Skip to main content

ຄະນະຮັບຜິດຊອບໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະ III ຕີລາຄາຄືນໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ

19/03/2024

ກົມແຜນການ ກະຊວງສຶກສາທິການ ແລະ ກິລາ (ສສກ)  ໄດ້ຈັດກອງປະຊຸມຄະນະຮັບຜິດຊອບໂຄງການ ກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະ III  “ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ’’ (GPEIII:LEAP) ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມກະຊວງດັ່ງກ່າວ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ບຸນປັນ ໄຊມຸນຕຣີ ຫົວໜ້າກົມແຜນການ ສສກ, ມີຄະນະກົມ, ຜູ້ຕາງໜ້າຈາກກົມອ້ອມຂ້າງ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ປອ ບຸນປັນ ໄຊມຸນຕຣີ ໄດ້ກ່າວວ່າ: ກອງປະຊຸມຄະນະຮັບຜິດຊອບໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະ III “ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ’’ (GPEIII:LEAP) ຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນຫຼາຍສໍາລັບການຈັດຕັ້ງປະຕິບັດໂຄງການ ເວົ້າລວມ, ເວົ້າສະເພາະກໍຄືວຽກງານການຂຶ້ນແຜນການຈັດຕັ້ງປະຕິບັດກິດຈະກໍາຂອງແຕ່ລະໜ່ວຍງານ ປະຈໍາປີ 2024 ເພື່ອໃຫ້ສາມາດບັນລຸໄດ້ຕາມແຜນການທີ່ວາງໄວ້ ຊຶ່ງປັດຈຸບັນພວກເຮົາກໍາລັງສຸ່ມໃສ່ການຈັດຕັ້ງປະຕິບັດບັນດາກິດຈະກໍາທີ່ຍັງຄ້າງໃນ AOP 2023 ເພື່ອສືບຕໍ່ປະຕິບັດໃຫ້ສໍາເລັດພາຍໃນໄຕມາດ 1 ປີ 2024 ແລະ ກໍາລັງຂໍອະນຸມັດແຜນ AOP 2024. ສະນັ້ນ, ເພື່ອໃຫ້ມີຄວາມເຂົ້າໃຈໄປໃນລວງດຽວກັນ ຈຶ່ງໄດ້ມີການຈັດກອງປະຊຸມນີ້ຂຶ້ນ ເພື່ອປຶກສາຫາລືໃນລາຍລະອຽດກ່ຽວກັບແຜນ AOP 2024 ພ້ອມທັງປຶກສາຫາລືແຜນໃນຕໍ່ໜ້າ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດສາມາດປະຕິບັດໄດ້ຕາມແຜນການທີ່ວາງໄວ້.

ທັງນີ້, ເພື່ອເປັນການກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວນີ້ໃຫ້ໄດ້ຮັບຜົນດີ, ມີຄຸນນະພາບ, ຖືກຕ້ອງຕາມລະບຽບຫຼັກການຂອງໂຄງການ ແລະ ໃຫ້ສໍາເລັດຕາມແຜນການຂອງໂຄງການທີ່ວາງໄວ້ນັ້ນ, ຂໍຮຽກຮ້ອງ ແລະ ມີຄໍາເຫັນໃຫ້ທຸກໜ່ວຍງານຄຸ້ມຄອງຈັດຕັ້ງປະຕິບັດໂຄງການ ເລັ່ງຂຶ້ນແຜນງົບປະມານ ແລະ ຈັດຕັ້ງປະຕິບັດກິດຈະກຳທີ່ຍັງຄ້າງປະຈໍາປີ 2023 ໃຫ້ສໍາເລັດພາຍໃນໄຕມາດ 1 ປີ 2024; ໃຫ້ບັນດາໜ່ວຍງານຄຸ້ມຄອງຈັດຕັ້ງປະຕິບັດໂຄງການທົບທວນຄືນການຈັດລຽງບຸລິມະສິດວຽກຂອງຕົນເອງ ເພື່ອໃຫ້ກິດຈະກໍາໄດ້ຈັດຕັ້ງປະຕິບັດຕາມແຜນການທີ່ວາງໄວ້; ໃຫ້ທຸກໜ່ວຍງານເອົາໃຈໃສ່ໃນການຂຶ້ນແຜນກິດຈະກຳປະຈຳປີ 2024 ໂດຍໃຫ້ກຳນົດໄລຍະເວລາການຈັດຕັ້ງປະຕິບັດກິດຈະກຳຢ່າງລະອຽດ, ມີການສົມທຽບໃສ່ກັບກິດຈະກຳຂອງໂຄງການອື່ນ ເພື່ອຫຼີກລ້ຽງການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການໃນໄລຍະເວລາດຽວກັນ; ໃຫ້ເພີ່ມຄວາມເອົາໃຈໃສ່ໃນການຊີ້ນຳນຳພາ ສຸມໃສ່ການຈັດຕັ້ງປະຕິບັດໂຄງການ, ຕິດຕາມກວດກາຢ່າງເປັນປົກກະຕິຢູ່ພາຍໃນກົມຂອງຕົນເອງ; ໃຫ້ແຕ່ລະໜ່ວຍງານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດກິດຈະກໍາຂອງຕົນເຂົ້າກັບລະບົບຕິດຕາມຄວາມຄືບໜ້າຂອງໂຄງການທຸກໆເດືອນ ເພື່ອໃຫ້ສາມາດຕິດຕາມຊຸກຍູ້ບັນດາກິດຈະກໍາໄປຕາມແຜນການທີ່ວາງໄວ້; ໃຫ້ເອົາໃຈໃສ່ດ້ານການສະຫຼຸບສະສາງ ກິດຈະກໍາທີ່ສໍາເລັດແລ້ວຕ້ອງສະຫຼຸບພາຍໃນ 30 ວັນ; ຈັດກອງປະຊຸມຄະນະປະສານງານ ແລະ ຄຸ້ມຄອງໂຄງການຮ່ວມກັບທຸກໜ່ວຍງານປະຈໍາເດືອນ ເພື່ອຕິດຕາມຊຸກຍູ້ບັນດາກິດຈະກໍາໃຫ້ໄປຕາມແຜນການທີ່ວາງໄວ້.

ນອກຈາກນັ້ນ, ໃນກອງປະຊຸມຍັງໄດ້ຮັບຟັງການນໍາສະເໜີ ແລະ ເຜີຍແຜ່ແຜນອະນຸມັດຈາກ WB ໃນການຈັດຕັ້ງປະຕິບັດກິດຈະກໍາປະຈໍາປີ 2024 (AOP), ນໍາສະເໜີແຜນ ແລະ ວິທີການເຮັດວຽກຮ່ວມກັນ ແລະ ການປະສານງານ ລະຫວ່າງ ຫ້ອງການ ECU ແລະ IUs ແລະ ຜ່ານວາລະ ແລະ ການກະກຽມເນື້ອໃນ ເພື່ອໄປນໍາສະເໜີໃນກອງປະຊຸມຖອດຖອນບົດຮຽນປະຈໍາປີ 2023 ຂອງໂຄງການ GPE III/LEAP ອີກດ້ວຍ.

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