Skip to main content

Author: Chanthakhard Inthadalin

ສວສ-ຮພສ ຈັດກິດຈະກຳກິລາສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ຢ່າງຟົດຟື້ນ

ສາມອົງການຈັດຕັ້ງມະຫາຊົນຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະ ບໍລິສັດ ລັດວິສາຫະກິດໂຮງພິມສຶກສາ ຫຼື ຮພສ ຈັດກິດຈະກຳກິລາເຕະບານມິດຕະພາບ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ຢ່າງເປັນຂະບວນການຟົດຟື້ນ ແລະ ເບີກບານມ່ວນຊື່ນ. ຂະນະທີ່ເຕະບານຊາຍ ສະເໝີກັນ 1-1 ແລະ ເຕະບານຍິງ ທີມສາມອົງການຈັດຕັ້ງມະຫາຊົນ ຮພສ ຊະນະ 1-0 ປະຕູ. ກິດຈະກຳແຂ່ງຂັນກິລາເຕະບານມິດຕະພາບໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນບ່າຍວັນທີ 6 ຕຸລາ...

Continue reading

ກຸ່ມບໍລິສັດ ເບສະຫວັນ ແລະ ຮ້ານບຸນທົງ ອາໄຫຼ່ ມອບເຄື່ອງກິລາໃຫ້ຄະນະຊາວໜຸ່ມຮາກຖານ ສວສ ຈັດກິດຈະກຳສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ

ກຸ່ມບໍລິສັດ ເບສະຫວັນ ອິນເຕີ ຈຳກັດຜູ້ດຽວ ໄດ້ນຳເອົາເຄື່ອງກິລາ ຈຳນວນ 20 ຜືນ ມູນຄ່າ 2.000.000 ກີບ ແລະ ຮ້ານບຸນທົງ ອາໄຫຼ່ ຈໍານວນ 15 ຜືນ ມູນຄ່າ 1.500.000 ກີບ ລວມທັງໝົດເປັນ 35 ຜືນ ມູນຄ່າ 3.500.000 ກີບ ມາມອບໃຫ້ກັບຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ເພື່ອນຳໃຊ້ເຂົ້າໃນກິດຈະກຳແຂ່ງຂັນກິລາມິດຕະພາບ ສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ. ...

Continue reading

ສານອວຍພອນຂອງພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023)

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ບັນດາທ່ານ ຄະນະນໍາກະຊວງສຶກສາທິການ ແລະ ກິລາທີ່ນັບຖື. ບັນດາທ່ານ ຜູ້ບໍລິຫານການສຶກສາທຸກຂັ້ນ ທີ່ນັບຖື. ຄູອາຈານ, ນັກຮຽນ-ນັກສຶກສາ ແລະ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ທີ່ນັບຖື ແລະ ຮັກແພງ   ວັນຄູແຫ່ງຊາດ ວັນທີ 7 ຕຸລາ ຊຶ່ງເປັນວັນປະຫວັດສາດທີ່ສໍາຄັນໜຶ່ງຂອງຊາດລາວເຮົາ ໄດ້ໝູນວຽນມາບັນຈົບຄົບຮອບ 29 ປີ, ຂ້າພະເຈົ້າຕາງໜ້າສູນກາງພັກ-ລັດຖະບານ ແຫ່ງ ສປປ ລາວ ຂໍສະແດງຄວາມຢື້ຢາມຖາມຂ່າວ, ຄວາມສາມັກຄີຮັກແພງອັນອົບອຸ່ນ ມາຍັງເພື່ອນໆ ຄູອາຈານ ໃນຂອບເຂດທົ່ວປະເທດ...

Continue reading

“ຊິນເນີ” ກາຍເປັນນັກເທັນນິດອີຕາລີຄົນທຳອິດ ຄວ້າແຊ໋ມ ໄຊນາ ໂອເພັນ 2023

ການແຂ່ງຂັນເທັນນິດ ATP 500 ລາຍການ ໄຊນາ ໂອເພັນ 2023 ກັບມາແຂ່ງຂັນອີກຄັ້ງໃນຮອບ 4 ປີ ຫຼັງສິ້ນສຸດການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ສູນກິລາເທັນນິດແຫ່ງຊາດ (National Tennis Center) ໃນນະຄອນຫຼວງປັກກິ່ງ  ສາທາລະນະລັດ ປະຊາຊົນຈີນ ໃນທ້າຍເດືອນກັນຍາ ຫາຕົ້ນເດືອນຕຸລານີ້. ໂດຍປະເພດຊາຍດ່ຽວຮອບຊີງຊະນະເລີດ ເປັນຄູ່ຊີງໜ້າໃໝ່  ຢານນິກ ຊິນເນີ ມື 6 ຂອງລາຍການຈາກອີຕາລີ ພົບກັບ ດານິວ ເມດເວເດບ  ມື 2 ຂອງລາຍການຈາກຣັດເຊຍ. ຜ່ານການແຂ່ງຂັນຜົນປະກົດວ່າ ຢານນິກ ຊິນເນີ ໂຊຟອມເກັ່ງໄດ້ຢ່າງໂດດເດັ່ນ...

