Skip to main content

Author: Chanthakhard Inthadalin

ນາຍົກ ຊີ້ເສດຖະກິດປະເທດ ຍັງສືບຕໍ່ຂະຫຍາຍຕົວ ແລະ ສາມາດປະຄັບປະຄອງບໍ່ໃຫ້ຕົກສູ່ວິກິດ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວລາຍງານໂດຍສັງເຂບຂອງກ່ຽວກັບສະພາບການເຄື່ອນໄຫວວຽກງານທີ່ພົ້ນເດັ່ນກາງສະໄໝ 5 ປີ ຄັ້ງທີ IX (2021-2025), ທິດທາງແຜນການທ້າຍສະໄໝ ຮອດປີ 2025 ແລະ ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 31 ຕຸລາ 2023 ໂດຍໄດ້ຊີ້ໃຫ້ເຫັນວ່າ ເສດຖະກິດຂອງປະເທດເຮົາ ຍັງສືບຕໍ່ຂະຫຍາຍຕົວ ແລະ ສາມາດປະຄັບປະຄອງເສດຖະກິດຂອງຊາດ ບໍ່ໃຫ້ຕົກເຂົ້າສູ່ວິກິດທີ່ໜັກໜ່ວງ. ໃນໄລຍະ 2 ປີເຄິ່ງຜ່ານມາ ເຖິງແມ່ນວ່າສະພາບສາກົນ, ພາກພື້ນ ແລະ ພາຍໃນປະເທດຈະມີຄວາມຫຍຸ້ງຍາກ ແລະ...

Continue reading

ຮຮ ແສງສະຫວັນ ຜ່ານເຂົ້າຊີງຊະນະເລີດ ເຕະບານ ໂຄປາ ໂຄຄາ-ໂຄລາ ລາວ 2023 ເຂດເມືອງສີໂຄດຕະບອງ

ໂຮງຮຽນ ແສງສະຫວັນ ສ້າງປະຫວັດສາດໜ້າໃໝ່ ໃຫ້ແກ່ໂຮງຮຽນ ຊຶ່ງເປັນຜົນງານທີ່ໂດດເດັ່ນ ໃນການແຂ່ງຂັນເຕະບານລະດັບນັກຮຽນມັດທະຍົມສຶກສາ ລາຍການ ໂຄປາ ໂຄຄາ-ໂຄລາ ລາວ ປະຈຳປີ 2023 ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຊຶ່ງເປັນປີທຳອິດ ກໍສາມາດທະລຸເຂົ້າຮອບຊີງຊະນະເລີດ ໄປພົບກັບ ທີມໂຮງຮຽນມັດທະຍົມສຶກສາ ຕອນປາຍ ມິດຕະພາບ ວຽງຈັນ-ໂຮ່ຈິມິນ ຫຼື ມ.ປາຍ ວຽງຈັນ-ໂຮ່ຈິມິນ ໃນວັນທີ 2 ພະຈິກ 2023 ໃນເວລາ 09:00 ໂມງ ເປັນຕົ້ນໄປ ທີ່ສະໜາມກິລາຫຍ້າທຽມ ລ້ານຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ສຳລັບຜົນງານຂອງໂຮງຮຽນ ແສງສະຫວັນ ໃນການແຂ່ງຂັນເຕະບານ ລາຍການ ໂຄປາ ໂຄຄາ-ໂຄລາ ລາວ...

Continue reading

ທັບນັກກິລາຄົນພິການລາວ ຊຸດເຂົ້າຮ່ວມ ເອຊຽນ ພາຣາເກມ ຄັ້ງທີ 4 ເດີນທາງກັບເຖິງສປປ ລາວ ດ້ວຍຄວາມສະຫວັດດີພາບ

ທັບນັກກິລາຄົນພິການທີມຊາດລາວ ຈຳນວນ 41 ຄົນ, ຍິງ 28 ຄົນ ຈາກ 5 ປະເພດກິລາ ປະກອບມີ: ກິລາແລ່ນ-ລານ, ກິລາລອຍນ້ຳ, ກິລາຍົກນ້ຳໜັກ, ກິລາລົດຖີບ ແລະ ກິລາບານບ້ວງລໍ້ເລື່ອນຍິງ ຊຸດເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາຄົນພິການອາຊີ ຫຼື ເອຊຽນ ພາຣາເກມ ຄັ້ງທີ 4 ທີ່ນະຄອນຫາງໂຈ ສປ ຈີນ ໄດ້ເດີນທາງມາເຖິງ ນະຄອນຫຼວງວຽງຈັນ ສປປ ລາວ ດ້ວຍຄວາມສະຫວັດດີພາບ ໃນຕອນເຊົ້າວັນທີ 31 ຕຸລາ 2023 ທີ່ສະໜາມບິນສາກົນ ວັດໄຕ ນຳໂດຍທ່ານ ຄຳພັດ ເພັດລາສີ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງເລຂາທິການຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ). ທ່ານ...

