ຊາວໜຸ່ມ ວລ ຄູ ດົງຄຳຊ້າງ ຕີລາຄາຄືນວຽກງານ ພ້ອມເລືອກໄດ້ຄະນະບໍລິຫານງານຊຸດໃໝ່

ຄະນະບໍລິຫານງານຊາວໜຸ່ມຮາກຖານ ວິທະຍາໄລຄູ ດົງຄຳຊ້າງ ຕີລາຄາຄືນວຽກງານໃນໄລຍະຜ່ານມາ ພ້ອມທັງສາມາດເລືອກຄະນະບໍລິຫານງານຊຸດໃໝ່ ໂດຍເລືອກໄດ້ ສະຫາຍ ພົງສະຫວັດ ສິລາປັນຍາ ເປັນເລຂາ, ສະຫາຍ ນາງ ຄໍາໃບ ພະວິໄຊ ຮອງເລຂາ ສ່ວນສະຫາຍ ນາງ ອຸດາພອນ ສີມະນີວົງ ເປັນປະທານກວດກາ, ສະຫາຍ ມະໄລແພງ ເພັງມະນີ ແລະ ສະຫາຍ ສຸລິຍາ ປັນຍາໄຊ ເປັນຄະນະບໍລິຫານງານ.
ກອງປະຊຸມໃຫຍ່ ຄັ້ງທີ X ຂອງຄະນະບໍລິຫານງານຊາວໜຸ່ມຮາກຖານ ວິທະຍາໄລຄູ ດົງຄຳຊ້າງ ໄດ້ມີຂຶ້ນ ເມື່ອບໍ່ດົນມານີ້ ທີ່ສະໂມສອນວິທະຍາໄລດັ່ງກ່າວ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ເລຂາທິການສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ຄະນະພັກກະຊວງ, ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງ ທັງເປັນຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ (ສສກ), ສະຫາຍ ນາງ ສິງທອງ ສີສະຫວັດ ຄະນະພັກຮາກຖານວິທະຍາໄລ ທັງເປັນຮອງຜູ້ອຳນວຍການວິທະຍາໄລຄູ ດົງຄຳຊ້າງ, ສະຫາຍ ໄພວັນ ບັນດາສັກ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສສກ, ເລຂາຊາວໜຸ່ມວິທະຍາໄລອ້ອມຂ້າງ ກະຊວງ ສສກ, ເລຂາຄະນະບໍລິຫານງານຊາວໜຸ່ມວິທະຍາໄລຄູ ດົງຄຳຊ້າງ, ສະຫາຍ ສີພອນ ສີບຸນເຮືອງ ຮອງເລຂາຊາວໜຸ່ມວິທະຍາໄລອ້ອມຂ້າງກະຊວງ ສສກ, ມີບັນດາຄະນະບໍລິຫານງານຊາວໜຸ່ມວິທະຍາໄລອ້ອມຂ້າງກະຊວງ ສສກ, ຄະນະບໍລິຫານງານຊາວໜຸ່ມວິທະຍາໄລອ້ອມຂ້າງ ແລະ 3 ອົງການຈັດຕັ້ງ ຕະຫຼອດຮອດນັກສຶກສາ ວິທະຍາໄລຄູ ດົງຄຳຊ້າງເຂົ້າຮ່ວມ.
ໃນກອງປະຊຸມ, ໄດ້ມີການຜ່ານຂໍ້ຕົກລົງອະນຸມັດເປີດກອງປະຊຸມໃຫຍ່ ຄັ້ງທີ X ຂອງຄະນະບໍລິຫານງານຊາວໜຸ່ມຮາກຖານວິທະຍາໄລຄູ ດົງຄຳຊ້າງ ຈາກນັ້ນ ກອງປະຊຸມໄດ້ຮັບຟັງການລາຍງານຮ່າງບົດລາຍງານການເມືອງທັງສອງພາກໂດຍ ທ່ານ ສະຫາຍ ໄພວັນ ບັນດາສັກ ຊຶ່ງໄດ້ຕີລາຄາສູງ ຜົນງານໄຊຊະນະຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຄະນະບໍລິຫານງານຊາວໜຸ່ມກະຊວງ ສສກ ໃນຕະຫຼອດ 5 ປີ, ໃນຮ່າງລາຍງານໄດ້ກຳນົດຄາດໝາຍສູ້ຊົນ ທິດທາງ ໜ້າທີ່ແຕ່ນີ້ຮອດປີ 2025.
