ສສກ-ອົດສະຕຣາລີ ສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ (8 ມີນາ 1910-8 ມີນາ 2024) ພາຍໃຕ້ຫົວຂໍ້ “ສົ່ງເສີມການມີສ່ວນຮ່ວມ ລົງທຶນເລັ່ງໃສ່ຄວາມກ້າວໜ້າຂອງແມ່ຍິງ” ເມື່ອວັນທີ 7 ມີນາ 2023 ທີ່ຫ້ອງປະຊຸມວິທະຍາໄລສ້າງຄູດົງຄໍາຊ້າງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກ, ສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ, ພ້ອມດ້ວຍຕາງໜ້າແຜນງານບີຄວາ, ຄະນະຫ້ອງການ, ກົມ, ຄະນະບໍລິຫານງານສະຫະພັນແມ່ຍິງ, ຜຸ້ອໍານວຍການ, ວິຊາການ, ພະນັກງານ, ນັກຮຽນ, ນັກສຶກສາຢ່າງພ້ອມພຽງ.
ໂອກາດດັ່ງກ່າວ, ທ່ານ ປອ ນາງ ສີສຸກ ວົງວິຈິດ ກ່າວວ່າ: ການຈັດພິທີໃນຄັ້ງນີ້, ແມ່ນແນ່ໃສ່ການສ້າງຂະບວນການແບບມີສ່ວນຮ່ວມ ແລະ ສ້າງຄວາມເຂົ້າໃຈຕໍ່ກັບວຽກງານ ເພື່ອຄວາມສະເໝີພາບ ຍິງ-ຊາຍ ແລະ ວຽກງານ ແມ່ ແລະ ເດັກ ໃນຂະແໜງສຶກສາ, ວິທະຍາສາດ ແລະ ກິລາ, ພ້ອມທັງຫວັງຢ່າງຍິ່ງວ່າ ກອງປະຊຸມສໍາມະນາຄັ້ງນີ້ຈະເປັນອີກເວທີໜຶ່ງທີ່ເປີດໂອກາດໃນການແລກປ່ຽນບົດຮຽນຮ່ວມກັນ ພ້ອມທັງເປັນການສ້າງແຮງບັນດານໃຈໃຫ້ກັບທຸກທ່ານ ເພື່ອຊ່ວຍຜັນຂະຫຍາຍແນວຄວາມຄິດນີ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານສິດສອນຂອງທຸກທ່ານໃນປັດຈຸບັນ ແລະ ໃນຕໍ່ໜ້າ, ລວມທັງນັກສຶກສາຄູທຸກຄົນ ຜູ້ທີ່ຈະເປັນຄູໃນອະນາຄົດ ແລະ ຫວັງວ່າ ຈະໄດ້ເຫັນຄູສອນ ແລະ ນັກສຶກສາຜູ້ທີ່ຈະເປັນຄູສອນໃນອະນາຄົດ ພ້ອມກັນເປັນເຈົ້າການໃນການຈັດຕັ້ງປະຕິບັດບັນດາເນື້ອໃນ ແລະ ຈິດໃຈຂອງວຽກງານການປົກປ້ອງເດັກ, ການສ້າງຄວາມເຂັ້ມແຂງຂອງແມ່ຍິງ ແລະ ການຮຽນຮ່ວມ ເພື່ອສ້າງສັງຄົມທີ່ມີຄວາມສະເໝີພາບສໍາລັບຄົນລຸ້ນຕໍ່ໆໄປ.
ຂະນະດຽວກັນນີ້, ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ກ່າວວ່າ: “ວັນແມ່ຍິງສາກົນໄດ້ໃຫ້ໂອກາດເວົ້າເຖິງສິ່ງທີ່ຍັງຄົງຄ້າງຢູ່ ເພື່ອບັນລຸຄວາມສະເໝີພາບທາງເພດ ແລະ ຮຽກຮ້ອງໃຫ້ມີການປ່ຽນແປງໃນທາງບວກ ເພື່ອສ້າງຄວາມເຂັ້ມແຂງຂອງແມ່ຍິງ. ລັດຖະບານອົດສະຕຣາລີ ພູມໃຈທີ່ໄດ້ສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ເພື່ອຍົກສູງຄວາມຮັບຮູ້ຂອງຄູໃນອະນາຄົດ ກ່ຽວກັບຄວາມສຳຄັນຂອງຄວາມກ້າວໜ້າຂອງແມ່ຍິງ ແລະ ການປົກປ້ອງເດັກ. ຄໍາໝັ້ນສັນຍາຂອງອົດສະຕຣາລີຕໍ່ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສຶກສາຮຽນຮ່ວມຢູ່ໃນ ສປປ ລາວ ພາຍໃຕ້ການເປັນຄູ່ຮ່ວມງານອັນຍາວນານຂອງພວກເຮົາກັບລັດຖະບານ ສປປ ລາວ ເພື່ອເຮັດໃຫ້ເດັກນ້ອຍທຸກຄົນເຂົ້າເຖິງການສຶກສາຊັ້ນປະຖົມທີ່ມີຄຸນນະພາບຢ່າງສະເໝີພາບ”.
ກະຊວງສຶກສາທິການ ແລະ ກິລາ ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມຣິກາ (USAID) ໂດຍຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສໍາລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ ຫຼື ແຜນງານບີຄວາ.
ໂດຍ ບົວລະພາ
ຂ່າວທີ່ກ່ຽວຂ້ອງ