸບຜົນງານການເຄື່ອນໄຫວໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ, ຜ່ານບົດສຳຫຼວດການນຳພາຂອງຄະນະບໍລິຫານງານກຳມະບານຮາກຖານກົມປະກັນຄຸນນະພາບການສຶກສາ, ມອບ-ຮັບ ໃບຍ້ອງຍໍ ຜົນງານດີເດັ່ນເນື້ອໃນຂໍ້ແຂ້ງຂັນ 5 ເປັນເຈົ້າ ຂອງກໍາມະບານຮາກຖານກົມ ແລະ ຂອງບຸກຄົນ ປະຈຳປີ 2023 ພ້ອມທັງ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານກຳມະບານຮາກຖານກົມປະກັນຄຸນນະພາບການສຶກສາ ຊຸດໃໝ່.

ຈາກນັ້ນ, ສະຫາຍ ສີສັກດາ ບູລົມ ຄະນະກຳມະການປ່ອນບັດເລືອກຕັ້ງ ໄດ້ຜ່ານເງື່ອນໄຂ, ມາດຖານ ແລະ ລາຍຊື່ຜູ້ຮັບສະໝັກເລືອກຕັ້ງເປັນຄະນະບໍລິຫານງານກຳມະບານຮາກຖານຂອງກົມປະກັນຄຸນນະພາບການສຶກສາຊຸດ ໃໝ່ ຊຶ່ງມີຜູ້ສະໝັກເລືອກຕັ້ງທັງໝົດ 5 ສະຫາຍ ເລືອກເອົາ 3 ສະຫາຍ ຜ່ານການປ່ອນບັດ ແລະ ນັບຄະແນນ ຜົນປະກົດວ່າ ເລືອກໄດ້ສະຫາຍ ດາວິ ວືຫວາຊົວ ເປັນປະທານ, ສະຫາຍ ນາງ ວຽງສະຫວັນ ແກ້ວຕາ ເປັນຮອງປະທານ ແລະ ສະຫາຍ ຄໍາສະຫວ່າງ ສີຫຼວງລາດ ເປັນຜູ້ກວດກາ.
ໂອກາດນີ້, ສະຫາຍ ປອ ສຳລານ ພັນຄະວົງ ໄດ້ມີຄຳເຫັນຕໍ່ກອງປະຊຸມໃຫຍ່ ຄັ້ງທີ 1 ກຳມະບານຮາກຖານກົມປະກັນຄຸນນະພາບການສຶກສາ ພ້ອມທັງອວຍພອນໃຫ້ຄະນະບໍລິຫານງານກຳມະບານຮາກຖານຂອງກົມປະກັນຄຸນນະພາບການສຶກສາຊຸດໃໝ່ ປະສົບຜົນສຳເລັດໃນການນຳພາຊີ້ນຳວຽກງານກຳມະບານພາຍໃນກົມໃຫ້ມີຜົນສຳເລັດຍິ່ງໆຂຶ້ນ.

ພາບ-ຂ່າວຈາກ: ກົມປະກັນຄຸນນະພາບການສຶກສາ ກະຊວງ ສສກ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