Skip to main content

ສປປ ລາວ ເສີມສ້າງຄວາມເຂັ້ມແຂງດ້ານໂພຊະນາການ ສ້າງພື້ນຖານໃຫ້ອະນາຄົດອັນຮັ່ງມີຂອງປະເທດຊາດ

20/03/2024

ກອງປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ IX ໄດ້ມີຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານຂອງທ່ານ ດຣ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ປະທານຄະນະກໍາມະທິການແຫ່ງຊາດດ້ານໂພຊະນາການ,​ ທ່ານ ນາງ ອີນາ ມາຈູລໍນີແຕ ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ ທ່ານ ນາງ ດຣ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການອຸຍນິເຊັບ ປະຈຳ ສປປ ລາວ, ຕາງໜ້າໃນນາມກຸ່ມຄູ່ຮ່ວມພັດທະນາດ້ານການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ, ພ້ອມດ້ວຍ ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າກົມຈາກບັນດາກະຊວງທີ່ສໍາຄັນ, ຮອງເຈົ້າແຂວງ, ຄູ່ຮ່ວມພັດທະນາ, ​ອົງການຈັດຕັ້ງສັງຄົມ, ສະຖາບັນການສຶກສາ, ພາກເອກະຊົນ ແລະ ຕົວແທນໄວໝຸ່ມເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມດັ່ງກ່າວ, ເປັນກອງປະຊຸມປະຈໍາປີສໍາລັບວຽກງານໂພຊະນາການໃນ ສປປ ລາວ ແລະ ກອງປະຊຸ່ມໄດ້ຮັບຮູ້ເຖິງຄວາມສຳຄັນຂອງໂພຊະນາການ ແລະ ການບໍລິໂພກອາຫານທີ່ດີຕໍ່ສຸຂະພາບຂອງປະຊາຊົນລາວ ຊຶ່ງເປັນຂີດໝາຍອັນສໍາຄັນອັນໜຶ່ງໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ທັງນີ້, ໂດຍສືບຕໍ່ຈາກກອງປະຊຸມແຫ່ງຊາດດ້ານໂພຊະນາການໃນປີທີ່ຜ່ານມາ ຊຶ່ງໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງໂພຊະນາການຕໍ່ການພັດທະນາແບບຍືນຍົງ, ຫົວຂໍ້ຫຼັກໃນກອງປະຊຸມປີນີ້ ເເມ່ນໄດ້ສຸມໃສ່ເປັນພິເສດຕໍ່ຄວາມສຳຄັນຂອງໂພຊະນາການໃນການຂັບເຄື່ອນການລົງທຶນໃສ່ທຶນມະນຸດ ແລະ ການພັດທະນາປະເທດຊາດ ກໍຄືຫົວຂໍ້ “ໂພຊະນາການ ເພື່ອການພັດທະນາທຶນມະນຸດ” ຊຶ່ງຍັງສອດຄ່ອງກັບການບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມຂອງປະເທດ ພ້ອມທັງເປົ້າໝາຍການພັດທະນາແບບຍືນຍົງ (SDGs) ອີກເຊັ່ນກັນ.

ທ່ານ ດຣ ກິແກ້ວ ໄຂຄໍາພິທູນ ປະທານກອງປະຊຸມ ໄດ້ກ່າວວ່າ: “ໃນຂະນະທີ່ພວກເຮົາໄດ້ກ້າວເຂົ້າສູ່ປີ 2024 ຊຶ່ງເປັນຂີດໝາຍສໍາຄັນສຳລັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ເປົ້າໝາຍການພັດທະນາແບບຍືນຍົງສໍາລັບປີ 2030, ສປປ ລາວ ຍັງຄົງສືບຕໍ່ຈັດວາງເອົາວຽກງານໂພຊະນາການເປັນບູລິມະສິດ ແລະ ຍົກສູງບົດບາດສໍາຄັນຂອງມັນທີ່ມີຕໍ່ສຸຂະພາບ, ການເຕີບໂຕ ແລະ ການພັດທະນາປະເທດຂອງພວກເຮົາ”. ພ້ອມກັນນັ້ນ, “ກອງປະຊຸມແຫ່ງຊາດດ້ານໂພຊະນາການຄັ້ງນີ້, ຖືໄດ້ວ່າເປັນຂີດໝາຍອັນສຳຄັນ ເພື່ອປະເມີນຄືນເຖິງຜົນສໍາເລັດດ້ານໂພຊະນາການຂອງພວກເຮົາໃນປີ 2023 ເເລະ ໃຫ້ຄໍາໝັ້ນສັນຍາຮ່ວມຕໍ່ເປົ້າໝາຍໃນອະນາຄົດ ແລະ ກໍານົດຍຸດທະສາດຕ້ານບັນຫາການຂາດສານອາຫານສໍາລັບປີ 2024 ແລະ ຕໍ່ໆໄປ”.

