Skip to main content

Author: Chanthakhard Inthadalin

ປະທານ ມັດສະດາ ລາວ ຢືນຢັນສືບຕໍ່ສ້າງຝັນໃຫ້ເດັກນ້ອຍ ກ້າວສູ່ນັກກິລາອາຊີບ

ປະທານສະໂມສອນ ມັດສະດາ ລາວ ຈີບີ ເອັບຊີ ທ່ານ ທິບພະເນດ ແກ້ວມະນິວົງ ຢືນຢັນຈະສືບຕໍ່ສົ່ງເສີມການພັດທະນາເດັກນ້ອຍລາວ ໂດຍສະເພາະແມ່ນນັກກິລາເຍົາວະຊົນພາຍໃນສະໂມສອນ ເພື່ອປັ້ນເຂົາເຈົ້າກ້າວໄປສູ່ຄວາມໄຝ່ຝັນຢາກເປັນນັກກິລາລະດັບອາຊີບ ກໍຄື ກ້າວໄປສູ່ລະດັບທີມຊາດໃນອະນາຄົດ ໃນປີ 2024 ຈະນຳພາໄປເຄື່ອນໄຫວຊອກຫາປະສົບການຢູ່ນອກປະເທດ ໂດຍການເຂົ້າຮ່ວມແຂ່ງຂັນລາຍການຕ່າງໆ ເປັນຕົ້ນແມ່ນລາຍການ ແຊ໋ມຊົນແຊ໋ມ ແຫ່ງປະເທດໄທ ພ້ອມທັງຈະຈັດແຂ່ງຂັນ 3 ລາຍການໃຫຍ່ ພາຍໃນປະເທດອີກດ້ວຍ. ທ່ານ ທິບພະເນດ ແກ້ວມະນິວົງ ປະທານສະໂມສອນ ມັດສະດາ ລາວ ຈີບີ ເອັບຊີ ຫຼື MAZDA LAOS GB FC...

Continue reading

ສສກ-ລັດຖະບານອົດສະຕຣາລີ ລະນຶກວັນຄົນພິການສາກົນ ປີ 2023

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ລັດຖະບານອົດສະຕຣາລີ ໄດ້ຈັດກອງປະຊຸມສໍາມະນາລະນຶກວັນຄົນພິການສາກົນ ປີ 2023 ພາຍໃຕ້ຫົວຂໍ້: ເສີມສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບວຽກງານຄົນພິການ, ການປົກປ້ອງ ແລະ ການປະຕິບັດທີ່ດີທີ່ສຸດສຳລັບການຮັກສາຄວາມປອດໄພສຳລັບເດັກໃຫ້ແກ່ພະນັກງານຂັ້ນກະຊວງ ສສກ ເມື່ອວັນທີ 5 ທັນວາ 2023 ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ພໍ ແຄລີ ລີ (Paul Kelly) ເອກອັກຄະລັດຖະທູດປະເທດອົດສະຕຣາລີ ປະຈໍາ ສປປ ລາວ, ພ້ອມດ້ວຍຮອງຫົວໜ້າກົມ, ຫົວໜ້າແຜນງານບີຄວາ, ຊຽວຊານ, ຄະນະຮັບຜິດຊອບວຽກງານກ່ຽວຂ້ອງ ແລະ ...

Continue reading

ມັດສະດາ ລາວ ຄອງສອງແຊ໋ມ ເຕະບານ 7 ຄົນ ບາງກອກ ອິນເຕີເນເຊິນນອນ ຊຸບເປີຄັບ 2023 ທີ່ປະເທດໄທ

