Skip to main content

Author: Chanthakhard Inthadalin

ເອັບຊີ ຈັນທະບູລີ ຊະນະ ເຈົ້າພາບ ເຄເອັມທີ 1-0 ຄອງແຊ໋ມ ເຕະບານ ຢູ-16 ເຄເອັມທີ ຄັບ 2024

ເອັບຊີ ຈັນທະບູລີ ຍິງປະຕູໄຊ ຊະນະ ເຈົ້າພາບ ເຄເອັມທີ ເອັບຊີ ທ້າຍເກມ ໄປແບບສຸດມ່ວນ 1-0 ປະຕູ ໃນນັດຊີງຊະນະເລີດ ຄອງແຊ໋ມການແຂ່ງຂັນເຕະບານເຍົາວະຊົນ 7 ຄົນ ຮຸ່ນອາຍຸບໍ່ເກີນ 16 ປີ ປະຈຳປີ 2024 ຫຼື ຢູ-16 ລາຍການ ເຄເອັມທີ ທົວນາເມັນ ຄັບ 2024 (KMT TOURNAMENT U16 CUP 2024) ໄປຄອງ ສ່ວນ ເຄເອັມທີ ໄດ້ພຽງອັນດັບທີ 2 ແລະ ອັນດັບທີ 3 ເປັນຂອງ ທີມນ້ອງໃໝ່ ຂຸນຊ້າງມີໄຊ. ການແຂ່ງຂັນເຕະບານເຍົາວະຊົນ 7 ຄົນ ຮຸ່ນອາຍຸບໍ່ເກີນ 16 ປີ ປະຈຳປີ 2024 ຈັດຂຶ້ນ ລະຫວ່າງວັນທີ 3-4 ກຸມພາ ຜ່ານມາ ທີ່ສະໜາມກິລາບານເຕະຫຍ້າທຽມ ເຄເອັມທີ ບ້ານທ່າສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ...

Continue reading

ບໍລິສັດ ວຽງຈັນ ວິສະວະກຳໄຟຟ້າ ມອບອຸປະກອນກິລາ ໃຫ້ກະຊວງສຶກສາທິການ ແລະ ກິລາ

ບໍລິສັດວຽງຈັນ ວິສະວະກຳໄຟຟ້າ ມອບອຸປະກອນກິລາ ໃຫ້ກະຊວງສຶກສາທິການ ແລະ ກິລາ ເພື່ອປະກອບສ່ວນຊຸກຍູ້ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ໂດຍສະເພາະແມ່ນບັນດາໂຮງຮຽນທີ່ຢູ່ເຂດຫ່າງໄກສອກຫຼີກໃນຂອບເຂດທົ່ວປະເທດໄດ້ນຳໃຊ້. ໃນວັນທີ 31 ມັງກອນ 2024 ທີ່ສໍານັກກະຊວງສຶກສາທິການ ແລະ ກິລາ ໄດ້ມີພິທີມອບອຸປະກອນກິລາ ໂດຍເປັນກຽດມອບຂອງ ທ່ານ ບຸນແຖວ ພົມມະໄຊສີ ປະທານກຸ່ມບໍລິສັດ ວຽງຈັນ ວິສະວະກຳໄຟຟ້າ ແລະ ຮັບໂດຍ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີພະນັກງານ ແລະ ຕາງໜ້າຜູ້ຮັບຜິດຊອບວຽກງານເຂົ້າຮ່ວມເປັນສັກຂີພິຍານ. ...

