Skip to main content

Author: Chanthakhard Inthadalin

ໂຮງຮຽນ ສະຖາພອນ ຈັດງານສັບປະດາວິທະຍາສາດ ຄັ້ງທີ III  ສົກ 2023-2024

ໂຮງຮຽນ ລ້ຽງເດັກ-ອະນຸບານ-ປະຖົມ ແລະ ມັດທະຍົມຕອນຕົ້ນ ສະຖາພອນ ໄດ້ຈັດງານວິທະຍາສາດ ຄັ້ງທີ III ເມື່ອວັນທີ 7 ມີນາ 2024 ທີ່ໂຮງຮຽນດັ່ງກ່າວ ບ້ານຄູວຽງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ສຸກສະຖາພອນ ສູນທະວົງ  ປະທານໂຮງຮຽນ ລ້ຽງເດັກ-ອະນຸບານ-ປະຖົມ ແລະ ມັດທະຍົມຕອນຕົ້ນ ສະຖາພອນ, ທ່ານ ນາງ ຄໍາສິລິພອນ ສູນທະວົງ ຜູ້ອໍານວຍການໂຮງຮຽນ ລ້ຽງເດັກ-ອະນຸບານ-ປະຖົມ ແລະ ມັດທະຍົມຕອນຕົ້ນ ສະຖາພອນ, ພ້ອມດ້ວຍຄະນະອໍານວຍການໂຮງຮຽນ, ພະນັກງານ-ຄູສອນ, ນ້ອງນັກຮຽນ  ແລະ...

Continue reading

ຊາວໜຸ່ມ ວລ ຄູ ດົງຄຳຊ້າງ ຕີລາຄາຄືນວຽກງານ ພ້ອມເລືອກໄດ້ຄະນະບໍລິຫານງານຊຸດໃໝ່

ຄະນະບໍລິຫານງານຊາວໜຸ່ມຮາກຖານ ວິທະຍາໄລຄູ ດົງຄຳຊ້າງ ຕີລາຄາຄືນວຽກງານໃນໄລຍະຜ່ານມາ ພ້ອມທັງສາມາດເລືອກຄະນະບໍລິຫານງານຊຸດໃໝ່ ໂດຍເລືອກໄດ້ ສະຫາຍ ພົງສະຫວັດ ສິລາປັນຍາ ເປັນເລຂາ, ສະຫາຍ ນາງ ຄໍາໃບ ພະວິໄຊ ຮອງເລຂາ ສ່ວນສະຫາຍ ນາງ ອຸດາພອນ ສີມະນີວົງ ເປັນປະທານກວດກາ, ສະຫາຍ ມະໄລແພງ ເພັງມະນີ ແລະ ສະຫາຍ ສຸລິຍາ ປັນຍາໄຊ ເປັນຄະນະບໍລິຫານງານ. ກອງປະຊຸມໃຫຍ່ ຄັ້ງທີ X ຂອງຄະນະບໍລິຫານງານຊາວໜຸ່ມຮາກຖານ ວິທະຍາໄລຄູ ດົງຄຳຊ້າງ ໄດ້ມີຂຶ້ນ ເມື່ອບໍ່ດົນມານີ້ ທີ່ສະໂມສອນວິທະຍາໄລດັ່ງກ່າວ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ເລຂາທິການສູນກາງຊາວໜຸ່ມ...

Continue reading

ສສກ ປະກາດການແຕ່ງຕັ້ງ ຮອງລັດຖະມົນຕີ ຄົນໃໝ່

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດພິທີປະກາດແຕ່ງຕັ້ງ ທ່ານ ປອ ສຳລານ ພັນຄະວົງ ຄະນະປະຈຳພັກກະຊວງ, ປະທານກວດກາພັກ, ເລຂາໜ່ວຍພັກຮາກຖານ ທັງເປັນຫົວໜ້າກົມປະກັນຄຸນນະພາບການສຶກສາ ຂຶ້ນເປັນຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຄົນໃໝ່ ຢ່າງເປັນທາງການ ເມື່ອວັນທີ 12 ມີນາ ຜ່ານມາ ທີ່ຫ້ອງປະຊຸມກະຊວງດັ່ງກ່າວ (ຕືກໄອຊີທີ) ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ ທັງເປັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍບັນດາຄະນະປະຈຳພັກ, ຄະນະພັກ, ຮອງລັດຖະມົນຕີ ສສກ,...

