Skip to main content

Author: Chanthakhard Inthadalin

ອູຊະເບກິດສະຖານ ເຈົ້າພາບ ຖືກຈັດຢູ່ກຸ່ມ A ຮ່ວມກັບ ໂຮນລັງ, ປາຣາໄກວ ແລະ ຄອດຕາຣິກາ ຟຸດຊໍຊີງແຊ໋ມໂລກ 2024

ສະຫະພັນກິລາບານເຕະສາກົນ ຫຼື FIFA ຈັດພິທີຈັບສະຫຼາກແບ່ງກຸ່ມການແຂ່ງຂັນຟຸດຊໍ ຊີງແຊ໋ມໂລກ 2024 (2024 FIFA Futsal World Cup) ໃນຄ່ຳຄືນວັນທີ 26 ພຶດສະພາ 2024 ຕາມເວລາໃນສປປ ລາວ ທີ່ຈະຕຸຣັດເຣກິດສະຖານ ປະເທດອູຊະເບກິດສະຖານ ຊຶ່ງຜົນການຈັບສະຫຼາກມີດັ່ງນີ້: – ກຸ່ມ A: ອູຊະເບກິດສະຖານ ເຈົ້າພາບ, ໂຮນລັງ, ປາຣາໄກວ ແລະ ຄອດຕາຣິກາ. – ກຸ່ມ B: ເບຣຊິນ, ກຸຍບາ, ໂຄຣເອເຊຍ ແລະ ໄທ. – ກຸ່ມ C: ອາກຊັງຕິນ, ອູແກຣນ, ອັບການິດສະຖານ ແລະ ອັງໂກລາ. – ກຸ່ມ D: ແອັດສະປາຍ, ຄາຊັກສະຖານ, ນິວຊີແລນ ແລະ ລິບີ. – ກຸ່ມ E: ປອກຕຸຍການ, ປານາມາ, ທາຈິກິດສະຖານ ແລະ ມາຣົກ. – ກຸ່ມ F: ອີຣານ, ເວເນຊູເອລາ, ກົວເຕມາລາ ແລະ ຝຣັ່ງ....

Continue reading

ເປີດສາກແລ້ວ ດອກປີກໄກ່ເຍົາວະຊົນ ຊີງແຊ໋ມອາຊຽນ 2024 ມີການຊີງໄຊ 12 ຫຼຽນຄຳ ຂະນະທີ່ ລາວ ຕັ້ງເປົ້າໝາຍ 2 ຫຼຽນຄຳ

ເປີດສາກຂຶ້ນຢ່າງເປັນທທາງການ ການແຂ່ງຂັນກິລາດອກປີກໄກ່ ເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ ແລະ ຮຸ່ນອາຍຸບໍ່ເກີນ 17 ປີ ຊີງແຊ໋ມອາຊຽນ ປະຈຳປີ 2024 ຫຼື ລາຍການ Badminton Asia Regional Junior (Under 15 & 17) Championship 2024 ຈັດຂຶ້ນໃນລະຫວ່າງວັນທີ 22-26 ພຶດສະພາ 2024 ທີ່ສະໂມສອນ ດອກປີກໄກ່ ເສດຖາ (ບຶງຂະຫຍອງ) ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ງານດັ່ງກ່າວມີການຊີງໄຊທັງໝົດ 12 ຫຼຽນຄຳ ຂະນະທີ່ສປປ ລາວ ຕັ້ງເປົ້າໝາຍຈະສູ້ຊົນໃຫ້ໄດ້ 2...

Continue reading

ປິດສາກລົງແລ້ວ ການແຂ່ງຂັນກິລາເທັນນິດ ຊີງຂັນປະທານສະໂມສອນ ພູຜາ ປະຈຳປີ 2024 ສະຫຼອງວັນກຳມະກອນສາກົນ ຄົບຮອບ 138 ປີ

ພິທີປິດການແຂ່ງຂັນລາຍການດັ່ງກ່າວ ໄດ້ມີຂຶ້ນໃນຕອນແລງວັນທີ 21 ພຶດສະພາ 2024 ພາຍຫຼັງໄດ້ດຳເນີນແຂ່ງຂັນມາແຕ່ວັນທີ 22 ເມສາ ຜ່ານມາ ທີ່ສະໜາມກິລາເທັນນິດ ສະໂມສອນ ພູຜາ ເທັນນິດ ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນເທັນນິດແຫ່ງຊາດລາວ ແລະ ທ່ານ ພອນເພັງ ຈັນທະວົງ ປະທານສະໂມສອນ ພູຜາ ເທັນນິດ ພ້ອມດ້ວຍບັນດາຄະນະນຳ, ຄູຝຶກ ແລະ...