Continue reading

ມຂ ມອບປະກາສະນີຍະບັດໃຫ້ນັກສຶກສາ ປະລິນຍາຕີ ແລະ ປະລິນຍາໂທ ສົກຮຽນ 2022-2023

ມະຫາວິທະຍາໄລສະຫວັນນະເຂດ (ມຂ) ໄດ້ຈັດພິທີສະຫຼຸບສົກຮຽນ 2022-2023 ແລະ ວາງແຜນການສົກຮຽນ 2023-2024 ພ້ອມມອບປະກາສະນີຍະບັດໃຫ້ນັກສຶກສາຈົບໃໝ່ ເມື່ອວັນທີ 27 ຕຸລາ 2023 ທີ່ມະຫາວິທະຍາໄລດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ສຈ.ປອ ໄຊຍະມັງ ວົງສັກ ປະທານສະພາມະຫາວິທະຍາໄລສະຫວັນນະເຂດ, ທ່ານ ຮສ.ປອ ຄູນ ສັກບົວວົງ ຮັກສາການອະທິການບໍດີມະຫາວິທະຍາໄລສະຫວັນນະ ເຂດ, ທ່ານ ປອ ຄຳແກ້ວ ຫານຊະນະ ຮອງຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຄຳວິໄສ ຜຸຍຍະວົງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍແຂກຖືກເຊີນຈາກຫ້ອງວ່າການປົກຄອງແຂວງ, ພະແນກການອ້ອມຂ້າງແຂວງ, ວິທະຍາໄລທັງພາກລັດ ແລະ ເອກະຊົນ, ອົງການ ແລະ ບໍລິສັດ,...

Continue reading

“ບຽວເກດ”-“ທິລະກອນ” 2 ນັກເຕະເຍົາວະຊົນລາວ ພາທີມເຊົາເທິນ ບອຍ ຄວ້າແຊ໋ມເຕະບານສະຫຍາມກິລາ ຄັບ 2023

ທ້າວ ອານຸສັກ ວິໄລກຸນ ຫຼື ບຽວເກດ ແລະ ທ້າວ ທິລະກອນ ພຸດທະວົງ 2 ນັກກິລາເຕະບານເຍົາວະຊົນລາວ ຈາກສະໂມສອນ ດັບເບິນຢູໄອຈີ ນາຄາ (WIG NAGA) ເດີນທາງຂ້າມແມ່ນໍ້າຂອງໄປຊ່ວຍສະໂມສອນ ເອັດບີ ເຊົາເທິນ ບອຍ (SB southern Boys) ຮຸ່ນອາຍຸບໍ່ເກີນ 8 ປີ ຂອງປະເທດໄທ ສ້າງຜົນງານໄດ້ຢ່າງໂດດເດັ່ນ ດ້ວຍການເອົາຊະນະ ທີມຟຸດບອຍ (Futboy) ໃນນັດຊີງຊະນະເລີດ ຄວ້າແຊ໋ມລາຍການ ສະຫຍາມກິລາ ຄັບ 2023 ຫຼື “SIAMKEELA CUP 2023” ທີ່ປະເທດໄທ. ລາຍການດັ່ງກ່າວ ຈັດຂຶ້ນ ເມື່ອບໍ່ດົນຜ່ານມາ ມີທີມເຂົ້າຮ່ວມຊີງໄຊເຖິງ 32 ສະໂມສອນ ແບ່ງອອກເປັນ 8 ກຸ່ມ ກຸ່ມລະ 4 ທີມ ໂດຍທີມ ເອັດບີ ເຊົາເທິນ ບອຍ...

