ໂຮງຮຽນ ເພື່ອນມິດ ເປັນອີກໜຶ່ງສະຖານການສຶກສາເອກະຊົນ ຊ່ວຍປະກອບສ່ວນສ້າງນັກຮຽນເກັ່ງໃຫ້ແຂວງອຸດົມໄຊ

ວຽກງານການສຶກສາ ແມ່ນຂະບວນການສອນ, ການຮຽນຮູ້ ທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບວິທະຍາສາດທຳມະຊາດ, ວິທະຍາສາດສັງຄົມ ແລະ ເຕັກໂນໂລຊີ ເພື່ອພັດທະນາຊັບພະຍາກອນມະນຸດໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຮອບດ້ານ. ສະນັ້ນ, ພັກ-ລັດຖະບານ ຈຶ່ງໄດ້ກຳນົດເອົາວຽກງານການສຶກສາເປັນວຽກງານໃຈກາງຂອງການພັດທະນາຊັບພະຍາກອນມະນຸດ ແລະ ສົ່ງເສີມທຸກເພດໄວ ແລະ ທຸກເຜົ່າ ໃຫ້ເຂົ້າເຖິງການສຶກສາ ຢ່າງທົ່ວເຖິງ ແລະ ມີຄຸນນະພາບ ເຊັ່ນດຽວກັບ ທ່ານ ນາງ ມີນາ ຜູ້ອຳນວຍການໂຮງຮຽນ ເພື່ອນມິດ ທີ່ເລັງເຫັນຄວາມໝາຍຄວາມສຳຄັນຂອງວຽກງານການສຶກສາເຖິງວ່າຕົນເອງຈະບໍ່ແມ່ນຄົນລາວ ແຕ່ກໍເຫັນໄດ້ເບິ່ງອອກເຖິງຄວາມສຳຄັນຂອງວຽກງານການສຶກສາໃນ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນຢູ່ແຂວງອຸດົມໄຊ ຈຶ່ງໄດ້ຈົກເງິນສ່ວນຕົວ ສ້າງໂຮງຮຽນ ເພື່ອນມິດ ຂຶ້ນມາ ເພື່ອສ້າງໂອກາດໃຫ້ເດັກນ້ອຍທຸກຍາກທີ່ບໍ່ມີໂອກາດໄດ້ເຂົ້າເຖິງການສຶກສາຢ່າງມີຄຸນນະພາບ ເມື່ອເຕີບໃຫຍ່ຂຶ້ນມາຈະກາຍເປັນອີກໜຶ່ງກຳລັງແຮງໃນການປະກອບສ່ວນຊ່ວຍສ້າງສາພັດທະນາປະເພດຊາດ ໃຫ້ຈະເລີນຮຸ່ງເຮືອງສີວິໄລ ດັ່ງຄຳສຸພາສິດທີ່ວ່າ “ເດັກນ້ອຍໃນວັນນີ້ ຄືໃນວັນໜ້າ”.
ທ່ານ ນາງ ມີນາ ຜູ້ອຳນວຍການໂຮງຮຽນ ເພື່ອນມິດ ໃຫ້ສຳພາດຕໍ່ທີມງານນັກຂ່າວ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ວ່າ: ສຳລັບແນວຄວາມຄິດ ແລະ ແຮງຈູງໃຈ ທີ່ເຮັດໃຫ້ຕົນຢາກລົງທຶນໃສ່ກັບວຽກງານການສຶກສານັ້ນ ແມ່ນຍ້ອນວ່າແມ່ຂອງຂ້ອຍ ເປັນຄົນເກົາຫຼີ ແລະ ໃນຕອນນັ້ນຢູ່ເກົາຫຼີກໍທຸກຍາກລຳບາກຫຼາຍ ແມ່ຈຶ່ງຢາກໃຫ້ລູກຮຽນໜັງສືເກັ່ງໆເມື່ອເຕີບໃຫຍ່ຂຶ້ນມາຈະໄດ້ມີອະນາຄົດທີ່ດີ ແລະ ມີວຽກເຮັດງານທຳທີ່ແນ່ນອນ ຈົນໃນທີ່ສຸດຕົນເອງໄດ້ມີໂອກາດມາເຮັດວຽກທີ່ສປປ ລາວ ຈຶ່ງມີແນວຄວາມຄິດຢາກປະກອບສ່ວນໃນການພັດທະນາວຽກງານການສຶກສາ ແລະ ກໍເລັງເອົາແຂວງອຸດົມໄຊ ເປັນເປົ້າໝາຍຫຼັກ ຈົນໃນທີ່ສຸດຕົນເອງກໍຕັດສິນໃຈທຸ້ມທຶນ ຈຳນວນ 2 ແສນໂດລາສະຫະລັດ ໃນເບື້ອງຕົ້ນ ເພື່ອສ້າງຕັ້ງໂຮງຮຽນເພື່ອນມິດຂຶ້ນ ເມື່ອປີ 2017 ມາຮອດປັດຈຸບັນ ກໍຄືສົກຮຽນ 2023-2024 ໂຮງຮຽນຂອງພວກເຮົາມີພະນັກງານ, ຄູອາຈານ ທັງໝົດ 40 ຄົນ (ຄູສອນ 26 ຄົນ) ແລະ ມີນັກຮຽນ 450 ຄົນ ນັບແຕ່ຊັ້ນອະນຸບານ ຈົນເຖິງຊັ້ນມັດທະຍົມສຶກສາ ປີທີ 7.
