Skip to main content

ສສງ ມິດຕະພາບ ສາມາດລະດົມທຶນເຂົ້າຫຸ້ນສະມາຊິກເພີ່ມຂຶ້ນ 1 ພັນກວ່າບັນຊີ ເປັນເງິນ 8 ຕື້ກວ່າກີບ ໃນປີ 2023

22/03/2024

ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດ ມິດຕະພາບ ຫຼື ສສງ ມິດຕະພາບ ຈັດກອງປະຊຸມໃຫຍ່ ປະຈຳປີ 2023 ເພື່ອສະຫຼຸບລາຍງານຜົນການດຳເນີນງານ ປະຈຳປີ 2023 ແລະ ແຜນການດຳເນີນງານ ປີ 2024 ຊຶ່ງປີຜ່ານມາ ສາມາດລະດົມທຶນເຂົ້າຫຸ້ນຂອງສະມາຊິກເພີ່ມຂຶ້ນລວມທັງໝົດ 1.247 ບັນຊີ ເປັນເງິນ 8 ຕື້ກວ່າກີບ.

ກອງປະຊຸມໃຫຍ່ ສະມາຊິກຂອງສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດ ມິດຕະພາບ ປະຈຳປີ 2023 ໄດ້ຈັດຂຶ້ນໃນວັນທີ 16 ມີນາ 2024 ທີ່ສະໂມສອນໃຫຍ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ທອງຈັນ ສຸກສະກຸນ ຮອງຫົວໜ້າພະແນກນະໂຍບາຍ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານ ແຫ່ງ ສປປ ລາວ, ທ່ານ ສົມມິດ ໂສຕາປະເສີດ ປະທານສະພາບໍລິຫານ ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດ ມິດຕະພາບ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສະມາຊິກເຂົ້າຮ່ວມ.

ໂອກາດນີ້, ທ່ານ ສົມມິດ ໂສຕາປະເສີດ ໄດ້ສະຫຼຸບລາຍງານຜົນການດຳເນີນງານ ປະຈຳປີ 2023 ແລະ ແຜນການດຳເນີນງານ ປີ 2024 ໃຫ້ຮູ້ວ່າ: ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດ ມິດຕະພາບ ແມ່ນທຸລະກິດລວມໝູ່ ທີ່ໄດ້ສ້າງຕັ້ງຂຶ້ນຕາມໃບອະນຸຍາດຈາກກົມຄຸ້ມຄອງສະຖາບັນການເງິນ ທະນາຄານ ແຫ່ງ ສປປ ລາວ ເມື່ອເດືອນພຶດສະພາ 2009 ແລະ ໄດ້ຮັບໃບທະບຽນວິສະຫະກິດຈາກກະຊວງອຸດສາຫະກຳ ແລະ ການຄ້າ ໃນເດືອນສິງຫາ 2009. ສຳລັບຜົນການດຳເນີນງານ ປະຈຳປີ 2023 ແມ່ນໄດ້ຮັບຜົນສຳເລັດຫຼາຍຢ່າງ ເປັນຕົ້ນການລະດົມທຶນເຂົ້າຫຸ້ນຂອງສະມາຊິກເພີ່ມຂຶ້ນລວມທັງໝົດ 1.247 ບັນຊີ ເປັນເງິນ 8.654.000.000 ກີບ ບັນລຸ 87% ທຽບກັບແຜນປີ, ມີເງິນຝາກປະຫຍັດສະມາຊິກທັງໝົດ 257 ບັນຊີ ເປັນເງິນ 213 ລ້ານກວ່າກີບ ຫຼື 43% ທຽບກັບແຜນປີ, ເງິນຝາກປະຈຳສະມາຊິກທັງໝົດ 49 ບັນຊີ ເປັນເງິນ 3.940.000.000 ກີບ ບັນລຸ 143% ທຽບກັບແຜນປີ ແຕ່ຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ໂດຍສະເພາະສະມາຊິກສ່ວນຫຼາຍເຂົ້າຫຸ້ນບໍ່ປົກກະຕິ, ພາຍຫຼັງສິ້ນສຸດເງິນກູ້ແລ້ວຂໍຖອນຫຸ້ນພ້ອມ ແລະ ຍັງຄ້າງຈ່າຍອາກອນລາຍໄດ້ຂອງສະມາຊິກແຕ່ລະຄົນໃນປີ 2023 ຍ້ອນບໍ່ທັນໄດ້ແບ່ງປັນຜົນກຳໄລ.

ສ່ວນວຽກງານສິນເຊື່ອ ຊຶ່ງເຫັນວ່າຄຸນນະພາບສິນເຊື່ອຢູ່ໃນລະດັບດີກວ່າມາດຕະຖານ ແລະ ແຜນທີ່ກຳນົດໄວ້ ບໍ່ມີຍອດເງິນກູ້ຊັກຊ້າເກີນ 30 ວັນ, ອັດຕາໜີ້ຊັກຊ້າເກີນ 180 ວັນ ພຽງ 0,1%, ເງິນກູ້ຄ້າງຊຳລະທັງໝົດ 574 ບັນຊີ ເປັນຈຳນວນເງິນ 11.373.000.000 ກີບ ເພີ່ມຂຶ້ນ ທຽບກັບປີ 2022, ຜົນກຳໄລຂອງອາກອນ 1.831.000.000 ກີບ. ປີ 2023 ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດ ມິດຕະພາບ ມີລາຍຮັບທັງໝົດ 3.881.000.000 ກີບ ແລະ ລາຍຈ່າຍທັງໝົດ 2.490.000.000 ກີບ, ມີຄັງແຮຕາມລະບຽບ 74 ລ້ານກວ່າກີບ, ສະຫວັດດີການເສຍຊີວິດ 44 ລ້ານກວ່າກີບ, ພັດທະນາຂີດຄວາມສາມາດ 59 ລ້ານກວ່າກີບ ແລະ ກໍ່ສ້າງສຳນັກງານ 193 ລ້ານກວ່າກີບ.

ສຳລັບແຜນດຳເນີນງານ ໂດຍສະເພາະເປົ້າໝາຍສູ້ຊົນ ປີ 2024 ແມ່ນໃຫ້ຈຳນວນສະມາຊິກເພີ່ມຂຶ້ນຫຼັກ 2.000 ຄົນ, ຫຸ້ນສະມາຊິກເພີ່ມຂຶ້ນເປັນ 14.568.000.000 ກີບ, ອັດຕາໜີ້ຊັກຊ້າປະມານ 0,5% ແລະ ເປົ້າໝາຍຕົວເລກອື່ນໆລວມກັນເປັນຊັບສິນປະມານ 26.772.000.000 ກີບ. ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດ ມິດຕະພາບ ດຳເນີນງານມາເປັນປີທີ 15 ສາມາດແກ້ໄຂບັນຫາການເງິນ ໂດຍສະເພາະຊ່ວຍເຫຼືອສະມາຊິກ ກໍຄືປະຊາຊົນ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກຕາມແນວທາງຂອງພັກ ແລະ ວຽກງານສາມສ້າງຂອງລັດຖະບານ.

ໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