Skip to main content

ສສກ ປະກາດການແຕ່ງຕັ້ງ ຮອງລັດຖະມົນຕີ ຄົນໃໝ່

13/03/2024

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດພິທີປະກາດແຕ່ງຕັ້ງ ທ່ານ ປອ ສຳລານ ພັນຄະວົງ ຄະນະປະຈຳພັກກະຊວງ, ປະທານກວດກາພັກ, ເລຂາໜ່ວຍພັກຮາກຖານ ທັງເປັນຫົວໜ້າກົມປະກັນຄຸນນະພາບການສຶກສາ ຂຶ້ນເປັນຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຄົນໃໝ່ ຢ່າງເປັນທາງການ ເມື່ອວັນທີ 12 ມີນາ ຜ່ານມາ ທີ່ຫ້ອງປະຊຸມກະຊວງດັ່ງກ່າວ (ຕືກໄອຊີທີ) ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ ທັງເປັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍບັນດາຄະນະປະຈຳພັກ, ຄະນະພັກ, ຮອງລັດຖະມົນຕີ ສສກ, ບັນດາຄະນະອະທິການບໍດີ, ຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ສູນ, ຜູ້ອຳນວຍການວິທະຍາໄລ, ຫົວໜ໊າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ/ນະຄອຫຼວງໃນທົ່ວປະເທດເຂົ້າຮ່ວມແບບເຊິ່ງໜ້າ ແລະ ອອນລາຍ.

ໃນພິທີ, ໄດ້ຜ່ານດຳລັດວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີ ກະຊວງ ສສກ ໂດຍອີງຕາມກົດໝາຍວ່າດ້ວຍລັດຖະບານແຫ່ງ ສປປ ລາວ ສະບັບເລກທີ 03/ສພຊ, ລົງວັນທີ 16 ພະຈິກ 2021 ແລະ ອີງຕາມການຕົກລົງໃນກອງປະຊຸມຄະນະເລຂາທິການສູງກາງພັກ ຄັ້ງວັນທີ 27 ກຸມພາ 2024 ນາຍົກລັດຖະມົນຕີ ອອກດຳລັດ ມາດຕາ 1 ແຕ່ງຕັ້ງ ທ່ານ ປອ ສຳລານ ພັນຄະວົງ ເປັນຮອງລັດຖະມົນຕີ ກະຊວງ ສສກ, ມາດຕາ 2 ກະຊວງກ່ຽວຂ້ອງ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຄະນະຈັດຕັ້ງສູນກາງພັກ, ບັນດາກະຊວງ, ອົງການຈັດຕັ້ງສູນກາງ ແລະ ອົງການຈັດຕັ້ງຂັ້ນທ້ອງຖິ່ນ ພ້ອມດ້ວຍທ່ານທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງຮັບຮູ້ ແລະ ປະຕິບັດຕາມດຳລັດສະບັບນີ້ເປັນຢ່າງດີ, ມາດຕາ 3 ດຳລັດສະບັບນີ້ ມີຜົນສັກສິດນັບແຕ່ວັນລົງເຊັນເປັນຕົ້ນໄປ.

ໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີ ສສກ ໄດ້ກ່າວຮຽກຮ້ອງໃຫ້ທ່ານຮອງລັດຖະມົນຕີຄົນໃໝ່ ຈົ່ງສືບຕໍ່ຜົນສຳເລັດ ເພີ່ມທະວີຄວາມເອົາໃຈໃສ່, ເປັນແບບຢ່າງ ແລະ ເສີມຂະຫຍາຍມູນເຊື້ອທີ່ຜ່ານມາ, ເບິ່ງກວ້າງມອງໄກ, ເບິ່ງບັນຫາໃຫ້ເລິກເຊິ່ງ, ລັກສະນະກວມລວມທຸກຂະແໜງໃນຂົງເຂດການສຶກສາ, ກິລາ ແລະ ວິທະຍາສາດ, ຮໍ່າຮຽນ ແລະ ຖອດຖອນບົດຮຽນຕົວຈິງນຳການນຳ ແລະ ໝູ່ຄະນະ, ຄົ້ນຄວ້າພິຈາລະນາບັນຫາຕ່າງໆໃຫ້ຖືກຕາມຫຼັກວິທະຍາສາດ, ບໍລິຫານຄຸ້ມຄອງໃຫ້ຖືກຕາມກາລະເທສະ ແລະ ຫຼັກການໃຫ້ແທດເໝາະໄປຕາມທັດສະນະຕ່າງໆຂອງການເປັນຜູ້ບໍລິຫານການນຳຂັ້ນສູງ ສ້າງຜົນປະໂຫຍດສູງສຸດໃຫ້ແກ່ວຽກງານທີ່ກ່ຽວຂ້ອງປະກອບສ່ວນສ້າງສາພັເທະນາເສດຖະກິດສັງຄົມຂອງຊາດ ໃຫ້ເຕີບໃຫຍ່ຂະຫຍາຍຕົວກວ່າເກົ່າ.

ສຳລັບທ່ານ ປອ ສຳລານ ພັນຄະວົງ ແມ່ນໄດ້ເລີ່ມເຂົ້າເປັນພະນັກງານລັດຖະກອນແຕ່ປີ 1987 ມາຮອດປັດຈຸບັນແມ່ນໄດ້ 34 ປີ ເຄີຍເປັນອາຈານສອນ ພາສາຣັດເຊຍ ຢູ່ພະແນກພາສາຣັດເຊຍ ມະຫາວິທະຍາໄລສ້າງຄູ ວຽງຈັນ, ເປັນເລຂາບໍລິຫານງານຊາວໜຸ່ມ ມຊ ສະໄໝທີ 1, ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ສສກ, ກຳມະການສູນກາງຊາວໜຸ່ມ ແລະ ຄະນະເລຂາທິການສູນກາງຊາວໜຸ່ມ ສະໄໝທີ 7, ຮອງຫົວໜ້າຫ້ອງການຈັດຕັ້ງ ແລະ ພະນັກງານ ມຊ, ຮັກສາການຫົວໜ້າຫ້ອງການພັກກະຊວງ, ຫົວໜ້າກົມປະກັນຄຸນນະພາບການສຶກສາ, ຄະນະປະຈຳພັກກະຊວງ, ປະທານກວດກາຄະນະພັກກະຊວງ, ລະດັບວິຊາສະເພາະ ປະລິນຍາຕີ ພາສາຣັດເຊຍ, ພາສາອັງກິດ, ໄດ້ໄປຍົກລະດັບວິຊາສະເພາະຢູ່ ສສ ຫວຽດນາມ ສະຖາບັນການເມືອງແຫ່ງຊາດ ໂຮຈິມິນ ໃນລະດັບ ປະລິນຍາຕີ ວຽກງານຈັດຕັ້ງພະນັກງານຮຸ່ນທຳອິດຂອງລາວ, ປະລິນຍາໂທກໍ່ສ້າງພັກ ແລະ ປະລິນຍາເອກກໍ່ສ້າງພັກ ແລະ ລະດັບທິດສະດິຂັ້ນສູງ.

ໂດຍ ສົງການ ພັນແພງດີ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