ສຳລັບຫຼັກສູດການຮຽນການສອນ ທາງໂຮງຮຽນເຮົາແມ່ນນຳໃຊ້ຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ ຊຶ່ງຜ່ານການຈັດຕັ້ງການຮຽນການສອນ ເຫັນວ່າໂຮງຮຽນຂອງເຮົາສາມາດສ້າງນັກຮຽນເກັ່ງຂັ້ນໂຮງຮຽນ, ຂັ້ນເມືອງ, ຂັ້ນແຂວງ ໄດ້ດ້ວຍດີເລື້ອຍມາ ແລະ ພິເສດໃນສົກຮຽນ 2023-2024 ນີ້ ໂຮງຮຽນຂອງເຮົາຍັງສາມາດສ້າງນັກຮຽນເກັ່ງອັນດັບທີ 1 ຂອງແຂວງ ຄືວິຊາຄະນິດສາດ ແລະ ວິຊາເຄມີສາດ ກຽມຕາງໜ້າແຂວງອຸດົມໄຊ ເຂົ້າຮ່ວມສອບເສັງລະດັບຊາດໃນມໍ່ໆນີ້ອີກດ້ວຍ.
ຄຽງຄູ່ກັນນີ້, ຕະຫຼອດ 7 ສົກຮຽນ ຜ່ານມາ ທີ່ໄດ້ຈັດຕັ້ງການຮຽນການສອນດ້ວຍຄວາມຮັບຜິດຊອບສູງ ເຫັນວ່າ ມີສຽງຕອບຮັບທີ່ດີຈາກສັງຄົມ ກໍຄືພໍ່ແມ່ຜູ້ປົກຄອງນັກຮຽນ ນອກນີ້ທາງໂຮງຮຽນເພື່ອນມິດຂອງພວກເຮົາຍັງມີນະໂຍບາຍໃຫ້ກັບນັກຮຽນທຸກຍາກ ດ້ວຍການຫຼຸດຄ່າຮຽນ 30% ອີກດ້ວຍ.
ທ່ານຜູ້ອຳນວຍການໂຮງຮຽນ ເພື່ອນມິດ ກ່າວອີກວ່າ: ສຳລັບວິທີການສ້າງນັກຮຽນເກັ່ງນັ້ນ ທາງຄະນະອຳນວຍການ ກໍຄືຜູ້ບໍລິຫານໂຮງຮຽນເພື່ອນມິດຂອງພວກເຮົາແມ່ນໄດ້ເນັ້ນໜັກໃຫ້ພະນັກງານ, ຄູອາຈານ ເອົາໃຈໃສ່ຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່ການສິດສອນ ນອກຈາກການສອນສິດໃນໂມງຮຽນປົກກະຕິແລ້ວ ຍັງມີການສອນເພີ່ມນອກໂມງຕື່ມອີກສຳລັບນັກຮຽນທີ່ເປັນເປົ້າໝາຍນັກຮຽນເກັ່ງ. ສ່ວນວ່າຄູນັ້ນກໍໄດ້ມີການສົ່ງໄປຍົກລະດັບບຳລຸງດ້ານວຽກງານວິຊາສະເພາະໃຫ້ໄດ້ປີລະ 2 ຄັ້ງ ຫຼືຫຼາຍກວ່ານັ້ນຕາມເງື່ອນໄຂ ທັງນີ້ທັງນັ້ນກໍເພື່ອເຮັດໃຫ້ພະນັກງານ, ຄູອາຈານ ມີຄວາມຮູ້ຄວາມສາມາດໃນລະດັບທີ່ສູງຂຶ້ນ ເພື່ອມາປະກອບສ່ວນຊ່ວຍສ້າງສາດພັດທະນາໂຮງຮຽນໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານທີ່ທາງພະແນກສຶກສາທິການ ແລະ ກິລາແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ ວາງອອກເທື່ອລະກ້າວ.
ສຳລັບໂຮງຮຽນເພື່ອນມິດ ແມ່ນຕັ້ງຢູ່ບ້ານບໍ່ ເມືອງໄຊ ແຂວງອຸດົມໄຊ ເລີ່ມຮັບນັກຮຽນຕັ້ງແຕ່ຊັ້ນອະນຸບານ ຈົນເຖິງຊັ້ນມັດທະຍົມສຶກສາຕອນປາຍ ປີທີ 7 ຫຼື ມ.7 ໂດຍທາງໂຮງຮຽນແມ່ນມີຫໍພັກໃຫ້ກັບພະນັກງານ, ຄູອາຈານ ແລະ ນ້ອງນັກຮຽນ ທີ່ຢູ່ເຂດຫ່າງໄກສອກຫຼີກ, ມີອາຫານທ່ຽງ ແລະ ມີລົດຮັບສົ່ງນ້ອງນັກຮຽນ ເພື່ອອຳນວຍຄວາມສະດວກໃຫ້ກັບຄູອາຈານ ແລະ ນ້ອງນັກຮຽນອີກດ້ວຍ.
ໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວທີ່ກ່ຽວຂ້ອງ