Continue reading

ສະຖາບັນທຸລະກິດແສງສະຫວັນ ສໍາເລັດການສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ ລະດັບ ປ.ຕີ ຮຸ່ນ 1 ແລະ ປ.ຕີຕໍ່ເນື່ອງ ຮຸ່ນ 3 ສົກ 2022-2023

ສະຖາບັນທຸລະກິດແສງສະຫວັນ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ ໃນລະດັບປະລິນຍາຕີ (ປ.ຕີ)ຮຸ່ນທີ 1 ແລະ ປະລິນຍາຕີຕໍ່ເນື່ອງ ຮຸ່ນທີ 3 ສົກຮຽນ 2022-2023 ທັງໝົດ 44 ຄົນ, ຍິງ 23 ຄົນ ພ້ອມທັງຍ້ອງຍໍຄູສອນດີເດັ່ນ ແລະ ນັກສຶກສາທີ່ມີຜົນງານດີເດັ່ນໃນການຮຽນ. ພິທີມອບ-ຮັບປະກາສະນີຍະບັດໃຫ້ແກ່ຜູ້ສໍາເລັດການສຶກສາ ລະດັບປະລິນຍາຕີ ຮຸ່ນທີ 1 ແລະ ປະລິນຍາຕີຕໍ່ເນື່ອງ ຮຸ່ນທີ 3 ສົກຮຽນ 2022-2023 ຂອງສະຖາບັນທຸລະກິດແສງສະຫວັນ ໄດ້ມີຂຶ້ນ...

Continue reading

ສສກ-ອົດສະຕຣາລີ ສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ

ກະຊວງສຶກສາທິການ ແລະ ກິລາ (ສສກ)  ຮ່ວມກັບລັດຖະບານອົດສະຕຣາລີ ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ (8 ມີນາ 1910-8 ມີນາ 2024) ພາຍໃຕ້ຫົວຂໍ້ “ສົ່ງເສີມການມີສ່ວນຮ່ວມ ລົງທຶນເລັ່ງໃສ່ຄວາມກ້າວໜ້າຂອງແມ່ຍິງ” ເມື່ອວັນທີ 7 ມີນາ 2023 ທີ່ຫ້ອງປະຊຸມວິທະຍາໄລສ້າງຄູດົງຄໍາຊ້າງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກ, ສະຖານທູດອົດສະຕຣາລີ   ປະຈໍາ ສປປ  ລາວ,  ພ້ອມດ້ວຍຕາງໜ້າແຜນງານບີຄວາ,  ຄະນະຫ້ອງການ, ກົມ, ຄະນະບໍລິຫານງານສະຫະພັນແມ່ຍິງ, ຜຸ້ອໍານວຍການ,  ວິຊາການ,  ພະນັກງານ, ນັກຮຽນ,...

Continue reading

ສສກ ປິດບັ້ນແຂ່ງຂັນສ້າງຂະບວນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ປີ 2023 ຂະແໜງການສຶກສາ-ກິລາ

ກອງປະຊຸມປິດບັ້ນແຂ່ງຂັນສ້າງຂະບວນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ປີ 2023 ຂອງຂະແໜງສຶກສາ ແລະ ກິລາ ຈັດຂຶ້ນແບບຊອງໜ້າ ແລະ ລະບົບທາງໄກ ບໍ່ດົນຜ່ານມາ ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ (ຕຶກ ICT) ໂດຍໃຫ້ກຽດເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ຂັນທະລີ ສີຣິພົງພັນ ອະດີດຮອງລັດຖະມົນຕີ ກະຊວງ ສສກ, ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ສູນ, ພະແນກ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້່າຮ່ວມ. ໃນກອງປະຊຸມ, ທ່ານ...