Continue reading

ຢາສູບໄຟຟ້າ ມີຄວາມອັນຕະລາຍຮຸນແຮງ ກໍ່ໃຫ້ເກີດເປັນພະຍາດມະເຮັງຕໍ່ຜູ້ສູບ

ຫຼາຍສະຖາບັນຊັ້ນນໍາຂອງໂລກ ໂດຍສະເພາະກະຊວງສາທາລະນະສຸກ ຢືນຢັນໃຫ້ຮູ້ແລ້ວວ່າ ຢາສູບໄຟຟ້າ (Electronic Cigarette) ຫຼື vape ມີຄວາມຮ້າຍກາດສູງກວ່າ ຢາສູບທົ່ວໄປ ເຖິງ 2,25 ເທົ່າ, ຢູ່ ສປປ ລາວ ໄດ້ມີກົດໝາຍຄວບຄຸມຢາສູບ ລວມທັງຢາສູບໄຟຟ້າ ສະບັບປີ 2021 ອອກມາແລ້ວ ແລະ ປັດຈຸບັນ ຢາສູບໄຟຟ້າຖືເປັນສິນຄ້າຜິດກົດໝາຍ ມີຄວາມຜິດທັງຜູ້ນຳເຂົ້າ, ຜູ້ຂາຍ ແລະ ຜູ້ໃຊ້. ຢາສູບໄຟຟ້າ (Electronic Cigarette) ຫຼື vape ຄືອຸປະກອນທີ່ໃຊ້ສູບຢານຳໃຊ້ພະລັງງານຈາກແບັກຕາລີເພື່ອສ້າງຄວາມຮ້ອນ ແລະ ສ້າງສານໃນອາຍລະເຫີຍທີ່ຜູ້ໃຊ້ສູບເຂົ້າໄປໃນປອດ ໃນໄລຍະຜ່ານມາມີຫຼາຍຄົນ ໂດຍສະເພາະກຸ່ມເຍົາວະຊົນ...

Continue reading

ດັບເບິນຢູໄອຈີ ນາຄາ ປະກາດສັກດາ ຄອງແຊ໋ມລາຍການນານາຊາດ ທີ່ສປ ຈີນ

ສະໂມສອນ ດັບເບິນຢູໄອຈີ ນາຄາ ຫຼື WIG NAGA ທີມບານເຕະເຍົາວະຊົນໜຶ່ງດຽວຈາກ ສປປ ລາວ ໃນຮຸ່ນອາຍຸບໍ່ເກີນ 11 ປີ ສ້າງຄວາມສຸກໃຫ້ແຟນບານຊາວລາວອີກຄັ້ງ ຫຼັງຄວ້າແຊ໋ມລາຍການ ຊີງແຊ໋ມນານາຊາດ ຊິງໄຫ່ ກວນຖັງ ທາວ-ຟລາຍອິນ ຄັບ 2024 ຫຼື 2024 Qinghai Guantang College Town-Flyin Cup ທີ່ນະຄອນຊິງໄຫ່ ແຂວງຫາຍໝານ ສປ ຈີນ ເປັນເຈົ້າພາບ. ສຳລັບຜົນງານຂອງຫຼານນ້ອຍໝາກເຜັດຂີ້ໜູ ດັບເບິນຢູໄອຈີ ນາຄາ ລົງສະໜາມ 9 ນັດ ສາມາດເອົາຊະນະ 8 ນັດ ແລະ ສະເໝີ 1 ນັດ ບໍ່ເສຍໃຫ້ທີມໃດໃນທົວນາເມັນນີ້ເລີຍ ໂດຍສະເພາະໃນນັດສົ່ງທ້າຍ ເຖິງຈະຖືກທີມ ຮາຍ ຄິກເກີ (HI KICKER) ຍິງນຳກ່ອນ 1-0 ປະຕູ...

Continue reading

ສະພາການຄ້າ ຫູໜານ ສະຫຼອງຜົນສຳເລັດການເຕີບໃຫຍ່ຂະຫຍາຍຕົວ ໄລຍະ 15 ປີ ສ້າງຄວາມເຂັ້ມແຂງດ້ານເສດຖະກິດ ໃນ ສປປ ລາວ

ສະພາການຄ້າ ຫູໜານ ປະຈໍາ ສປປ ລາວ ຈັດພິທີໂຮມຊຸມນຸມບັນດາພໍ່ແມ່ພີ່ນ້ອງຊາວຈີນ ກໍຄື ບັນດາຜູ້ປະກອບການ ນັກທຸລະກິດ ແຂວງຫູໜານ ທີ່ດໍາເນີນທຸລະກິດ ຢູ່ ສປປ ລາວ ໃນໄລຍະ 15 ປີ ເພື່ອສ້າງຂະບວນການສະເຫຼີມສະຫຼອງບຸນປີໃໝ່ຈີນ ຫຼື ງານບຸນກຸດຈີນ ປະຈໍາປີ 2024 ໃນວັນທີ 29 ມັງກອນ 2024 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຫຼິວ ຈີ່ໂຢ້ ຫົວໜ້າຫ້ອງການສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ແລະ ທ່ານ ຫຼີ ເຫວິນ ເຄີ່ ປະທານສະພາການຄ້າຫູໜານ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາຜູ້ປະກອບການ, ນັກທຸລະກິດຊາວຫູນານ ທີ່ມາດຳເນີນທຸລະກິດຢູ່ ສປປ ລາວ...

