Skip to main content

ສສກ-ລັດຖະບານອົດສະຕຣາລີ ລະນຶກວັນຄົນພິການສາກົນ ປີ 2023

05/12/2023

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ລັດຖະບານອົດສະຕຣາລີ ໄດ້ຈັດກອງປະຊຸມສໍາມະນາລະນຶກວັນຄົນພິການສາກົນ ປີ 2023 ພາຍໃຕ້ຫົວຂໍ້: ເສີມສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບວຽກງານຄົນພິການ, ການປົກປ້ອງ ແລະ ການປະຕິບັດທີ່ດີທີ່ສຸດສຳລັບການຮັກສາຄວາມປອດໄພສຳລັບເດັກໃຫ້ແກ່ພະນັກງານຂັ້ນກະຊວງ ສສກ ເມື່ອວັນທີ 5 ທັນວາ 2023 ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ພໍ ແຄລີ ລີ (Paul Kelly) ເອກອັກຄະລັດຖະທູດປະເທດອົດສະຕຣາລີ ປະຈໍາ ສປປ ລາວ, ພ້ອມດ້ວຍຮອງຫົວໜ້າກົມ, ຫົວໜ້າແຜນງານບີຄວາ, ຊຽວຊານ, ຄະນະຮັບຜິດຊອບວຽກງານກ່ຽວຂ້ອງ ແລະ  ພະນັກງານວິຊາການຢ່າງພ້ອມພຽງ.

ການຈັດສຳມະນາໃນຄັ້ງນີ້, ເພື່ອສ້າງຄວາມເຂົ້າໃຈໃຫ້ກັບສັງຄົມ ແລະ ສົ່ງເສີມການຮັບຮູ້ ແລະ ຍອມຮັບຄົນພິການ, ທັງຮັບປະກັນໃຫ້ພະນັກງານທີ່ກ່ຽວຂ້ອງຈາກຂັ້ນກະຊວງມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສິ່ງທ້າທາຍຂອງເດັກພິການໃນລະບົບການສຶກສາ ແລະ ການຮັບປະກັນການປົກປ້ອງເດັກ ແລະ ຮັກສາຄວາມປອດໄພສໍາລັບເດັກທຸກຄົນໃນໂຮງຮຽນ ແລະ ຍັງສະໜັບສະໜູນໃຫ້ທີມຄູຝຶກບົດບາດຍິງ-ຊາຍຂອງກະຊວງ ສ້າງເຄືອຂ່າຍຜູ້ຊ່ຽວຊານ ແລະ ຮ່ວມມືກັບອົງການຈັດຕັ້ງທີ່ເຂົາເຈົ້າສາມາດຮັບເອົາຄຳປຶກສາຫາລືກ່ຽວກັບວຽກງານຄົນພິການ. ສໍາລັບຄໍາຂວັນໃນວັນຄົນພິການສາກົນ ປະຈໍາປີ 2023 ແມ່ນ “ຮ່ວມກັນປະຕິບັດເພື່ອຊ່ວຍເຫຼືອ ແລະ ບັນລຸເປົ້າໝາຍ SDGs ຮ່ວມກັນ ແລະ ໂດຍຄົນພິການເອງ”.

 

ໂອກາດນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ກ່າວວ່າ “ຄູອາຈານ ແມ່ນມີບົດບາດສໍາຄັນຢ່າງຍິ່ງໃນການສົ່ງເສີມແນວຄວາມຄິດ “ບໍ່ປະໃຜໄວ້ທາງຫຼັງ”. ໜ້າທີ່ຂອງພວກເຮົາ ແມ່ນເພື່ອຮັບປະກັນການຜັກດັນການນໍາເອົານະໂຍບາຍໄປປະຕິບັດຕົວຈິງ ແລະ ເນັ້ນໃຫ້ຄູໄດ້ຮັບການສະໜັບສະໜູນຢ່າງພຽງພໍສໍາລັບການພັດທະນາທັກສະ ແລະ ສະໜອງຄວາມຕ້ອງການທີ່ຫຼາກຫຼາຍຂອງຜູ້ຮຽນຢ່າງເໝາະສົມ ໂດຍບໍ່ຈຳແນກບົດບາດຍິງ-ຊາຍ, ຊົນເຜົ່າ ແລະ ຄວາມສາມາດ.

ພ້ອມດຽວກັນນັ້ນ, ທ່ານ ພໍ ແຄ ກ່າວວ່າ: “ຄວາມພິການຖືວ່າເປັນບັນຫາຫຼັກໃນທົ່ວໂລກທີ່ກີດກັນການເຂົ້າເຖິງການສຶກສາ. ການສຶກສາຮຽນຮ່ວມຖືວ່າເປັນອີກທິດທາງໜຶ່ງທີ່ສຳຄັນຢ່າງຍິ່ງ ເພື່ອປ່ຽນແປງສັງຄົມ. ພວກເຮົາເຊື່ອວ່າ ອຳນວຍການ ແລະ ຄູອາຈານທີ່ມີປະສິດທິຜົນ ແລະ ການມີສ່ວນຮ່ວມຂອງຊຸມຊົນເປັນກະແຈ ເພື່ອຮັບປະກັນບົດຮຽນ ແລະ ໂຮງຮຽນແມ່ນແທດເໝາະສໍາລັບເດັກທຸກຄົນ ໂດຍບໍ່ຈຳແນກຄວາມສາມາດ, ເພດ ຫຼື ຊົນເຜົ່າຂອງເຂົາເຈົ້າ.

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