ສສງ ມິດຕະພາບ ສາມາດລະດົມທຶນເຂົ້າຫຸ້ນສະມາຊິກເພີ່ມຂຶ້ນ 1 ພັນກວ່າບັນຊີ ເປັນເງິນ 8 ຕື້ກວ່າກີບ ໃນປີ 2023
ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດ ມິດຕະພາບ ຫຼື ສສງ ມິດຕະພາບ ຈັດກອງປະຊຸມໃຫຍ່ ປະຈຳປີ 2023 ເພື່ອສະຫຼຸບລາຍງານຜົນການດຳເນີນງານ ປະຈຳປີ 2023 ແລະ ແຜນການດຳເນີນງານ ປີ 2024 ຊຶ່ງປີຜ່ານມາ ສາມາດລະດົມທຶນເຂົ້າຫຸ້ນຂອງສະມາຊິກເພີ່ມຂຶ້ນລວມທັງໝົດ 1.247 ບັນຊີ ເປັນເງິນ 8 ຕື້ກວ່າກີບ.
ກອງປະຊຸມໃຫຍ່ ສະມາຊິກຂອງສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດ ມິດຕະພາບ ປະຈຳປີ 2023 ໄດ້ຈັດຂຶ້ນໃນວັນທີ 16 ມີນາ 2024 ທີ່ສະໂມສອນໃຫຍ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ທອງຈັນ ສຸກສະກຸນ ຮອງຫົວໜ້າພະແນກນະໂຍບາຍ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານ ແຫ່ງ ສປປ ລາວ, ທ່ານ ສົມມິດ ໂສຕາປະເສີດ ປະທານສະພາບໍລິຫານ ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດ ມິດຕະພາບ...








