ມຂ ມອບປະກາສະນີຍະບັດໃຫ້ນັກສຶກສາ ປະລິນຍາຕີ ແລະ ປະລິນຍາໂທ ສົກຮຽນ 2022-2023
01/11/2023

ມະຫາວິທະຍາໄລສະຫວັນນະເຂດ (ມຂ) ໄດ້ຈັດພິທີສະຫຼຸບສົກຮຽນ 2022-2023 ແລະ ວາງແຜນການສົກຮຽນ 2023-2024 ພ້ອມມອບປະກາສະນີຍະບັດໃຫ້ນັກສຶກສາຈົບໃໝ່ ເມື່ອວັນທີ 27 ຕຸລາ 2023 ທີ່ມະຫາວິທະຍາໄລດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ສຈ.ປອ ໄຊຍະມັງ ວົງສັກ ປະທານສະພາມະຫາວິທະຍາໄລສະຫວັນນະເຂດ, ທ່ານ ຮສ.ປອ ຄູນ ສັກບົວວົງ ຮັກສາການອະທິການບໍດີມະຫາວິທະຍາໄລສະຫວັນນະ ເຂດ, ທ່ານ ປອ ຄຳແກ້ວ ຫານຊະນະ ຮອງຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຄຳວິໄສ ຜຸຍຍະວົງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍແຂກຖືກເຊີນຈາກຫ້ອງວ່າການປົກຄອງແຂວງ, ພະແນກການອ້ອມຂ້າງແຂວງ, ວິທະຍາໄລທັງພາກລັດ ແລະ ເອກະຊົນ, ອົງການ ແລະ ບໍລິສັດ, ພະນັກງານ, ຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.
ໃນພິທີ, ທ່ານ ບຸນທົງ ແສງວິໄລຄຳ ຮອງອະທິການບໍດີ ມຂ ໄດ້ຜ່ານບົດສະຫຼຸບສົກຮຽນ 2022-2023 ໃຫ້ຮູ້ວ່າ: ສຳລັບສົກຮຽນ 2022-2023 ມຂ ໄດ້ຮັບນັກສຶກສາເຂົ້າຮຽນ ຈໍານວນ 522 ຄົນ, ຍິງ 505 ຄົນ, ມີ 8 ຄະນະວິຊາ ຄື: ຄະນະກະເສດສາດ ແລະ ສິ່ງແວດລ້ອມ, ຄະນະບໍລິຫານທຸລະກິດ, ຄະນະພາສາດ ແລະ ມະມຸດສາດ, ຄະນະວິທະຍາສາດອາຫານ, ຄະນະສຶກສາສາດ, ຄະນະວິທະຍາສາດທໍາມະຊາດ, ຄະນະເຕັກໂນໂລຊີ-ຂໍ້ມູນຂ່າວສານ ແລະ ຄະນະກະກຽມຄະນະວິສາວະກໍາສາດ. ການພັດທະນາຫຼັກສູດການຮຽນການສອນ 39 ຫຼັກສູດ ໃນນັັ້ນລະດັບປະລິນຍາໂທ 3 ຫຼັກສູດ ແລະ ປັບປຸງອາຄານຮຽນ, ພື້ນຖານໂຮງລ່າງເພື່ອເປັນການຮອງຮັບນັກສຶກສາ ຮ່ວມມືກັບໂຄງການ ADB-SSHEP ໃນການກໍ່ສ້າງອາຄານຮຽນຄະນະວິຊາຕ່າງໆ.
ຈາກນັ້ນ, ທ່ານ ປອ ບຸນເຮືອງ ນິນຈະເລີນ ຮອງອະທິການບໍດີຝ່າຍວິຊາການ ມຂ ໄດ້ຜ່ານແຜນການໃນສົກຮຽນ 2023-2024 ຊຶ່ງທາງ ມຂ ໄດ້ວາງແຜນປົກປັກຮັກສາ ແລະ ບໍາລຸງຮັກສາສິ່ງປຸກສ້າງຂຶ້ນໃໝ່ ເຊັ່ນ: ແຜນບຸກຄະລາກອນ, ສິ່ງແວດລ້ອມ, ຄວາມສະອາດ, ຄວາມເປັນລະບຽບ ແລະ ແຜນງົບປະມານແມ່ນຖືເປັນບຸລິມະສິດເລັ່ງດ່ວນ, ສະເໜີສືບຕໍ່ພັດທະນາ ແລະ ກໍ່ສ້າງພື້ນຖານໂຄງລ່າງຕາມ ແຜນຂອງໂຄງການ SSHEP ຢູ່ວິທະຍາເຂດໃໝ່ ເຊັ່ນ: ສໍານັກງານອະທິການບໍດີ, ຫ້ອງປະຊຸມໃຫ່ຍ, ຫໍສະໝຸດກາງ ແລະ ຫ້ອງອາຫານ.
ພ້ອມນັ້ນ, ໃນພິທີຍັງໄດ້ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ຜູ້ມີຜົນງານດີເດັ່ນ: ຄູສອນດີສອນເກັ່ງ 147 ທ່ານ, ຍິງ 61 ທ່ານ, ໃບຍ້ອງຍໍບົດຄົ້ນຄວ້າວິທະຍາສາດດີເດັ່ນ 3 ບົດ, ໃບຍ້ອງຍໍກຽດນິຍົມອັນດັບໜຶ່ງທັງໝົດ 52 ທ່ານ, ຍິງ 35 ທ່ານ, ມອບໃບຍ້ອງຍໍຜູ້ສຳເລັດການສຶກສາດີເດັ່ນ ຈຳນວນ 464 ຄົນ, ຍິງ 304 ຄົນ ແລະ ມອບໃບຢັ້ງຢືນ ຈົບຫຼັກສູດການຮຽນການສອນ ປະຈຳສົກຮຽນ 2022-2023 ຈຳນວນຜູ້ຈົບການສຶກສາ ມີ 673 ຄົນ, ຍິງ 394 ຄົນ, ປະລິນຍາ ໂທ 26 ຄົນ, ຍິງ 6 ຄົນ, ປະລິນຍາຕີ 647 ຄົນ, ຍິງ 388 ຄົນ ເປັນຮຸ່ນທີ 10 ອີກດ້ວຍ.
ພາບ-ຂ່າວ: ສະຫວັນພັດທະນາ
ຂ່າວທີ່ກ່ຽວຂ້ອງ