ສະໂມສອນ ມັດສະດາ ລາວ ຈີບີ ເອັບຊີ ຫຼື MAZDA LAOS GB FC ໜຶ່ງດຽວຈາກ ສປປ ລາວ ໂດຍສະເພາະ ມັດສະດາ ທີມ ເອ ຄອງແຊ໋ມການແຂ່ງຂັນ ເຕະບານເຍົາວະຊົນ 7 ຄົນ ຮຸ່ນອາຍຸບໍ່ເກີນ 9 ປີ ຫຼື ຢູ-9 ຊີງແຊ໋ມນານາຊາດທີ່ບາງກອກ ປະເທດໄທ (U9 Bangkok International Super cup 2023) ນະຄອນຫຼວງບາງກອກ ປະເທດໄທ ຂະນະທີ່ ມັດສະດາ ລາວ ທີມ ບີ ກໍບໍ່ໜ້ອຍໜ້າ ຄວ້າແຊ໋ມ ລະດັບດິວິຊັນ 1 ເປັນຂອງຂວັນລາງວັນ ໃຫ້ແກ່ພໍ່ແມ່ປະຊາຊົນລາວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ ຢ່າງໜ້າພາກພູມໃຈ. ການແຂ່ງຂັນເຕະບານເຍົາວະຊົນ ປະເພດ 7 ຄົນ ລາຍການ ບາງກອກ ອິນເຕີເນເຊິນນອນ ຊຸບເປີຄັບ...

Continue reading

ປິດສາກເທັນນິດ ເບຍລາວ ໂອເພັນ 2023 ສະຫຼອງວັນຊາດ ແລະ ວັນສ້າງຕັ້ງ ບໍລິສັດ ເບຍລາວ ຄົບຮອບ 50 ປີ

ສະໂມສອນ ເທັນນິດ ວຽງຈັນ ຮ່ວມກັບ ສະຫະພັນເທັນນິດແຫ່ງຊາດລາວ ຈັດການແຂ່ງຂັນກິລາເທັນນິດ ລາຍການ ເບຍລາວ ໂອເພັນ 2023 ຫຼື ລາຍການ “BeerLao Open 2023” ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຊາດ ຄົບຮອບ 48 ປີ ແລະ ວັນສ້າງຕັ້ງ ບໍລິສັດ ເບຍລາວ ຈຳກັດ ຄົບຮອບ 50 ປີ ຊຶ່ງປີນີ້ມີການຊີງໄຊ 13 ລາຍການ ແຕ່ລະລາຍການມີລາງວັນຊະນະເລີດ ແລະ ຮອງຊະນະເລີດ ມີນັກກິລາເຂົ້າຮ່ວມທັງໝົດ 145 ຄົນ ໂດຍໄດ້ຮັບການສະໜັບສະໜູນຈາກບໍລິສັດ ເບຍລາວ ຈຳກັດ ລວມມູນຄ່າຫຼາຍກວ່າ 200 ລ້ານກີບ. ພິທີປິດ ແລະ ມອບລາງວັນການແຂ່ງຂັນລາຍການດັ່ງກ່າວ ໄດ້ຈັດຂຶ້ນເມື່ອວັນທີ 2 ທັນວາ 2023 ທີ່ສະໂມສອນເທັນນິດ ວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ...

Continue reading

ສູນໂຄສະນາຂ່າວສານ ສສກ ແລະ ໂທລະພາບແຫ່ງຊາດ ແຂ່ງຂັນເຕະບານມິດຕະພາບ ຕ້ອນຮັບວັນຊາດ ແລະ ວັນສ້າງຕັ້ງ ທຊລ ຢ່າງຟົດຟື້ນ

ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຮ່ວມກັບ ສະຖານີໂທລະພາບແຫ່ງຊາດລາວ ຫຼື ທຊລ ຈັດກິດຈະກຳແຂ່ງຂັນກິລາເຕະບານນັດພິເສດ ມິດຕະພາບ ໃນວັນທີ 30 ພະຈິກ 2023 ທີ່ສະໜາມກິລາ ທຊລ ບ້ານຈອມມະນີ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມມີ ທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ແລະ ທ່ານ ຈັກກີ ພອນປະເສີດ ຜູ້ຊ່ວຍພະແນກຂ່າວພາຍໃນ ທຊລ ທັງເປັນຫົວໜ້າທີມເຕະບານ ທຊລ ພ້ອມດ້ວຍບັນດາຄະນະອຳນວຍການສູນ, ຫົວໜ້າ-ຮອງຫົວໜ້າພະແນກ ອ້ອມຂ້າງ ທຊລ ແລະ...

