ຮ້ານຂາຍຄຳທັນທິບ ຄອງແຊ໋ມກິລາກະຕໍ້ ຄູ່ຊາຍທົ່ວໄປ ລາຍການ ປ໋າພາບ ຄັບ 2023
ທີມນັກກິລາກະຕໍ້ຮ້ານຄຳທັນທິບ ຈາກແຂວງມຸກດາຫານ ປະເທດໄທ ສາມາດເອົາຊະນະ ທີມບາລະມີແມ່ ຈາກນະຄອນຫຼວງວຽງຈັນ ໄປແບບຂາດຮອຍ 2-0 ເຊັດ ຄອງແຊ໋ມການແຂ່ງຂັນກິລາກະຕໍ້ ປະເພດຄູ່ຊາຍ ຮຸ່ນທົ່ວໄປ ຊີງຂັນປ໋າພາບ ປະຈຳປີ 2023 ຫຼື ລາຍການ ປ໋າພາບ ຄັບ 2023 ເພື່ອສົ່ງເສີມການພັດທະນານັກກິລາກະຕໍ້ໃນລາວ ເວົ້າສະເພາະແມ່ນນະຄອນຫຼວງວຽງຈັນ ໃຫ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງ ສາມາດກ້າວສູ່ລະດັບຊາດ ກໍຄື ສາມາດກ້າວຂຶ້ນໄປຮັບໃຊ້ທີມຊາດ ໃນອະນາຄົດ.
ໂຄງການພັດທະນານັກກິລາລາວ ສະຫະພັນກະຕໍ້ແຫ່ງຊາດລາວ ຈັດການແຂ່ງຂັນກິລາກະຕໍ້ ຮຸ່ນທົ່ວໄປ ແລະ ຮຸ່ນອາວຸໂສ ປະເພດຄູ່ຊາຍ ຊີງຂັນປ໋າພາບ ປະຈຳປີ 2023...