Continue reading

ທ່ານ ນາງ ເພັດສະໝອນ ພົມມະໄຊສີ ວາງວິໄສທັດການຂາຍ ຊື່ສັດ-ບໍລິການວອງໄວ ໃສ່ໃຈຕໍ່ລູກຄ້າ

ປັດຈຸບັນ, ບົດບາດຂອງແມ່ຍິງລາວ ນັບມື້ສູງເດັ່ນໄປຄຽງຄູ່ກັບເພດຊາຍ ໃນທຸກຂົງເຂດວຽກງານ ທັງເວທີພາຍໃນ, ພາກພື້ນ ແລະ ສາກົນ, ແມ່ຍິງຫຼາຍທ່ານ ໄດ້ພັດທະນາຕົນເອງໃຫ້ມີຄວາມຮູ້ຄວາມສາມາດໃນຫຼາຍດ້ານ ເຊັ່ນດຽວກັບ ທ່ານ ນາງ ເພັດສະໝອນ ພົມມະໄຊສີ ປະທານສະມາຄົມທຸລະກິດຍິງແຂວງຄໍາມ່ວນ ເປັນນັກທຸລະກິດຍິງທີ່ມີປະສົບການຫຼາຍ 10 ປີ ເປັນທີ່ຮູ້ຈັກກັນດີ ເລື່ອງບໍລິການນຳເຂົ້າ ແລະ ຈຳໜ່າຍອາຍແກັດຫຸງຕົ້ມ, ອາຍແກັດອຸສາຫະກຳ, ອາຍອົກຊີເຢັນສໍາລັບໃຊ້ທາງການແພດ, ອາຍອົກຊີເປັນທີ່ຮັບໃຊ້ເຂົ້າໃນວຽກງານອຸດສາຫະກຳ (ກໍ່ສ້າງ),ໃນຄົວເຮືອນ ມີວິໄສ່ທັດການຂາຍທີ່ ຊື່ສັດ,...

Continue reading

ຄະນະນຳກະຊວງ ສສກ ພົບປະແລກປ່ຽນບົດຮຽນການນຳໃຊ້ສະໜາມກິລາ ທີ່ປະເທດຍີ່ປຸ່ນ

ຄະນະນຳຈາກກະຊວງສຶກສາທິການ ແລະ ກິລາ ສປປ ລາວ ນຳໂດຍທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ແລະ ກົມກອງກ່ຽວຂ້ອງ ກໍຄື ຫ້ອງການ ສສກ, ກົມກິລາລະດັບສູງ ແລະ ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ເດີນທາງໄປປະເທດຍີ່ປຸ່ນ ເພື່ອພົບປະກັບບັນດາພາກສ່ວນຕ່າງໆ ແນໃສ່ແລກປ່ຽນບົດຮຽນກ່ຽວກັບວິທີການນຳໃຊ້ ແລະ ບຳລຸງຮັກສາສະໜາມກິລາຂອງປະເທດຍີ່ປຸ່ນ ເພື່ອນຳເອົາບົດຮຽນມາໝູນໃຊ້ໃນການບຳລຸງຮັກສາສະໜາມກິລາທີ່ຢູ່ພາຍໃຕ້ການຮັບຜິດຊອບຂອງ ສສກ ໂດຍສະເພາະການຊ່ວຍເຫຼືອລ້າຂອງລັດຖະບານຍີ່ປຸ່ນ ໃນໂຄງການກໍ່ສ້າງສະໜາມກິລາເຈົ້າອານຸວົງ. ທ່ານ ຈັນທະວົງ ປັນຍາສີລິ...

Continue reading