Continue reading

ຄຳມ່ວນ ຈັດກິດຈະກຳຍ່າງເພື່ອສຸຂະພາບ ສະຫຼອງວັນສ້າງຕັ້ງກຳມະບານລາວ ຄົບຮອບ 68 ປີ ຢ່າງຟົດຟື້ນ

ສະຫະພັນກໍາມະບານແຂວງຄໍາມ່ວນ ຮ່ວມກັບ ອົງການຈັດຕັ້ງເມືອງທ່າແຂກ ແຂວງຄຳມ່ວນ ຈັດກິດຈະກຳຍ່າງເພື່ອສຸຂະພາບ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68 ປີ (1 ກຸມພາ 1956-1 ກຸມພາ 2024) ຢ່າງເປັນຂະບວນການຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ. ກິດຈະກຳຍ່າງເພື່ອສຸຂະພາບໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 1 ກຸມພາ 2024 ທີ່ສໍານັກງານປົກຄອງເມືອງທ່າແຂກ ແຂວງຄຳມ່ວນ ໂດຍມີ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ແລະ ທ່ານ ໂຕເຊີນ ອຸດທັດສີ ປະທານສະຫະພັນກໍາມະບານແຂວງຄຳມ່ວນ...

Continue reading

ກິລາເພາະກາຍ ຖືກບັນຈຸແຂ່ງຂັນໃນງານກິລາແຫ່ງຊາດ ເປັນຄັ້ງທຳອິດ ຫຼັງສ້າງຕັ້ງສະຫະພັນມາ 21 ກວ່າປີ

ນັບວ່າເປັນຂ່າວດີຕໍ່ວົງການກິລາເພາະກາຍລາວ ໂດຍສະເພາະນັກກິລາເພາະກາຍໃນຂອບເຂດທົ່ວປະເທດ ພາຍຫຼັງທີ່ໄດ້ຮັບກຽດເປັນເຈົ້າພາບ ຈັດງານກິລາເພາະກາຍ ຊີງແຊ໋ມອາຊຽນ ຄັ້ງທີ 18 ປີ 2024 ແລະ ກໍມີຂ່າວດີຕໍ່ເນື່ອງ ເມື່ອລັດຖະບານ ເຫັນດີຮັບຮອງບັນຈຸກິລາປະເພດດັ່ງກ່າວເຂົ້າແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຢ່າງເປັນທາງການ ແລະ ເປັນຄັ້ງທຳອິດໃນປະຫວັດສາດ ແລະ ເປັນການຄອງຄອຍມາເຖິງ 21 ປີ ພາຍຫຼັງມີການສ້າງຕັ້ງກິລາດັ່ງກ່າວ. ພາຍຫຼັງທີ່ໄດ້ມີກອງປະຊຸມວຽກງານກິລາລະດັບສູງທົ່ວປະເທດ ປະຈຳປີ 2023 ແລະ ແຜນວຽກຈຸດສຸມ ປີ 2024 ຈັດຂຶ້ນ ເມື່ອບໍ່ດົນມານີ້ ກໍໄດ້ມີການປະກາດບັນຈຸກິລາ...

Continue reading

ນວ ຈະບັນຈຸ 34 ປະເພດກິລາ ແຂ່ງຂັນໃນງານກິລາແຫ່ງຊາດ ຄັ້ງທີ XII ປີ 2025 ພ້ອມກຳນົດເອົານົກຍູງ ແລະ ປະຕູໄຊ ເປັນສັດນຳໂຊກ-ໂລໂກ້

ນະຄອນຫຼວງວຽງຈັນ ຫຼື ນວ ຈະບັນຈຸ 34 ປະເພດກິລາ ແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ໄດ້ຮັບກຽດເປັນເຈົ້າພາບ ໃນປີ 2025 ຊຶ່ງໃນນັ້ນລວມເຖິງກິລາອີ-ສະປອດ ແລະ ກິລາເພາະກາຍ ທີ່ຖືກບັນຈຸແຂ່ງຂັນເປັນຄັ້ງທຳອິດໃນງານກິລາແຫ່ງຊາດ ພ້ອມນັ້ນຍັງເຫັນດີໃຫ້ກຳນົດເອົາໂຕນົກຍຸງ 2 ໂຕ (ຜູ້ ແລະ ແມ່) ເປັນສັດນຳໂຊກ ແລະ ກຳນົດເອົາຮູບປະຕູໄຊ ເປັນສັນຍາລັກ (ໂລໂກ້) ອີກດ້ວຍ. ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ລາຍງານການກຽມຄວາມພ້ອມ ໃນການຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ ກຽມເປັນເຈົ້າພາບ ໃນປີ 2025...

Continue reading