ທ່ານ ນາງ ອີນາ ມາຈູລໍນີແຕ ກ່າວວ່າ: “ພວກເຮົາຂໍສະເເດງຄວາມຊົມເຊີຍຕໍ່ຄວາມພະຍາຍາມຂອງລັດຖະບານເເຫ່ງ ສປປ ລາວ ໃນປີ 2023 ແລະ ພັນທະສັນຍາທີ່ມີຂອງ ສປປ ລາວ ຕໍ່ການປະຕິບັດວຽກງານດ້ານໂພຊະນາການ”, “ສະຫະພາບເອີຣົບ ຂໍຢືນຢັນຄືນເຖິງຄຳໝັ້ນສັນຍາຂອງພວກເຮົາໃນການສະໜັບສະໜູນການຈັກຕັ້ງ ແຜນໂພຊະນາການແຫ່ງຊາດ ແຕ່ປີ 2021-2025. ເຖິງຢ່າງໃດກໍຕາມ, ເພື່ອບັນລຸແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ IX ແລະ ເປົ້າໝາຍການພັດທະນາແບບຍືນຍົງ, ພວກເຮົາຈໍາເປັນຕ້ອງໄດ້ມີການປະຕິບັດວຽກງານໂພຊະນາການຢ່າງມີສ່ວນຮ່ວມຫຼາຍຂຶ້ນ, ຂໍ້ສັງເກດຕ່າງໆຈາກໂຄງການຖານຂໍ້ມູນດ້ານໂພຊະນາການແຫ່ງຊາດ (NIPN) ແລະ ການປະເມີນຜົນຕ່າງໆ ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນໃນດ້ານນີ້. ດ້ວຍເຫດນີ້, ມັນຈຶ່ງຍັງເປັນສິ່ງສໍາຄັນທີ່ສຸດທີ່ຈະຕ້ອງມີການເສີມຂະຫຍາຍຂໍ້ສະເໜີແນະດ້ານນະໂຍບາຍ ແລະ ຮັບປະກັນໃຫ້ມີຄວາມກົມກຽວທາງດ້ານທິດທາງຕໍ່ໜ້າຂອງວຽກງານໂພຊະນາການໃນທົ່ວ ສປປ ລາວ”​.

ຜົນສໍາເລັດສໍາຄັນ ແລະ ບູລິມະສິດຕໍ່ໜ້າທີ່ໄດ້ຈັດວາງໃນກອງປະຊຸມ ລວມມີ ບົດສະຫຼຸບຄວາມຄືບໜ້າ, ຜົນສໍາເລັດທຽບກັບຄາດໝາຍທີ່ກໍານົດໄວ້ໃນເເຜນວຽກງານດ້ານໂພສະນາການເເຫ່ງຊາດ ແລະ ພັນທະສັນຍາ ແລະ ການປະຕິບັດ ສໍາລັບປີ 2024. ນອກຈາກນັ້ນ, ຍັງມີການລົງນາມໃນເອກະສານພັນທະສັນຍາອີກດ້ວຍ. ​

ທ່ານ ນາງ ດຣ ເພຍ ເຣເບລໂລ ບຣິດໂຕ ກ່າວວ່າ: “ໃນໂລກຂອງເຮົາປະຈຸບັນທີ່ມີຄວາມເຊື່ອມໂຍງລະຫວ່າງສຸຂະພາບ ແລະ ການເປັນຢູ່ທີ່ດີຂອງຊຸມຊົນ ຫຼາຍຂຶ້ນ, ມັນເປັນສິິ່ງສຳຄັນທີ່ພວກເຮົາຕ້ອງຮັບຮຸ້ວ່າ ໂພຊະນາການນັ້ນບໍ່ພຽງແຕ່ເປັນວຽກງານສຸຂະພາບເທົ່ານັ້ນ ແຕ່ມັນຍັງເປັນຮາກຖານສໍາຄັນຂອງການພັດທະນາເສດຖະກິດ-ສັງຄົມ ແລະ ການລົງທຶນໃນທຶນມະນຸດອີກດ້ວຍ”, “ຄວາມຄືບໜ້າທີ່ ສປປ ລາວ ໄດ້ສ້າງໄວ້ໃນມື້ນີ້ເພື່ອປັບປຸງໂພຊະນາການ ແມ່ນເປັນການຝັງເມັດພືດເພື່ອອະນາຄົດທີ່ເຂັ້ມເເຂງກວ່າເກົ່າ, ມີຄວາມສາມາດຜ່ານຜ່າອຸປະສັກຕ່າງໆ ແລະ ນຳໄປສູ່ຄວາມຮັງມີຂອງປະເທດຊາດໃນອະນາຄົດ. ອົງການອຸຍນິເຊັບ ຮູ້ສຶກພູມໃຈຫຼາຍທີ່ໄດ້ຍືນຄຽງຂ້າງ ສປປ ລາວ ໃນການຮ່ວມມືອັນສໍາຄັນນີ້ ເພື່ອຮັບປະກັນວ່າ ເດັກນ້ອຍທຸກຄົນ ແລະ ຊຸມຊົນທຸກແຫ່ງ ມີພື້ນຖານເພື່ອຄວາມສໍາເລັດໃນຊີວິດຜ່ານໂພຊະນາການທີ່ດີ.”

