Skip to main content

ທີມງານສື່ມວນຊົນ ສສກ ສຳເລັດການລົງເຄື່ອນໄຫວສຳພາດຜົນງານພົ້ນເດັ່ນຂະແໜງການສຶກສາ-ກິລາ 3 ແຂວງພາກກາງ

22/03/2024

ທີມງານສື່ມວນຊົນຈາກຂະແໜງວາລະສານ ແລະ ໜັງສືພິມ, ວິທະຍຸ ແລະ ໂທລະພາບສຶກສາ-ກິລາ, ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ສຳເລັດການລົງເຄື່ອນໄຫວສຳພາດຜົນງານອັນພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທ້າຍ ແລະ ແຜນວຽກຈຸດສຸມຕໍ່ໜ້າ ໃນຂະແໜງການສຶກສາ ແລະ ກິລາ ຢູ່ 3 ແຂວງພາກກາງ ຄື: ແຂວງບໍລິຄຳໄຊ, ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ ເພື່ອນຳມາໂຄສະນາເຜີຍແຜ່ຜ່ານທາງສື່ມວນຊົນຂອງກະຊວງ ສສກ ໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານການສຶກສາຂັ້ນທ້ອງຖິ່ນຫຼາຍຂຶ້ນ.


ການລົງເຄື່ອນໄຫວສຳພາດຜົນງານພົ້ນເດັ່ນໃນຄັ້ງນີ້ ໄດ້ມີຂຶ້ນໃນລະຫວ່າງວັນທີ 11-20 ມີນາ 2024 ນຳພາທີມງານໂດຍ ທ່ານ ຈັນທະຄາດ ອິນທະດາລິນ ຮັກສາການຮອງຫົວໜ້າຂະແໜງວາລະສານ ແລະ ໜັງສືພິມ, ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ຊຶ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ ແລະ ທ່ານ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ພ້ອມນີ້ຍັງມີຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ/ນະຄອນ, ອຳນວຍການ-ຮອງອຳນວຍການວິທະຍາໄລເຕັກນິກວິຊາຊີບແບບປະສົມແຂວງ, ໂຮງຮຽນ ມສ ຊົນເຜົ່າ, ໂຮງຮຽນ ມສ ແລະ ໂຮງຮຽນ ປະຖົມສົມບູນ ຕະຫຼອດຮອດພະນັກງານ, ຄູອາຈານ ແລະ ນ້ອງນັກຮຽນຢ່າງພ້ອມພຽງ.

ການລົງເຄື່ອນໄຫວຄັ້ງນີ້ ແມ່ນໄດ້ສຳພາດຫົວໜ້າໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ/ນະຄອນ, ວິທະຍາໄລ-ໂຮງຮຽນເຕັກນິກວິຊາຊີບແຂວງ, ໂຮງຮຽນມັດທະຍົມສຶກສາສົມບູນ, ໂຮງຮຽນສາມັນກິນນອນຊົນເຜົ່າ ແລະ ໂຮງຮຽນປະຖົມສົມບູນ ທີ່ມີຜົນງານຜົນເດັ່ນທາງດ້ານການຮຽນການສອນ, ວຽກງານກິລາ-ສິລະປະ ລວມທັງໝົດ 18 ພາກສ່ວນ ແບ່ງເປັນ ແຂວງລະ 6 ພາກສ່ວນ ເພື່ອເຜີຍແຜ່ໂຄສະນາວຽກງານການສຶກສາ ແລະ ກິລາ ທີ່ພົ້ນເດັ່ນຢູ່ທ້ອງຖິ່ນໃຫ້ສັງຄົມຮັບຊາບ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