Continue reading

ບໍລິສັດ ເບ ສະຫວັນ ມອບນໍ້າດື່ມ 30 ແພັກ ໃຫ້ ສວສ ຊຸກຍູ້ກິດຈະກຳຕ່າງໆ ສ້າງຂະບວນການສະຫຼອງວັນສຳຂອງຊາດ

ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ, ປະທານສະໂມສອນຟຸດຊໍ ເບ ສະຫວັນ ເອັບຊີ ທັງເປັນເຈົ້າຂອງ ຮ້ານອາຫານ ເບ ປີ້ງແບ້ສະຫວັນ ແລະ ສະໜາມກິລາຫຍ້າທຽມ ເບ ສະຫວັນ ເອັບຊີ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອສັງຄົມລາວ ທັງພາກລັດ ແລະ ເອກະຊົນ ຫຼ້າສຸດໄດ້ອຸປະຖຳມອບນໍ້າດື່ມ ຜະລິດຕະພັນ ເບ ສະຫວັນ ຈຳນວນ 30 ແພັກ ໃຫ້ແກ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ເພື່ອນຳໃຊ້ເຂົ້າໃນກິດຈະກຳຕ່າງໆ ທັງກິລາ ແລະ ບັນດາວຽກງານກອງປະຊຸມ ເພື່ອສ້າງຂະບວນການສະຫຼອງວັນສຳຄັນຕ່າງໆຂອງຊາດ ໂດຍສະເພາະໃນມໍ່ໆນີ້ ກໍຈະໄດ້ນຳໃຊ້ເຂົ້າໃນສູນກະກຽມຫົວບົດສອບເສັງຈົບຊັ້ນມັດທະຍົມສຶກສາ ປີທີ 4 ແລະ ປີທີ 7 ສົກຮຽນ...

Continue reading

ສໍາມະນາວິຊາການ ພັດທະນາກິລາ-ກາຍະກຳຄົນພິການລາວ ໃຫ້ມີທ່າກ້າວພົ້ນເດັ່ນກວ່າເກົ່າ

ຄະນະກຳມະການພາຣາແລມປິກແຫ່ງຊາດລາວ ຫຼື ຄພລ ຈັດກອງປະຊຸມສໍາມະນາວິຊາການກ່ຽວກັບວຽກງານການພັດທະນາກິລາ-ກາຍຍະກຳຄົນພິການລາວ ເພື່ອຄົ້ນຄວ້າດ້ານວິຊາການ ກ່ຽວກັບວຽກງານການພັດທະນາກິລາ-ກາຍະກຳຄົນພິການລາວ ໂດຍສະເພາະແມ່ນສາເຫດດ້ານດີ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ໃນການຈັດງານແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ 3 ທີ່ແຂວງຊຽງຂວາງ, ການເຂົ້າຮ່ວມງານແຂ່ງຂັນກິລາອາຊຽນພາຣາເກມ, ງານກິລາເອຊຽນພາຣາເກມ ແລະ ການເຂົ້າຮ່ວມຊີງແຊ໋ມໃນລາຍການຕ່າງໆ ຂອງສາກົນ ແນໃສ່ຊອກໃຫ້ເຫັນດ້ານດີ, ດ້ານຕັ້ງໜ້າ ສືບຕໍ່ເສີມຂະຫຍາຍ ພ້ອມທັງດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ...

Continue reading

ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ສົ່ງເສີມເຕັກນິກການພັດທະນາວິຊາຊີບຄູແບບຕໍ່ເນື່ອງ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ນຳສະເໜີວີດີໂອສຳລັບການພັດທະນາຄູຕອນໃໝ່ ການນຳໃຊ້ “ການສອນເປັນຄູ່” ເພື່ອສົ່ງເສີມໃຫ້ຄູໄດ້ຮຽນຮູ້ຈາກຄູດ້ວຍກັນ ແລະ ໄດ້ທົດລອງການປະຕິບັດເຕັກນິກການສອນແບບໃໝ່ໃນຫ້ອງຮຽນ. ການສອນເປັນຄູ່ ແມ່ນກິດຈະກໍາການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຊຶ່ງຄູສອນສອງຄົນ, ຫຼື ຄູສອນໜຶ່ງຄົນ ແລະ ຜູ້ສະສະໜັບສະໜູນດ້ານການສອນ ຈະເຮັດວຽກຮ່ວມກັນເພື່ອວາງແຜນການສອນ, ສອນ ແລະ ທົບທວນຄືນບົດຮຽນນຳກັນ. ຈຸດປະສົງຂອງການສອນເປັນຄູ່ ແມ່ນເພື່ອໃຫ້ຄູຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຮຽນຮູ້ກິດຈະກຳໃນຫ້ອງຮຽນ ແລະ ວິທີການການສອນແບບໃໝ່. ຊຶ່ງວິທີດັ່ງກ່າວ...

