ສົກຮຽນ 2022-2023 ສະຖາບັນ ຣັຕນະ ບໍລິຫານທຸລະກິດ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ ໄດ້ 357 ຄົນ
30/11/2023

ສະຖາບັນ ຣັຕນະ ບໍລິຫານທຸລະກິດ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ ລະດັບປະລິນຍາຕີ ລະບົບ 4 ປີ ຮຸ່ນທີ 1 ແລະ ລະດັບຕໍ່ເນື່ອງ ປະລິນຍາຕີ ລະບົບ 2 ປີ ຮຸ່ນທີ 3 ປະຈຳສົກຮຽນ 2022-2023 ໄດ້ທັງໝົດ 357 ຄົນ, ໃນນັ້ນ ປະລິນຍາຕີ ຮຸ່ນທີ 1 ມີ 266 ຄົນ, ຍິງ 162 ຄົນ ແລະ ຕໍ່ເນື່ອງ ປະລິນຍາຕີ 91 ຄົນ, ຍິງ 53 ຄົນ.
ເມື່ອວັນທີ 29 ພະຈິກ 2023 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ໄດ້ຈັດພິທີສະຫຼຸບການຈັດຕັ້ງການຮຽນການສອນ ປະຈຳສົກຮຽນ 2022-2023 ແລະ ມອບປະກາສະນິຍະບັດໃຫ້ແກ່ນັກສຶກສາທີ່ໄດ້ສຳເລັດການສຶກສາລະດັບປະລິນຍາຕີລະບົບ 4 ປີ ຮຸ່ນທີ 1 ແລະ ລະດັບຕໍ່ເນື່ອງປະລິນຍາຕີລະບົບ 2 ປີ ຮຸ່ນທີ 3 ແລະ ທິດທາງແຜນການປະຈຳສົກຮຽນ 2023-2024 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ລີຕູ ບົວປາວ ອະດີດຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ຫຼ້າວັນ ວົງຄໍາສານ ຮັກສາການຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ສຳລານ ພັນຄະວົງ ຫົວໜ້າກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ສົມເພັດ ຣັຕນະສີມ ປະທານສະພາບໍລິຫານສະຖາບັນ ຣັຕນະ ບໍລິຫານທຸລະກິດ ພ້ອມດ້ວຍບັນດາແຂກຖືກເຊີນ, ຄະນະອຳນວຍການ, ຄະນະບໍລິຫານ, ພະນັກງານ, ຄູອາຈານ, ນັກສຶກສາ, ພໍ່ແມ່ຜູ້ປົກຄອງນັກສຶກສາ ແລະ ສື່ມວນຊົນເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ປອ ບຸນເທືອງ ມຸນລາສີ ຜູ້ອຳນວຍການສະຖາບັນ ຣັຕນະ ບໍລິຫານທຸລະກິດ ໄດ້ຜ່ານບົດສະຫຼຸບການຈັດຕັ້ງການຮຽນການສອນ ປະຈຳສົກຮຽນ 2022-2023 ແລະ ທິດທາງແຜນການໃນຕໍ່ໜ້າໃຫ້ຮູ້ວ່າ: ປັດຈຸບັນ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ມີນັກສຶກສາທັງໝົດ 1.921 ຄົນ, ຍິງ 1.230 ຄົນ ໃນນັ້ນ, ຫຼັກສູດລະດັບປະລິນຍາຕີ (4 ປີ) ມີທັງໝົດ 1.826 ຄົນ, ຍິງ 1.169 ຄົນ, ຫຼັກສູດຕໍ່ເນື່ອງປະລິນຍາຕີ ມີທັງໝົດ 95 ຄົນ, ຍິງ 61 ຄົນ ແລະ ໃນສົກຮຽນ 2022-2023 ນັກສຶກສາທີ່ສຳເລັດການສຶກສາມີທັງໝົດ 357 ຄົນ, ຍິງ 215 ຄົນ, ໃນນັ້ນ ປະລິນຍາຕີ ຮຸ່ນທີ 1 ມີ 266 ຄົນ, ຍິງ 162 ຄົນ ແລະ ຕໍ່ເນື່ອງປະລິນຍາຕີ 91 ຄົນ, ຍິງ 53 ຄົນ ຊຶ່ງມີລາຍລະອຽດຄື: ນັກສຶກສາປະລິນຍາຕີ ຮຸ່ນທີ 1 ຈົບສາຂາພາສາອັງກິດທຸລະກິດ ມີທັງໝົດ 87 ຄົນ, ຍິງ 43 ຄົນ, ສອບເສັງໄດ້ 82 ຄົນ, ຍິງ 41 ຄົນ, ໄດ້ 94,3%; ການເງິນ-ການທະນາຄານ ມີທັງໝົດ 71 ຄົນ, ຍິງ 43 ຄົນ, ສອບເສັງໄດ້ 65 ຄົນ, ຍິງ 40 ຄົນ, ໄດ້ 91,5%; ບໍລິຫານທຸລະກິດທົ່ວໄປ ມີທັງໝົດ 101 ຄົນ, ຍິງ 68 ຄົນ, ສອບເສັງໄດ້ 99 ຄົນ, ຍິງ 66 ຄົນ, ໄດ້ 98%; ການຕະຫຼາດ ມີທັງໝົດ 22 ຄົນ, ຍິງ 16 ຄົນ, ສອບເສັງໄດ້ 20 ຄົນ, ຍິງ 15 ຄົນ, ໄດ້ 90,9%; ນັກສຶກສາຕໍ່ເນື່ອງປະລິນຍາຕີ ຮຸ່ນທີ 3 ຈົບໃນສາຂາພາສາອງັກິດທຸລະກິດ ມີທັງໝົດ 23 ຄົນ, ຍິງ 14 ຄົນ, ສອບເສັງໄດ້ 18 ຄົນ, ຍິງ 11, ໄດ້ 78,3%; ບໍລິຫານທຸລະກິດທົ່ວໄປ ມີທັງໝົດ 55 ຄົນ, ຍິງ 29 ຄົນ, ສອບເສັງໄດ້ 49 ຄົນ, ຍິງ 27 ຄົນ, ໄດ້ 89,1%; ການເງິນ-ການທະນາຄານ ມີທັງໝົດ 26 ຄົນ, ຍິງ 15 ຄົນ, ສອບເສັງໄດ້ 24 ຄົນ, ຍິງ 15 ຄົນ, ໄດ້ 92,3%.
ນອກນັ້ນ, ພາຍໃນພິທີຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ນັກສຶກສາ ທີ່ມີຜົນການຮຽນດີເດັ່ນ ອັນດັບ 1 ໃນຫຼັກສູດປະລິນຍາຕີ ລະບົບປົກກະຕິ ແລະ ຕໍ່ເນື່ອງ ແລະ ຍ້ອງຍໍນັກສຶກສາທີ່ມີຜົນການຮຽນດີເດັ່ນ ອັນດັບ 2, ມອບທຶນການສຶກສາແກ່ນັກສຶກສາທີ່ຮຽນດີເດັ່ນ ສົກຮຽນ 2022-2023, ຍ້ອງຍໍນັກສຶກສາທີ່ມີຜົນງານດີເດັ່ນປະກອບສ່ວນດ້ານກິດຈະກຳພາຍໃນສະຖາບັນອີກດ້ວຍ.
ຂ່າວໂດຍ: ບົວລະພາ ອິນສີມະນີ
ຂ່າວທີ່ກ່ຽວຂ້ອງ