ສົກຜ່ານມາ ມສ ຊົນເຜົ່າແຂວງສະຫວັນນະເຂດ ສອບເສັງຈົບ ມ.4-ມ.7 ໄດ້ 100 ເປີເຊັນ
21/03/2024

ໃນສົກຮຽນ 2022-2023 ຜ່ານມາ ການຈັດຕັ້ງປະຕິບັດການຮຽນ ການສອນ ຂອງໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ ມີຜົນງານພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ປີທີ 4 (ມ.4) ແລະ ມັດທະຍົມສຶກສາຕອນປາຍປີທີ 7 (ມ.7) ສາມາດປະຕິບັດໄດ້ 100 ເປີເຊັນ. ຂະນະທີ່ການສອບເສັງເລື່ອນຊັ້ນ ປະຕິບັດໄດ້ 98 ເປີເຊັນ (ລື່ນຄາດໝາຍ 3 ເປີເຊັນ).
ທ່ານ ສົມລິດ ອຸ່ນທະວີ ຜູ້ອຳນວຍການ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ ໃຫ້ສຳພາດຕໍ່ທີມງານນັກຂ່າວຈາກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ເມື່ອບໍ່ດົນມານີ້ວ່າ: ສຳລັບໂຮງຮຽນແຫ່ງນີ້ ສ້າງຕັ້ງຂຶ້ນເພື່ອຕອບສະໜອງນະໂຍບາຍຂອງພັກ-ລັດ ໃນການພັດທະນາວຽກງານການສຶກສາ ໂດຍສະເພາະແມ່ນການແກ້ໄຂຄວາມຫຍຸ້ງຍາກ ຫຼື ສ້າງເງື່ອນໄຂໃຫ້ເດັກໃນເກນອາຍຸເຂົ້າຮຽນເຂດຫ່າງໄກສອກຫຼີກ ແລະ ດ້ອຍໂອກາດທາງການສຶກສາໃນຂອບເຂດທົ່ວປະເທດ ເວົ້າລວມ, ເວົ້າສະເພາະແມ່ນພາຍໃນແຂວງສະຫວັນນະເຂດຂອງພວກເຮົາ ໄດ້ເຂົ້າຮຽນຢ່າງທົ່ວເຖິງ ຊຶ່ງການສິດສອນຮ່ຳຮຽນນັ້ນແມ່ນປະຕິບັດຕາມຫຼັກສູດສາມັນສຶກສາ ໄປຄຽງຄູ່ກັບການຮຽນການສອນຕາມນິຕິກຳຂອງກະຊວງ ສສກ ວ່າດ້ວຍວິຊາຊີບຄູ່ຂະໜານວິຊາສາມັນສຶກສາ ກັບ ວິຊາຊີບ ແລະ ວິຊາຊີບໄລຍະສັ້ນ ແຕ່ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງໂຮງຮຽນ.