Continue reading

ດັບເບິນຢູໄອຈີ ນາຄາ ຕົວແທນຈາກ ສປປ ລາວ ຖືກຈັດຢູ່ກຸ່ມ ເຮັດ ຮ່ວມກັບ ຣີວ ເບຕິດ ທີມດັງຈາກແອັດສະປາຍ ລາຍການ TAR 2024 ຮອບສຸດທ້າຍ

ນັກເຕະບານເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 11 ປີ ຫຼື ຢູ-11 ສະໂມສອນ ດັບເບິນຢູໄອຈີ ນາຄາ ຫຼື WIG NAGA ຕົວແທນໜຶ່ງດຽວຈາກ ສປປ ລາວ ເດີນທາງມຸ່ງໜ້າສູ່ເມືອງບາເຊໂລນາ ປະເທດແອັດສະປາຍ (ສະເປນ) ໃນວັນທີ 22 ເມສາ ຜ່ານມາ ຫຼັງຈາກເກັບຕົວຝຶກຊ້ອມ ທີ່ສູນກິລາ ໃຈຟ້າ ແຂວງລົບບູລີ ປະເທດໄທ ເພື່ອເຂົ້າຮ່ວມຊີງໄຊໃນລາຍການ TAR 2024 ຮອບສຸດທ້າຍ ຈະຈັດຂຶ້ນລະຫວ່າງວັນທີ 24-28 ເມສາ 2024 ຊຶ່ງລາຍການດັ່ງກ່າວ ມີເຖິງ 50 ສະໂມສອນເຂົ້າຮ່ວມ ແບ່ງອອກເປັນ 10 ກຸ່ມ. ທັງນີ້, ດັບເບິນຢູໄອຈີ ນາຄາ ເປັນສະໂມສອນໜຶ່ງດຽວຈາກ ສປປ ລາວ ແລະ ເປັນທີມທຳອິດ ທີ່ໄດ້ຮ່ວມແຂ່ງຂັນໃນລາຍການນີ້...

Continue reading

ນັກຮຽນລາວ ສ້າງຜົນງານເດັ່ນໃນເວທີລະດັບສາກົນ ຍາດໄດ້ 2 ຫຼຽນຄໍາ, 4 ຫຼຽນເງິນ ແລະ 6 ຫຼຽນທອງ ການແຂ່ງຂັນວິຊາຄະນິດສາດ ແລະ ພາສາອັງກິດ ທີ່ອົດສະຕຣາລີ

ນ້ອງນັກຮຽນ ຈຳນວນ 21 ຄົນ ຈາກໂຮງຮຽນນານາຊາດລາວ ແລະ ໂຮງຮຽນພອນສະຫວັນ ຊຶ່ງເປັນຕົວແທນຈາກ ສປປ ລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນໃນເວທີລະດັບສາກົນ ຫຼັງຍາດມາໄດ້ເຖິງ 2 ຫຼຽນຄຳ, 4 ຫຼຽນເງິນ ແລະ 6 ຫຼຽນທອງ ໃນການແຂ່ງຂັນວິຊາຄະນິດສາດ ແລະ ພາສາອັງກິດໂອແລມປິກ ທີ່ເມືອງຊິດນີ ປະເທດອົດສະຕຣາລີ ໃນລະຫວ່າງວັນທີ 14-21 ເມສາ 2024. ທັງນີ້, ສໍາລັບການແຂ່ງຂັນຮອບຊີງຊະນະເລີດ ວິຊາຄະນິດສາດ ແລະ ພາສາອັງກິດໂອແລມປິກ ມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດຫຼາຍກວ່າ 4 ພັນຄົນ ທີ່ມາຈາກ 32 ປະເທດ ໃນນັ້ນນັກຮຽນຈາກ ສປປ ລາວ ເຂົ້າຮ່ວມທັງໝົດ 21 ຄົນ ທີ່ເປັນຕົວແທນຈາກໂຮງຮຽນນານາຊາດລາວ ແລະ...

Continue reading