ນອກຈາກນີ້, ໃນກອງປະຊຸມໄດ້ມີຜູ້ຕາງໜ້າຈາກຂັ້ນບ້ານແລກປ່ຽນບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດໂຄງການບ້ານແບບຢ່າງດ້ານໂພຊະນາການທົ່ວຂະແໜງການ ຊຶ່ງໄດ້ສະແດງໃຫ້ເຫັນເຖິງຄວາມຄືບໜ້າທີ່ໂດດເດັ່ນ ແລະ ບັນລຸຜົນສໍາເລັດທີ່ດີ. ພ້ອມກັນນີ້, ບັນດາເຈົ້າແຂວງ ໄດ້ບັນທຶກ ແລະ ນໍາສະເໜີວິດີໂອທີ່ກ່າວເຖິງຜົນສໍາເລັດຫຼັກໆ ແລະ ຄໍາໜັ້ນສັນຍາແຕ່ນີ້ເຖິງປີ 2025. ຄໍາປະຕິຍານເຫຼົ່ານີ້, ແມ່ນສ້າງຂຶ້ນສະເພາະແຂວງຂອງເຂົາເຈົ້າ ແລະ ສອດຄ່ອງກັບຄາດໝາຍທີ່ກໍານົດໄວ້ໃນ NPAN ແລະ ເປົ້າໝາຍການພັດທະນາແບບຍືນຍົງ-ເປົ້າໝາຍທີ 2. ຫຼັງຈາກນັ້ນ, ຄູ່ຮ່ວມພັດທະນາໄດ້ຮຽກຮ້ອງເຖິງຄໍາໝັ້ນສັນຍາໄລຍະຍາວໃນການລົງທຶນໃສ່ມະນຸດ ເພື່ອມີໂພຊະນາການທີ່ດີກວ່າເກົ່າໃນທົ່ວທຸກຂະແໜງການ ແລະ ທຸກແຂວງໃນ ສປປ ລາວ.​​

ສໍາລັບກອງປະຊຸມໂພຊະນາການແຫ່ງຊາດ ປະຈໍາປີ ຄັ້ງທີ 9 ແມ່ນຈັດຂຶ້ນໂດຍລັດຖະບານແຫ່ງ ສປປ ລາວ ແລະ ໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບ, ລັດຖະບານສະຫະລັດອາເມຣິກາ, ອົງການອຸຍນິເຊັບ, ທະນາຄານໂລກ, ອົງການອາຫານໂລກ (WFP) ແລະ SUN CSA ປະເທດລາວ.

ຂ່າວທີ່ກ່ຽວຂ້ອງ



ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ

ສສກ ເຜີຍແຜ່ນິຕິກຳກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ປັບປຸງ (ອັດເດດ) ຂໍ້ມູນພະນັກງານ-ລັດຖະກອນ

ຫລາຍພາກສ່ວນມອບທຶນສະໜັບສະໜູນ ກອງປະຊຸມທົບທວນ ສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3

ສປປ ລາວ ສືບຕໍ່ດໍາເນີນກອງປະຊຸມລະດັບສູງ ເພື່ອທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3

ສສກ ລະດົມແນວຄວາມຄິດ ໃນການປັບປຸງ ກົດໝາຍວ່າດ້ວຍອາຊີວະສຶກສາ

ພະນັກງານ ສກມ 3 ເມືອງ ເປົ້າໝາຍ ແຂວງຫຼວງພະບາງ ຮັບການຍົກລະດັບດ້ານການວາງແຜນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ປີ 2026

ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ ຮອບວຽນທີ 3 ເປີດຢ່າງເປັນທາງການ

ແຂວງວຽງຈັນ ເລີ່ມຈັດຕັ້ງໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານຢູ່ 8 ແຫ່ງ ໃນ 4 ເມືອງ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ສສກ ເນັ້ນໃຫ້ໂຮງຮຽນສາມັນພອນສະຫວັນແຂວງຄຳມ່ວນ ສືບຕໍ່ຮັກສາມູນເຊື້ອສ້າງ “ນັກຮຽນເກັ່ງ”

ແຂວງວຽງຈັນ ຮັກສາແຊ້ມປະເພດເຮືອກິລາ, ເຈົ້າຫຼວງ ບ້ານເມືອງຂາຍ ຄວ້າແຊ້ມເຮືອປະເພນີ ໃນງານບຸນຊ່ວງເຮືອ ນະຄອນຫຼວງພະບາງ 2026

ທ່ານຮອງນາຍົກລັດຖະມົນຕີ ຢ້ຽມຢາມ ບໍລິສັດຝຸ່ນອາຊີໂປຕາສ ພ້ອມສະເໜີໃຫ້ສືບຕໍ່ຊ່ວຍເຫຼືອວຽກງານການສຶກສາ ຢູ່ແຂວງຄຳມ່ວນ