Continue reading

ເຮືອໄກທອງ ຄອງແຊ໋ມປະເພດ 50-55 ສີພາຍຊາຍ ງານແຂ່ງຂັນຊ່ວງເຮືອ ປະຈຳປີ 2023 ຢູ່ເມືອງປາກຊັນ

ງານບຸນຊ່ວງເຮືອປະເພນີອອກພັນສາປະວໍລະນາປະຈໍາປີ ພສ 2566 (ຄສ 2023) ທີ່ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 28-29 ຕຸລາ 2023 ທີ່ບໍລິເວນແຄມນໍ້າຂອງ ປາກນໍ້າສອງສີ ບ້ານປາກຊັນ ເມືອງປາກຊັນ ໂດຍໃຫ້ກຽດເຂົ້າຮ່ວມຊົມ ແລະ ມອບລາງວັນຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີການນຳຂັ້ນແຂວງ, ເມືອງ, ພະແນກການ, ຄະນະນຳເຮືອ, ສີພາຍ ຕະຫຼອດມວນຊົນຊາວເມືອງປາກຊັນຮ່ວມຊົມຮ່ວມເຊຍຢ່າງຟົດຟື້ນ ແລະ ເບີກບານມ່ວນຊື່ນ. ການແຂ່ງຂັນຊ່ວງເຮືອໃນຄັ້ງນີ້ ມີເຮືອເຂົ້າຮ່ວມທັງໝົດ 33 ລໍາ ທີ່ມາຈາກຫຼາຍພາກສ່ວນເປັນຕົ້ນແມ່ນມາຈາກບ້ານ, ເມືອງ ພາຍໃນແຂວງ ແລະ ຈາກຕ່າງປະເທດ, ໃນນັ້ນມາຈາກບ້ານ ແລະ ຕົວແທນບໍລິສັດເມືອງປາກຊັນ ຈຳນວນ 23 ລໍາ,...

Continue reading

ເຮືອທະນາຄານພັດທະນາລາວ ຄອງແຊ໋ມ ຊ່ວງເຮືອທ່າວັດຈັນ 2023

ການຈັດແຂ່ງຂັນຊ່ວງເຮືອປະເພນີ ປະຈຳປີ 2023 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 30 ຕຸລາ 2023 ໂດຍການເປັນປະທານຂອງ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີບັນດາແຂກທີ່ຖືກເຊີນ ແລະ ພາກສ່ວມທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ໄດ້ກ່າວວ່າ: ໃນງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈຳປີ 2023 ມີເຮືອປະເພນີ 55 ສີພາຍເຂົ້າຮ່ວມມ ຈຳນວນ 9 ລຳ ໃນນີ້ເຮືອປະເພນີຍິງ 3 ລຳ (ປີນີ້ ບໍ່ມີເຮືອ 12 ສີ ພາຍ ແລະ ເຮືອສູດ) ນອກຈາກນັ້ນ ຍັງໄດ້ຈັດກິດຈະກຳວາງສະແດງ, ໂຄສະນາຂາຍສິນຄ້າ ແລະ ເຄື່ອງຫຼິ້ນຕ່າງໆ ຊຶ່ງມີຮ້ານຂາຍເຄື່ອງທັງໝົດ 501 ຮ້ານ, ໃນນີ້ຮ້ານໂຄສະນາ...

Continue reading

ເຮືອທະນາຄານພັດທະນາລາວ ຄອງແຊ໋ມປະເພດ 33 ສີພາຍຊາຍ ງານແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2023 ທີ່ນະຄອນປາກເຊ

ການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2023 ທີ່ນະຄອນປາກເຊ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 30 ຕຸລາ 2023 ຢູ່ສາຍນໍ້າເຊໂດນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ທ່ານ ສະນັ່ນ ສີພາພົມມະຈັນ ຫົວໜ້າຄະນະຈັດຕັ້ງແຂວງ ແລະ ທ່ານ ບົວລີ ເພັດສົງຄາມ ເຈົ້ານນະຄອນປາກເຊ ພ້ອມດ້ວຍທ່ານເຈົ້າແຂວງອຸບົນຣາຊະທານີ ປະເທດໄທ, ທ່ານກົງໃຫຍ່ແຫ່ງ ສສ ຫວຽດນາມ ປະຈໍາທີ 4 ແຂວງພາກໃຕ້ລາວ ທີ່ນະຄອນປາກເຊ, ທ່ານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳແຂວງຊຽງແຕງ ຣາຊະອານາຈັກກໍາປູເຈຍ, ຮອງເຈົ້າແຂວງສາລະວັນ, ຮອງເຈົ້າແຂວງອັດຕະປື, ການນໍາແຂວງ, ການນໍານະຄອນຫຼວງພະບາງ, ການນໍາແຂວງຈໍາປາສັກ, ການນໍານະຄອນປາກເຊ, ການນໍາພະແນກການກົມກອງອ້ອມຂ້າງແຂວງ, ການນໍາ...

Continue reading