Skip to main content

ໂຮງຮຽນ ສະຖາພອນ ຈັດງານສັບປະດາວິທະຍາສາດ ຄັ້ງທີ III  ສົກ 2023-2024

19/03/2024

ໂຮງຮຽນ ລ້ຽງເດັກ-ອະນຸບານ-ປະຖົມ ແລະ ມັດທະຍົມຕອນຕົ້ນ ສະຖາພອນ ໄດ້ຈັດງານວິທະຍາສາດ ຄັ້ງທີ III ເມື່ອວັນທີ 7 ມີນາ 2024 ທີ່ໂຮງຮຽນດັ່ງກ່າວ ບ້ານຄູວຽງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ສຸກສະຖາພອນ ສູນທະວົງ  ປະທານໂຮງຮຽນ ລ້ຽງເດັກ-ອະນຸບານ-ປະຖົມ ແລະ ມັດທະຍົມຕອນຕົ້ນ ສະຖາພອນ, ທ່ານ ນາງ ຄໍາສິລິພອນ ສູນທະວົງ ຜູ້ອໍານວຍການໂຮງຮຽນ ລ້ຽງເດັກ-ອະນຸບານ-ປະຖົມ ແລະ ມັດທະຍົມຕອນຕົ້ນ ສະຖາພອນ, ພ້ອມດ້ວຍຄະນະອໍານວຍການໂຮງຮຽນ, ພະນັກງານ-ຄູສອນ, ນ້ອງນັກຮຽນ  ແລະ ຜູ້ປົກຄອງນັກຮຽນຢ່າງຄຶກຄືນ.

ໃນງານດັ່ງກ່າວ, ທ່ານ ນາງ ຄໍາສິລິພອນ ສູນທະວົງ ໄດ້ກ່າວໃຫ້ຮູ້ວ່າ: ງານສັບປະດາວິທະຍາສາດຄັ້ງນີ້, ຈັດຂຶ້ນພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະບໍລິຫານງານໂຮງຮຽນ ໂດຍການສົມທົບກັບຄະນະຄູສອນ ພ້ອມດ້ວຍນັກຮຽນ ຊຶ່ງມີຄວາມຄິດລິເລີ່ມມາຈາກການຄົ້ນຄວ້າທຸກກິດຈະກໍາການຮຽນການສອນໃຫ້ມີພາກປະຕິບັດຕົວຈິງ ເພື່ອຝຶກທັກສະໃຫ້ນັກຮຽນໄດ້ຄົ້ນຄິດ, ວິເຄາະ, ວິໄຈຜົນດ້ວຍຕົນເອງ ຜ່ານການທົດລອງ ໂດຍມີຫຼັກຖານທາງວິທະຍາສາດເປັນສິ່ງຢັ້ງຢືນ. ນອກຈາກນັ້ນ, ຍັງເປັນການສ້າງກິດຈະກໍາການຮຽນການສອນທີ່ເຮັດໃຫ້ນັກຮຽນເກີດມີຈິນຕະນາການ ແລະ ແນວຄິດສ້າງສັນ ໂດຍສະແດງອອກທາງດ້ານຜົນງານການປະດິດ, ການກ້າສະແດງຄວາມສາມາດຂອງນັກຮຽນຢູ່ເທິງເວທີ ແລະ ການເຄື່ອນໄຫວຕ່າງໆພາຍໃນໂຮງຮຽນ.

ຫຼັງຈາກນັ້ນ, ພາຍໃນງານ ໄດ້ມີການສະແດງສິລະປະ-ວັນນະຄະດີ ເຊັນ: ບົດຟ້ອນ ບ້ານແມ່ເຮົາລວມໝູ່ ຈາກນ້ອງນ້ອຍອະນຸບານ, ຮ້ອງເພງ ບຸນຄຸນພັກ ໂດຍນ້ອງ ເດດວິຊາ ສີສົມພອນ ນັກຮຽນຊັ້ນປະຖົມ ປ.4 ຊີ, ຂັບທຸ້ມຫຼວງພະບາງ  ໂດຍ ນາງ ມຸກສະຫວັນ ໄຊຍະວົງ ນັກຮຽນຊັ້ນປະຖົມ ປ.5 ບີ, ການປະກວດເດີນແບບຂອງນ້ອງນັກຮຽນທຸກຊັ້ນຮຽນໃນຊຸດພື້ນເມືອງລາວ ຕໍ່ດ້ວຍການຮ້ອງເພງ ຮັກການຮຽນ ໂດຍ ນາງ ອອນນະພາ ດວງດາລາ  ນັກຮຽນອະນຸບານ, ການເດີນແບບຮອບ 10 ຄົນ ເພື່ອຫາຜູ້ຊະນະ 1 ໃນ 3 ຄົນ, ຂັບທຸ້ມຊົມເຊີຍຄູ ໂດຍ ນາງ ເຟື້ອງຟ້າ ມະນີວົງ, ຮ້ອງເພງດີດກີ່ຕ້າ ໂດຍນັກຮຽນຊັ້ນມັດທະຍົມ.

 

ນອກຈາກນັ້ນ, ຍັງມີລາຍການສະແດງລະຄອນ ໂສມງາມກັບເຈົ້າຊາຍອາສູນ ແລະ ຟ້ອນຂັບສະດຸ້ງເຊີນທ່ຽວຫຼວງພະບາງຂອງນ້ອງນັກຮຽນຊັ້ນປະຖົມ, ກ່ອນຈະປະກາດຜົນການເດີນແບບຂອງແຕ່ລະຊັ້ນຮຽນ ແຕ່ຊັ້ນອະນຸບານ, ປະຖົມ ແລະ ມັດທະຍົມ ພ້ອມທັງຈັບສະຫຼາກຫາຜູ້ໂຊກດີໃນການໃສ່ຊຸດຊົນເຜົ່າຂອງຄູອາຈານ ແລະ ນ້ອງນັກຮຽນນໍາອີກ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