Continue reading

ນ້ຳໃຈຄູ

ງາມໃດທັນທຽບເທົ້າ                 ປຸນປຽບໃຈຄູ ເຮົານາ ງາມສາຍທາລາໄຫຼ                             ລ່ອງໂຕນຟອງຟົ້ງ ງາມປ່າດົງຜືນກວ້າງ                          ພົງພະນາຍາມສ່ອງ ຍັງບໍ່ຖ່ອງຮອດສ້ຽວ                            ນ້ຳໃຈເຈົ້າຊື່ວ່າຄູ ນີ້ແລ້ວ.   ຄູເປັນເໝືອຍໜ່ວຍແກ້ວ            ພິທູນຄ່າໃສງາມ ແສນສຳລານຍາມແລງ                       ເບິ່ງບໍ່ເຫີຍຫາຍຮ້ອນ ທັງຄຳວອນຈາເວົ້າ                               ຫຼານຜູ້ຮຽນຮ່ຳ ຈ້າວໂດຍນາງນາດຫຼ້າ                          ຄຳຄູເອີ່ຍວ່າເວົ້າ ນຳເຈົ້າໝູ່ນັກຮຽນ ທຸກຄົນແລ້ວ.   ຍາມເມື່ອສອນສັ່ງຊີ້...

Continue reading

ເຕະບານ ໂຄປາ ໂຄຄາ-ໂຄລາ ລາວ 2023 ຊີງຂັນລັດຖະມົນຕີ ສສກ ຈະເປີດສາກ 9 ຕຸລານີ້

ການແຂ່ງຂັນເຕະບານນັກຮຽນມົດຖະຍົມສຶກສາ ທົ່ວປະເທດ ຮຸ່ນອາຍຸບໍ່ເກີນ 17 ປີ (ຊາຍ-ຍິງ) ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ປະຈາປີ 2023 ຫຼື ລາຍການ “COPA Coca-Cola Laos 2023” ຈະເປີດສາກລະເບີດຄວາມມັນ ລະຫວ່າງວັນທີ 9 ຕຸລາ ຫາ ວັນທີ 8 ທັນວາ 2023 ນີ້. ພິທີຖະແຫຼງຂ່າວກະກຽມຄວາມພ້ອມຈັດການແຂ່ງຂັນລາຍການດ່ັງກ່າວ ຈັດຂຶ້ນໃນວັນທີ 4 ຕຸລາ 2023 ທີ່ສູນການຄ້າ ວຽງຈັນ ເຊັນເຕີ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ພູໄຊ ແພງພົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ...

Continue reading

ຟີຟາ ຢືນຢັນ ມີ 6 ຊາດ ຈາກ 3 ທະວີບ ຈະເປັນເຈົ້າພາບຮ່ວມ ຈັດເຕະບານໂລກ 2023

ສະຫະພັນກິລາບານເຕະສາກົນ ຫຼື ຟີຟາ ຢືນຢັນວ່າ ການແຂ່ງຂັນເຕະບານໂລກ ປີ 2030 ຈະຈັດຂຶ້ນໃນ 6 ປະເທດ ຈາກ 3 ທະວີບ ໂດຍແອັດສະປາຍ ຫຼື ສະເປນ ຈະເປັນເຈົ້າພາບຮ່ວມກັບ ປອກຕຸຍການ (ໂປຣຕຸເກດ) ແລະ ມາຣົກ (ໂມຣັອກໂກ) ຂະນະທີ່ 3 ເກມທຳອິດຂອງທົວນາເມນ ຈະແຂ່ງຂັນກັນທີີ່ປະເທດອຸຣຸໄກວ, ອາກຊັງຕີນ (ອາເຈນຕິນາ) ແລະ ປາຣາໄກວ. ຟີຟາ ລະບຸຕື່ມວ່າ 3 ເກມທຳອິດໃນການແຂ່ງຂັນເຕະບານໂລກ 2030 ຈະແຂ່ງຂັນກັນທີ່ 3 ຊາດຂອງທະວີບອາເມຣິກາໃຕ້ ເພື່ອເປັນການສະເຫຼີມສະຫຼອງ ຄົບຮອບ 100 ປີຂອງການແຂ່ງຂັນເຕະບານໂລກ...

Continue reading

ມ.ຂອນແກ່ນ ມອບອຸປະກອນກິລາກະຕໍ້ ໃຫ້ສະໂມສອນ ສີໂຄດຕະບອງ ສົ່ງເສີມນັກກິລາລາວກ້າວສູ່ສາກົນ

ສະມາຄົມກະຕໍ້ ມະຫາວິທະຍາໄລຂອນແກ່ນ (ມ.ຂອນແກ່ນ) ປະເທດໄທ ໃຫ້ການສະໜັບສະໜູນອຸປະກອນກິລາກະຕໍ້ຫຼາຍລາຍການ ສົ່ງເສີມການພັດທະນານັກກິລາກະຕໍ້ຂອງສະໂມສອນ ກະຕໍ້ ສີໂຄດຕະບອງ ເພື່ອສ້າງໂອກາດໃຫ້ນັກກິລາຂອງສະໂມສອນດັ່ງກ່າວໄດ້ມີການເຄື່ອນໄຫວໃຫ້ມີທ່າກ້າວທີ່ພົ້ນເດັ່ນກວ່າເກົ່າ ສາມາດກາຍເປັນນັກກິລາລະດັບຊາດ ແລະ ສາກົນ ໃນອະນາຄົດ. ພິທີມອບ-ຮັບການອຸປະຖຳເຄື່ອງໃນຄັ້ງນີ້ ໄດ້ມີຂຶ້ນເມື່ອບໍ່ດົນຜ່ານມາ ທີ່ສະໂມສອນດັ່ງກ່າວ ໂຮງຮຽນມັດທະຍົມຕອນປາຍ ມິດຕະພາບ ວຽງຈັນ-ໂຮ່ຈິມິນ ໂດຍເປັນການກ່າວມອບຂອງທ່ານ ສຸລິຍະ ອຸປະໂສກ ປະທານສະມາຄົມກິລາກະຕໍ້ ມະຫາວິທະຍາໄລຂອນແກ່ນ ແລະ...

Continue reading