ກຕສ ມອບອຸປະກອນ-ລະບົບຫ້ອງຮຽນອອນລາຍ ໃຫ້ ມສ ໂພນທອງ ເມືອງນາຊາຍທອງ

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດງານພິທີພິທີມອບ-ຮັບອຸປະກອນການຮຽນອອນລາຍທາງໄກ ແລະ ລະບົບ G-Room Digital Learning Classroom ໃຫ້ແກ່ໂຮງຮຽນມັດທະຍົມສົມບູນ ຫຼື ມສ ໂພນທອງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທີ່ໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ ພາຍໃຕ້ໂຄງການຕົວແບບ (Pilot Project) ໃນວັນທີ 30 ພະຈິກ 2023 ທີ່ໂຮງຮຽນດັ່ງກ່າວ ກ່າວມອບໂດຍ ທ່ານ ປອ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກ່າວຮັບແມ່ນ ທ່ານ ພູວັນ ແກ້ວວົງເງິນ ຮັກສາການຜູ້ອຳນວຍການໂຮງຮຽນມັດທະຍົມສົມບູນໂພນທອງ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ຈາຄັອບ ສະເຄເມວ ຮອງຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ແລະ ທ່ານ ມະໂນສິນ ມາສະວົງດີ ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍແຂກຖືກເຊີນທີ່ມາຈາກບັນດາກະຊວງ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະອຳນວຍການໂຮງຮຽນ, ຄະນະບ້ານ, ພະນັກງານ, ຄູອາຈານ ແລະ ນ້ອງນັກຮຽນຢ່າງພ້ອມພຽງ.
ສຳລັບໂຄງການຫ້ອງຮຽນດິຈິຕອນ (Digital Learning Classroom) ນີ້ ກໍແມ່ນໜຶ່ງໃນໜ້າວຽກທີ່ສໍາຄັນ ເປັນໂຄງການຕົ້ນແບບເລີ່ມຕົ້ນຂອງການສົ່ງເສີມການຮຽນການສອນອອນລາຍທາງໄກ ເພື່ອອໍານວຍຄວາມສະດວກ ແລະ ສ້າງເງື່ອນໄຂ ພ້ອມທັງເພີ່ມປະສິດທິພາບໃຫ້ແກ່ບັນດາໂຮງຮຽນ ໃນການສິດສອນຖ່າຍທອດຄວາມຮູ້ໃຫ້ແກ່ນັກຮຽນ ໂດຍນໍາໃຊ້ອຸປະກອນ ແລະ ເຄື່ອງມືເຕັກໂນໂລຊີທີ່ທັນສະໄໝ ພ້ອມທັງເປັນການເພີ່ມທັກສະທາງດ້ານດິຈິຕອນ ໃຫ້ຄູ ແລະ ນັກຮຽນ ສາມາດນໍາໃຊ້ລະບົບການຮຽນການສອນແບບດິຈິຕອນ ເຂົ້າໃນການຮຽນການສອນຕົວຈິງ.
ນອກຈາກນີ້, ທາງກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍຄືສູນບໍລິຫານລັດດິຈິຕອນ ແລະ ອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ຍັງຈະໄດ້ສືບຕໍ່ການມອບ-ຮັບອຸປະກອນການຮຽນອອນລາຍທາງໄກ ແລະ ລະບົບ G-Room Digital Learning Classroom ຕາມແຜນອີກຕື່ມ 4 ໂຮງຮຽນຕົວແບບ ທີ່ນອນໃນ 3 ແຂວງ ຄື: ແຂວງວຽງຈັນ 1 ໂຮງຮຽນ, ແຂວງບໍລິຄໍາໄຊ 1 ໂຮງຮຽນ, ແຂວງໄຊສົມບູນ 1 ໂຮງຮຽນ ແລະ ນະຄອນຫຼວງວຽງຈັນ 1 ໂຮງຮຽນ.
ໂຄງການດັ່ງກ່າວ ແມ່ນມີຄວາມໝາຍຄວາມສຳຄັນ ແລະ ສອດຄ່ອງກັບຄວາມຕ້ອງການຕົວຈິງຂອງວຽກງານການຫັນເປັນທັນສະໄໝ ຂອງຂະແໜງການສຶກສາ ແລະ ກິລາ ແລະ ຫວັງຢ່າງຍິ່ງວ່າ ເຄື່ອງອຸປະກອນ ແລະ ລະບົບຫ້ອງຮຽນທາງໄກນີ້ ຈະເປັນປະໂຫຍດຢ່າງແທ້ຈິງໃຫ້ແກ່ໂຮງຮຽນ, ຄູ ແລະ ນັກຮຽນ ເພື່ອເພີ່ມຄຸນນະພາບການຮຽນການສອນ ໃຫ້ສູງຂຶ້ນກວ່າເກົ່າ ແລະ ມີຫຼາກຫຼາຍຮູບແບບໃນການຖ່າຍທອດບົດຮຽນ.
ສຳລັບເຄື່ອງອຸປະກອນທີ່ມອບໃນຄັ້ງນີ້ ປະກອບມີ ຈໍໂທລະພາບແບບທັນສະໄໝ (ແບບສໍາຜັດ), ເຄື່ອງລະບົບກອງປະຊຸມທາງໄກ, ເຄື່ອງສຽງ, ເຄື່ອງຄອມພິວເຕີແບບຕັ້ງໂຕະ ແລະ ແລັດທັອບ, ໂປຣແກຣມລະບົບຫ້ອງຮຽນດິຈິຕອນເພື່ອການຮຽນການສອນ ນໍາໃຊ້ຜ່ານເວັບ ແລະ ໃຊ້ຜ່ານແອັບພລິເຄຊັນ (Application) ໃນມີຖືລະບົບແອນດຣອຍ (Android) ແລະ ໄອໂອເອັດ (Ios) ໄດ້. ໃນນັ້ນຍັງມີປື້ມຄູ່ມື ແລະ ຈັດຝຶກອົບຮົມວິທີການຄຸ້ມຄອງນໍາໃຊ້ອຸປະກອນ ແລະ ນໍາໃຊ້ລະບົບລະບົບຫ້ອງຮຽນດິຈິຕອນເພື່ອການຮຽນການສອນ ໃຫ້ຄູ ແລະ ນ້ອງໆນັກຮຽນຕື່ມອີກ.
ຂໍ້ມູນ-ພາບ: ກົມສາມັນສຶກສາ ສສກ
ຮຽງຮຽງໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວທີ່ກ່ຽວຂ້ອງ