ສຳລັບການຈັດຕັ້ງການຮຽນການສອນໃນສົກຮຽນ 2022-2023 ຜ່ານມາ ເຫັນວ່າໂຮງຮຽນຂອງພວກເຮົາມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນ ການສອບເສັງຈົບຊັ້ນ ມ.4 ແລະ ມ.7 ສາມາດປະຕິບັດໄດ້ 100 ເປີເຊັນ; ການສອບເສັງເລື່ອນຊັ້ນ ປະຕິບັດໄດ້ 98 ເປີເຊັນ (ລື່ນແຜນການ 3 ເປີເຊັນ); ມີນັກຮຽນໄດ້ໄປຮຽນຕໍ່ວິຊາຊີບຊັ້ນປະລິນຍາຕີ 18 ຄົນ, ຍິງ 10 ຄົນ ແລະ ໄປຮຽນຕໍ່ຕ່າງປະເທດ 9 ຄົນ, ຍິງ 7 ຄົນ; ຈົບວິຊາຊີບຊັ້ນຕົ້ນ 2 ຊຸດ ຄື: ກ່ອນສອບເສັງຈົບ ມ.7 ຈຳນວນ 1 ຊຸດ ວິຊາໄຟຟ້າ 35 ຄົນ, ຍິງ 10 ຄົນ ແລະ ຈົບວິຊາຊີບຊັ້ນຕົ້ນໄລຍະພັກແລ້ງ 1 ຊຸດ ຈຳນວນ 20 ຄົນ, ຍິງ 5 ຄົນ; ໄດ້ຮັບຂັນຊະນະເລີດ ການແຂ່ງຂັນຮ້ອງເພງຊີງຂັນທ່ານເຈົ້າແຂວງ 1 ລາຍການ; ໄດ້ຮັບຂັນຊະນະເລີດ ການແຂ່ງຂັນບານເຕະຊີງຂັນປະທານສະຫະພັນບານເຕະແຂວງ 1 ລາຍການ; ສາມາດແກ້ໄຂຊີວິດການເປັນຢູ່ຂອງນັກຮຽນຕິດພັນກັບແຮງງານສຶກສາ ໃຊ້ເວລາຫວ່າງໃນການປູກຝັງລ້ຽງສັດທີ່ເປັນວິຊາຊີບພື້ນຖານຂອງນັກຮຽນ ເຊັ່ນ: ລ້ຽງສັດບົກປ້ອນເຂົ້າເຮືອນຄົວລວມ ໄດ້ 350 ກິໂລ, ລ້ຽງສັດນ້ຳປ້ອນເຂົ້າເຮືອນຄົວລວມ ໄດ້ 1.200 ກິໂລ ແລະ ປູກຝັງປ້ອນເຂົ້າເຮືອນຄົວລວມ ໄດ້ 1.520 ກິໂລ.
ຄຽງຄູ່ກັບຜົນສຳເລັດທີ່ກ່າວມານັ້ນ ຍັງມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກບາງປະການ ໃນນີ້ຂໍ້ສະດວກໂຮງຮຽນສາມັນກິນນອນຊົນເຜ່ົາແຂວງ ເປັນໂຮງຮຽນທີ່ຂຶ້ນກັບການນຳພາຊີ້ນຳຈາກພະແນກສຶກສາທິການ ແລະ ກິລາໂດຍກົງ ແລະ ຮອບດ້ານ ເຮັດໃຫ້ມີຄວາມສະດວກໃນການຈັດສັນຫານັກຮຽນທີ່ບັນຈຸເຂົ້າໃນໂຮງຮຽນ ແລະ ການຈັດສັນຫາບ່ອນຮຽນວິຊາຊີບຂອງນັກຮຽນທີ່ຈົບ ມ.4 ແລະ ມ.7, ທຸກສົກຮຽນບໍ່ມີນັກຮຽນເສັງຕົກ ແລະ ຄ້າງຫ້ອງ, ນັກຮຽນນອນໃນມີໂອກາດຮຽນຕອນກາງເວັນ ແລະ ໄດ້ຂຶ້ນຫ້ອງຄົ້ນຄວ້າລວມກັນໃນພາກຄ່ຳ, ຫໍພັກຕັ້ງຢູ່ໃນໂຮງຮຽນ, ມີອຸປະກອນການຮຽນການສອນ ແລະ ເຄື່ອງໃຊ້ຊີວິດປະຈຳວັນພຽງພໍ ແລະ ມີອາຄານສະຖານທີ່ພຽງພໍ ແລະ ເໝາະສົມກັບການເຮັດກິດຈະກຳຕ່າງໂມງຮຽນຕິດພັນກັບດ້ານແຮງງານສຶກສາ. ສ່ວນຂໍ້ຫຍຸ້ງຍາກ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ ເປັນໂຮງຮຽນມັດທະຍົມສົມບູນຊົນເຜົ່າແຫ່ງດຽວຂອງແຂວງ ສ່ວນວິຊາຮຽນ ແມ່ນເອກະພາບກັບໂຮງຮຽນສາມັນທົ່ວໄປ ແຕ່ເປັນໂຮງຮຽນທີ່ມີນັກຮຽນນອນໃນຈຳນວນຫຼາຍທີ່ຈະຕ້ອງໄດ້ເບິ່ງແຍງດູແລຊີວິດການເປັນຢູ່ຂອງນັກຮຽນຢ່າງຮອບດ້ານ ແລະ ງົບປະມານກໍມີບໍ່ພຽງພໍກັບຄວາມຕ້ອງການຂອງນັກຮຽນ; ນັກຮຽນມາຈາກເຂດຫ່າງໄກສອກຫຼີກ ມີເຖິງ 7 ຊົນເຜົ່າ ແລະ 5 ພາສາ ທີ່ມີຄວາມແຕກຕ່າງກັນທາງດ້ານຮີດຄອງປະເພນີ, ຄວາມເຊື່ອຖື ແລະ ພາສາທ້ອງຖິ່ນ ແຕ່ຕ້ອງໄດ້ມາຮຽນພາສາລາວ ຊຶ່ງເປັນພາສາກາງຂອງ ສປປ ລາວ ເຮັດໃຫ້ຕ້ອງໄດ້ມີການສອນບຳລຸງທີ່ຈຳເປັນ 2 ຢ່າງໄປພ້ອມກັນ, ມີຄວາມຮັບຜິດຊອບເວລານັກຮຽນເຈັບເປັນ ຫຼື ເສຍຊີວິດ ຊຶ່ງມີຄວາມຫຍຸ້ງຍາກໃນການຄຸ້ມຄອງ.
ທ່ານຜູ້ອຳນວຍການ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ ກ່າວອີກວ່າ: ສຳລັບແຜນການສູ້ຊົນໃນສົກຮຽນຕໍ່ໄປ ຈະສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບຫຼັກການ ແລະ ກົດໝາຍຂອງລັດ, ແຜນພັດທະນາການສຶກສາ ແລະ ກິລາ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ຂອງເມືອງໃຫ້ປະກົດຜົນເປັນຈິງ; ຊຸກຍູ້ໃຫ້ພະນັກງານຄູອາຈານ ໄປຍົກລະດັບວິຊາສະເພາະໃຫ້ສູງຂຶ້ນ ແລະ ຕໍ່ເນື່ອງ; ພັດທະນາການສອນສົ່ງຄວາມຮູ້ຂອງຄູໃຫ້ນັກຮຽນໃຫ້ດີຂຶ້ນ ເທົ່າທຽບກັບໂຮງຮຽນອື່ນໆລະດັບແຂວງ ແລະ ລະດັບຊາດ; ແກ້ໄຂພຶດຕິກຳຂອງນັກຮຽນທີ່ຕິດພັນກັບດ້ານຄຸນສົມບັດສຶກສາ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆໃນໂຮງຮຽນ; ແກ້ໄຂດ້ານວິຊາຊີບຂອງນັກຮຽນທີ່ຕົກຄ້າງ ຫຼັງຈົບ ມ.7, ເປີດວິຊາຊີບຄູ່ຂະໜານຮຽນ ຊັ້ນ ມ.ປາຍ ແລະ ໄລຍະພັກພາກຮຽນ ຊຸດທີ 2 ໃຫ້ສຳເລັດ.
ສຳລັບໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ ຕັ້ງຢູ່ບ້ານນາເຊັງ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ປັດຈຸບັນມີພະນັກງານ, ຄູອາຈານທັງໝົດ 56 ຄົນ, ຍິງ 36 ຄົນ ແລະ ມີນັກຮຽນ 635 ຄົນ, ຍິງ 316 ຄົນ. ໃນນີ້ແບ່ງເປັນນັກຮຽນ ຊັ້ນ ມ.ຕົ້ນ ຈຳນວນ 342 ຄົນ, ຍິງ 166 ຄົນ ແລະ ຊັ້ນ ມ.ປາຍ 293 ຄົນ, ຍິງ 150 ຄົນ.
ໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວທີ່ກ່ຽວຂ້ອງ