ສູນຝຶກກອງພົນທະຫານຮາບທີ 4 ເປີດຂະບວນການກິລາມວນຊົນ ຕ້ອນວັນຄູແຫ່ງຊາດ ຄົບຮອບ 29 ປີ
ສູນຝຶກກອງພົນທະຫານຮາບທີ 4 ໄດ້ເປີດຂະບວນການແຂ່ງຂັນກິລາມວນຊົນ ໃນວັນທີ 28 ກັນຍາ 2023 ທີ່ເດີ່ນກິລາຂອງກົມກອງ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ແພງສະຫວັດ ແດງມະນີ ຫົວໜ້າການທະຫານສູນຝຶກ, ມີສະຫາຍ ພັນໂທ ສົມສະໜຸກ ພີສະຫວັນ ຫົວໜ້າການເມືອງສູນຝຶກ, ຄະນະພັກ-ຄະນະບັນຊາກອງຮ້ອຍ, ອະນຸກຳມະກາ, ພະນັກງານ-ນັກຮົບ ຕະຫຼອດບັນດານັກກິລາເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ສະຫາຍ ຮ້ອຍເອກ ສີວິໄຊ ເຄນວົງສັກ ຫົວໜ້າການທະຫານ...