ກອງປະຊຸມໃຫຍ່ ຄັ້ງທີ X ຂອງຄະນະບໍລິຫານງານຊາວໜຸ່ມຮາກຖານວິທະຍາໄລຄູ ດົງຄຳຊ້າງ ໄດ້ຕົກລົງບັນດາເນື້ອໃນວຽກງານສຳຄັນຕ່າງໆ ໂດຍສະເພາະກອງປະຊຸມໄດ້ຮັບຟັງການສະເໜີຮ່າງບົດລາຍງານການເມືອງຂອງໜ່ວຍຊາວໜຸ່ມຮາກຖານໃນໄລຍະຜ່ານມາ ຊຶ່ງໄດ້ເວົ້າເຖິງການສຶກສາອົບຮົມແນວຄິດການເມືອງ ແລະ ການຈັດຕັ້ງປະຕິບັດໃນແຕ່ລະດ້ານນັບທັງດ້ານດີທີ່ຈະຕ້ອງໄດ້ສືບຕໍ່ເສີມຂະຫຍາຍ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງເອົາໃຈໃສ່ແກ້ໄຂໃນຕໍ່ໜ້າ ແລະ ຍັງໄດ້ເປັນເອກະພາບໃນການກຳນົດບັນດາທິດທາງ ແລະ ແຜນການໃນຕໍ່ໜ້າ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນການນຳພາຂອງໜ່ວຍຊາວໜຸ່ມຮາກຖານ ໂດຍສະເພາະແມ່ນສຸມໃສ່ປັບປຸງຄຸນນະພາບການນຳພາຂອງໜ່ວຍຊາວໜຸ່ມໃຫ້ຕິດພັນກັບໜ້າທີ່ວິຊາສະເພາະ, ຕິດພັນກັບຂະບວນການຂອງມະຫາຊົນ ແຜນການກໍ່ສ້າງໜ່ວຍຊາວໜຸ່ມຮາກຖານຕົວແບບ ຊຶ່ງໄດ້ມີການແຂ່ງຂັນການສອນດີ-ສອນເກັ່ງ ແລະ ປະຕິບັດຂໍ້ແຂ່ງຂັນ 4 ບຸກ ເຊັ່ນ: ດ້ານແນວຄິດ, ດ້ານຝຶກຝົນຫຼໍ່ຫຼອມຮໍ່າຮຽນ, ດ້ານວຽກງານການຈັດຕັ້ງ, ດ້ານວິຊາຊີບ-ສ້າງວຽກເຮັດງານທໍາ. ນອກຈາກນັ້ນ, ກອງປະຊຸມໄດ້ເປັນເອກະພາບກັນຢ່າງສົມບູນ ຮັບຮອງເອົາບົດລາຍງານການເມືອງ ແລະ ຮັບຮອງເອົາບົດສຳຫຼວດການນຳພາຂອງຄະນະໜ່ວຍຊາວໜຸ່ມຮາກຖານຊຸດເກົ່າ ແລະ ໄດ້ຕີລາໄດ້ວ່າ: ຄະນະໜ່ວຍຊາວໜຸ່ມຮາກຖານຊຸດເກົ່າໄດ້ມີຄວາມຕັ້ງໜ້າ, ພະຍາຍາມໃນການຊີ້ນຳນຳພາຈັດຕັ້ງເຄື່ອນໄຫວແຕ່ລະດ້ານໃນໄລຍະຜ່ານມາ ເຮັດໃຫ້ໜ່ວຍຊາວໜຸ່ມຮາກຖານມີຄວາມສະຫງົບດີ, ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆນັບທັງປະລິມານ, ຄຸນນະພາບ ແລະ ຄຽງຄູ່ໄປກັບການເອົາໃຈໃສ່ກໍ່ສ້າງພະນັກງານທີ່ເປັນສະມາຊິກຊາວໜຸ່ມ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກໃນຕໍ່ໜ້າ.
ໂອກາດດັ່ງກ່າວ, ຍັງໄດ້ມີການຜ່ານຂໍ້ຕົກລົງຍ້ອງຍໍສະມາຊິກຊາວໜຸ່ມຜູ້ທີ່ມີຜົນງານດີເດັ່ນ ຂັ້ນຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ສສກ ຈຳນວນ 75 ສະຫາຍ, ຍິງ 46 ສະຫາຍ. ພ້ອມກັນນີ້, ຄະນະຊາວໜຸ່ມຊຸດເກົ່າມີຄຳເຫັນ ແລະ ລາໜ້າທີ່. ຫຼັງຈາກນັ້ນ, ຈັດຕັ້ງພິທີ ໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບໃນການປ່ອນບັດເລືອກຕັ້ງ ຄະນະບໍລິຫານງານຊາວໜຸ່ມຮາກຖານວິທະຍາໄລຄູ ດົງຄຳຊ້າງ ສະໄໝທີ X ຈຳນວນ 7 ສະຫາຍ ໃນນັ້ນ ການດຳເນີນການປ່ອນບັດ ແມ່ນໄດ້ເລືອກເອົາ 5 ສະຫາຍ ເພື່ອຊີ້ນຳການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຄະນະບໍລິຫານງານຊາວໜຸ່ມກະຊວງ ສສກ. ຜ່ານການເລືອກຕັ້ງໄດ້ເປັນເອກະພາບກັນ ເລືອກໄດ້ ສະຫາຍ ພົງສະຫວັດ ສິລາປັນຍາ ເປັນເລຂາ, ສະຫາຍ ນາງ ຄໍາໃບ ພະວິໄຊ ຮອງເລຂາ, ສະຫາຍ ນາງ ອຸດາພອນ ສີມະນີວົງ ເປັນປະທານກວດກາ, ສະຫາຍ ມະໄລແພງ ເພັງມະນີ ແລະ ສະຫາຍ ສຸລິຍາ ປັນຍາໄຊ ເປັນຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິບັດລາວ ວິທະຍາໄລຄູ ດົງຄຳຊ້າງ ສະໄໝທີ X.
ໂດຍ ສົງການ ພັນແພງດີ
ຂ່າວທີ່ກ່ຽວຂ້ອງ