Skip to main content

ສະຖາບັນທຸລະກິດແສງສະຫວັນ ສໍາເລັດການສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ ລະດັບ ປ.ຕີ ຮຸ່ນ 1 ແລະ ປ.ຕີຕໍ່ເນື່ອງ ຮຸ່ນ 3 ສົກ 2022-2023

13/03/2024

ສະຖາບັນທຸລະກິດແສງສະຫວັນ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ ໃນລະດັບປະລິນຍາຕີ (ປ.ຕີ)ຮຸ່ນທີ 1 ແລະ ປະລິນຍາຕີຕໍ່ເນື່ອງ ຮຸ່ນທີ 3 ສົກຮຽນ 2022-2023 ທັງໝົດ 44 ຄົນ, ຍິງ 23 ຄົນ ພ້ອມທັງຍ້ອງຍໍຄູສອນດີເດັ່ນ ແລະ ນັກສຶກສາທີ່ມີຜົນງານດີເດັ່ນໃນການຮຽນ.

ພິທີມອບ-ຮັບປະກາສະນີຍະບັດໃຫ້ແກ່ຜູ້ສໍາເລັດການສຶກສາ ລະດັບປະລິນຍາຕີ ຮຸ່ນທີ 1 ແລະ ປະລິນຍາຕີຕໍ່ເນື່ອງ ຮຸ່ນທີ 3 ສົກຮຽນ 2022-2023 ຂອງສະຖາບັນທຸລະກິດແສງສະຫວັນ ໄດ້ມີຂຶ້ນ ເມື່ອບໍ່ດົນມານີ້ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທ່ານ ລັດສະໝີ ທຳມະວົງສາ ຮອງຫົວໜ້າກົມປະກັນຄຸນນະພາບ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ຄໍາແສນ ສີສະວົງ ສະມາຊິກສະພາແຫ່ງຊາດ ຊຸດທີ 9, ປະທານກຸ່ມການສຶກສາແສງສະຫວັນ, ປະທານສະມາຄົມການສຶກສາພາກເອກະຊົນ, ພ້ອມດ້ວຍຮອງປະທານສະມາຄົມການສຶກສາພາກເອກະຊົນ, ຜູ້ອຳນວຍການສະຖານການສຶກສາ, ຜູ້ຕາງໜ້າຈາກອົງການທາງພາກລັດ ແລະ ເອກະຊົນ, ນັກສຶກສາ ແລະ ພໍ່ແມ່ຜູ້ປົກຄອງຢ່າງພ້ອມພຽງ.

ສະຖາບັນທຸລະກິດແສງສະຫວັນ ປັດຈຸບັນມີພະນັກງານຄູທັງໝົດ 33 ທ່ານ, ມີນັກສຶກສາທັງໝົດ 227 ຄົນ,​ ຍິງ 116 ຄົນ, ເປີດສອນຫຼັກສູດປະລິນຍາຕີ ແລະ ປະລິນຍາຕີຕໍ່ເນື່ອງທັງໝົດ 5 ຫຼັກສູດ (ສາຂາວິຊາ ບໍລິຫານທຸລະກິດ, ສາຂາຜູ້ປະກອບການ, ສາຂາການຄ້າອີເລັກໂຕຣນິກ, ສາຂາພາສາອັງກິດ ແລະ ສາຂາວິສະວິກຳຊອບແວ່ ຄອມພິວເຕີ) ໃນນັ້ນ ມີຫຼັກສູດຮ່ວມມືກັບມະຫາວິທະຍາໄລ ເຟພີທີ ສສ ຫວຽດນາມ ແລະ ກຳລັງເປີດການຮ່ວມມືໃນຫຼັກສູດນານາຊາດ ກັບມະຫາວິທະຍາໄລ VIT.

ສະຖາບັນທຸລະກິດແສງສະຫວັນ ໄດ້ພະຍາຍາມສຸມໃສ່ພັດທະນາໂຄງການຫຼັກສູດ ແລະ ສົ່ງເສີມການຮຽນ ແລະ ການປະຕິບັດຕົວຈິງໄປພ້ອມໆກັນ ເພື່ອສ້າງໃຫ້ນັກສຶກສາໄດ້ເກັບກ່ຽວປະສົບການໄປພ້ອມ ເຊັ່ນ: ໄດ້ສົ່ງເສີມໃຫ້ນັກສຶກສາທີ່ກຳລັງສຶກສາຢູ່ໄດ້ມີວຽກເຮັດງານທຳ ເພື່ອສ້າງລາຍຮັບຊ່ວຍເຫຼືອຕົນເອງ ຊຶ່ງປັດຈຸບັນນີ້ໂດຍສະເລ່ຍນັກສຶກສາ 70% ແມ່ນມີວຽກເຮັດຕັ້ງແຕ່ປີທີ 2 ໄປ. ໃນສົກສຶກ 2022-2023 ມີນັກສຶກສາຜູ້ສຳເລັດການສຶກສາ ທັງໝົດ 44 ຄົນ, ຍິງ 23 ຄົນ ຊຶ່ງໄດ້ປະຕິບັດສຳເລັດຕາມຫຼັກສູດກຳນົດໄວ້, ການເຂົ້າຮຽນຄົບຕາມໜ່ວຍກິດ ແລະ ຜ່ານການສອບເສັງຄົບຕາມລາຍວິຊາ, ການປ້ອງກັນບົດຈົນຊັ້ນ ແລະ ໄດ້ຜ່ານການປະເມີນຕາມລະບຽບການທີ່ຫຼັກສູດທີ່ກຳນົດໄວ້.

ນອກຈາກນັ້ນ, ໃນພິທີຍັງໄດ້ມີການມອບໃບຍ້ອງຍໍໃຫ້ແກ່ຄູທີ່ມີຜົນການສອນດີເດັ່ນ ແລະ ຍ້ອງຍໍນັກສຶກສາທີ່ມີຜົນງານດີເດັ່ນໃນການຮຽນ ແລະ ປະກາສະນິຍະບັດໃຫ້ນັກສຶກສາທີ່ສຳເລັດການສຶກສາ ໃນສົກ 2022-2023.

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