Continue reading

ກຕສ ມອບອຸປະກອນ-ລະບົບຫ້ອງຮຽນອອນລາຍ ໃຫ້ ມສ ໂພນທອງ ເມືອງນາຊາຍທອງ

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດງານພິທີພິທີມອບ-ຮັບອຸປະກອນການຮຽນອອນລາຍທາງໄກ ແລະ ລະບົບ G-Room Digital Learning Classroom ໃຫ້ແກ່ໂຮງຮຽນມັດທະຍົມສົມບູນ ຫຼື ມສ ໂພນທອງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທີ່ໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ ພາຍໃຕ້ໂຄງການຕົວແບບ (Pilot Project) ໃນວັນທີ 30 ພະຈິກ 2023 ທີ່ໂຮງຮຽນດັ່ງກ່າວ ກ່າວມອບໂດຍ ທ່ານ ປອ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກ່າວຮັບແມ່ນ ທ່ານ ພູວັນ ແກ້ວວົງເງິນ ຮັກສາການຜູ້ອຳນວຍການໂຮງຮຽນມັດທະຍົມສົມບູນໂພນທອງ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ແກ້ວວິສຸກ ໂສລະພົມ...

Continue reading

ຮ້ານຂາຍຄຳທັນທິບ ຄອງແຊ໋ມກິລາກະຕໍ້ ຄູ່ຊາຍທົ່ວໄປ ລາຍການ ປ໋າພາບ ຄັບ 2023

ທີມນັກກິລາກະຕໍ້ຮ້ານຄຳທັນທິບ ຈາກແຂວງມຸກດາຫານ ປະເທດໄທ ສາມາດເອົາຊະນະ ທີມບາລະມີແມ່ ຈາກນະຄອນຫຼວງວຽງຈັນ ໄປແບບຂາດຮອຍ 2-0 ເຊັດ ຄອງແຊ໋ມການແຂ່ງຂັນກິລາກະຕໍ້ ປະເພດຄູ່ຊາຍ ຮຸ່ນທົ່ວໄປ ຊີງຂັນປ໋າພາບ ປະຈຳປີ 2023 ຫຼື ລາຍການ ປ໋າພາບ ຄັບ 2023 ເພື່ອສົ່ງເສີມການພັດທະນານັກກິລາກະຕໍ້ໃນລາວ ເວົ້າສະເພາະແມ່ນນະຄອນຫຼວງວຽງຈັນ ໃຫ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງ ສາມາດກ້າວສູ່ລະດັບຊາດ ກໍຄື ສາມາດກ້າວຂຶ້ນໄປຮັບໃຊ້ທີມຊາດ ໃນອະນາຄົດ. ໂຄງການພັດທະນານັກກິລາລາວ ສະຫະພັນກະຕໍ້ແຫ່ງຊາດລາວ ຈັດການແຂ່ງຂັນກິລາກະຕໍ້ ຮຸ່ນທົ່ວໄປ ແລະ ຮຸ່ນອາວຸໂສ ປະເພດຄູ່ຊາຍ ຊີງຂັນປ໋າພາບ ປະຈຳປີ 2023...

Continue reading

ເປີດໂຄງການບານເຕະໃນໂຮງຮຽນ ຢ່າງເປັນທາງການ

ເປີດໂຄງການກິລາບານເຕະໃນໂຮງຮຽນ ໂດຍການສະໜັບສະໜູນຈາກສະຫະພັນບານເຕະນານາຊາດ (ຟີຟາ) ໃນໂຄງການ “FIFA FOOTBALL FOR SCHOOLS” ຢູ່ສປປ ລາວ ຢ່າງເປັນທາງການ ໃນວັນທີ 30 ພະຈິກ 2023 ທີ່ສູນຝຶກຈໍາປີ-ຈໍາປາ ສະໜາມກິລາແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມໂດຍມີ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ແລະ ທ່ານ ນາງ ຟັດມາ ຊຳບາ ດິຢຸບ ຊາມູຣາ (Fatma Samba Diouf Samoura) ເລຂາທິການສະຫະພັນບານເຕະນານາຊາດ ພ້ອມດ້ວຍຄະນະ, ຄະນະບໍລິຫານງານ ສຕລ, ແຂກຖືກເຊີນ, ສື່ມວນຊົນ, ຄູອາຈານ ແລະ ນັກກິລາເຍົາວະຊົນ 300...

Continue reading