Skip to main content

Author: Chanthakhard Inthadalin

ສວສ ຍົກລະດັບຄູສອນ ມ.4 ແລະ ມ.7 ສູນທີ 2 ໂຮງຮຽນທົດລອງ 4 ແຂວງພາກກາງ ແລະ ໃຕ້ ທີ່ ວຄ ບ້ານເກີນ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຝຶກອົບຮົມສອນ ຂັ້ນ ມ.4 ແລະ ມ.7 ສຳລັບສູນທີ 2 ໂຮງຮຽນທົດລອງ ໃນ 6 ເມືອງ 4 ແຂວງ ພາກກາງ ແລະ ພາກໃຕ້ ເມື່ອວັນທີ 27 ພະຈິກ 2023 ທີ່ວິທະຍາໄລຄູ (ວຄ) ບ້ານເກີນ ເມືອງທຸລະຄົມ ແຂວງວຽງຈັນ ໂດຍໃຫ້ກຽດເປັນປະທານໃນພິທີເປີດຂອງທ່ານ ອຸທິດ ທິບມະນີ ຮອງອຳນວຍການ ສວສ ແລະ ທ່ານ ປະຢັດ ລັດຕະນາ ຮອງອໍານວຍການວິທະຍາໄລຄູບ້ານເກີນ, ມີບັນດາຊ່ຽວຊານ, ພະນັກງານອາວຸໂສບໍານານ, ຜູ້ອໍານວຍການ-ຮອງອໍານວຍການສູນ, ຫົວໜ້າພະແນກ, ຫົວໜ້າຫ້ອງການຄຸ້ມຄອງໂຄງການ, ທີ່ປຶກສາພາຍໃນ ແລະ ຕ່າງປະເທດ, ຄູຝຶກຈາກ ສວສ, ກົມສາມັນ, ກົມສ້າງຄູ, ວິທະຍາໄລຄູ, ມະຫາວິທະຍາໄລແຫ່ງຊາດ, ໂຮງຮຽນ ມສ ວຽງຈັນ ແລະ...

Continue reading

ຫຼາຍພາກສ່ວນຮ່ວມມືຊຸກຍູ້ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນຫາດປາງ ເມືອງປາກອູ

ກະຊວງສຶກສາທິການ ແລະ ກິລາ ຕາງໜ້າໂດຍກົມສາມັນສຶກສາ, ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ຮ່ວມກັບ ອົງການເພື່ອຄວາມສາມັກຄີສໍາລັບປະຊາຊົນຜູ້ດ້ອຍໂອກາດໃນອາຊີ ແລະ ສະຫະພັນແຮງງານຕໍ່າແຜ່ນຕັດຫຍິບ, ເຄມີ, ອາຫານ, ການຄ້າ, ການບໍລິການ ແລະ ແຮງງານທົ່ວໄປຂອງປະເທດຍີ່ປຸ່ນ ໄດ້ຮ່ວມກັນຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນຫາດປາງ ເມືອງປາກອູ ແຂວງຫຼວງພະບາງ ເພື່ອຊຸກຍູ້ສົ່ງເສີມ ແລະ ກໍ່ສ້າງພື້ນຖານໂຄງລ່າງວຽກງານໃນຂະແໜງການສຶກສາ ແລະ ກິລາ...

Continue reading

ການນຳພັກ-ລັດ ແລະ ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ຮ່ວມໃສ່ບາດສືບສານປະເພນີພະທາດຫຼວງວຽງຈັນ ປະຈຳປີ 2023

ພິທີໃສ່ບາດຖວາຍສັງຄະທານແດ່ພະສົງ-ສາມະເນນ, ໄຫວ້ພະຮັບສິນ, ຟັງທຳມະເທດສະໜາ ແລະ ຢາດນໍ້າຕາມຮີດຄອງປະເພນີ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ ໃນໂອກາດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2023 (ໃນມື້ຂຶ້ນ 15 ເດືອນ 12 ພສ 2566) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 27 ພະຈິກ 2023 ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມມີ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫຼ່ງ ສປປ ລາວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍການນໍາພັກ-ລັດ ແລະ ມວນຊົນທັງພາຍໃນ ແລະ ຕ່າງປະເທດຢ່າງຫຼວງຫຼາຍ. ການໃສ່ບາດໃນງານບຸນປະເພນີນະມັດສະການພະທາດຫຼວງປີນີ້...

Continue reading

ຄພສກ ກຸ່ມ 2 ເລົ່າຄືນມູນເຊື້ອ 2 ວັນປະຫວັດສາດ ພ້ອມເຜີຍແຜ່ເອກະສານ ກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ

ຄະນະພັກກະຊວງສຶກສາທິການ ແລະ ກິລາ (ຄພສກ) ກຸ່ມ 2 ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດສາດສຳຄັນ ແລະ ກອງປະຊຸມເຜີຍແຜ່ເອກະສານກ່ຽວກັບການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງຮາກຖານພັກ ທີ່ຂຶ້ນກັບອົງຄະນະພັກກະຊວງສຶກສາທິການ ແລະ ກິລາ (ສສກ) ເມື່ອວັນທີ 23 ພະຈິກ 2023 ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ຂັນທະລີ ສີຣິພົງພັນ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີີ ຄະນະປະຈຳພັກ, ຄະນະພັກ, ເລຂາຄະນະພັກຮາກຖານຫ້ອງການ, ກົມກວດກາ, ກົມແຜນການ, ສຳນັກພິມສຶກສາ ແລະ ກິລາ, ບໍລິສັດລັດວິສາຫະກິດໂຮງພິມສຶກສາ ແລະ ບໍລິສັດລັດວິສາຫະກິດອຸປະກອນການສຶກສາ ແລະ...

Continue reading

ສກຂ ສະຫວັນນະເຂດ ປະເມີນຄະນະພະແນກ ປະຈຳປີ 2023

ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ສະຫວັນນະເຂດ ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງປະຕີິບັດວຽກງານໃນໜຶ່ງປີຜ່ານມາຂອງຄະນະພະແນກ ປະຈໍາປີ 2023 ໃນວັນທີ 21 ພະຈິກ 2023 ທີ່ຫ້ອງປະຊຸມພະແນກດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ  ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ ສະຫວັນນະເຂດ, ມີ ທ່ານ ປອ ສຸກສົມພອນ ອະໂນໄທ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ລັດຕະນະບັນເລິງ ໄກສອນ ຮອງຫົວໜ້າພະແນກພາຍໃນແຂວງ, ພ້ອມດ້ວຍຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຕາງໜ້າອົງການກວດກາລັດແຂວງ, ຕາງໜ້າຄະນະຈັດຕັ້ງແຂວງ, ບັນດາຫົວໜ້າ/ຮອງຫົວໜ້າ 10 ຂະແໜງ, ຫົວໜ້າ/ຮອງຫົວໜ້າ 4 ສູນຂອງພະແນກ, ຄະນະກໍາມະການຮັບຜິດຊອບການປະເມີນຂັ້ນແຂວງ ແລະ...

Continue reading

ສກຂ ຈຳປາສັກ ປະກາດແຕ່ງຕັ້ງຮອງຫົວໜ້າພະແນກຜູ້ໃໝ່

ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ຈຳປາສັກ ໄດ້ຈັດພິທີປະກາດແຕ່ງຕັ້ງຕຳແໜ່ງບໍລິຫານປະເພດ IV ໃນວັນທີ 22 ພະຈິກ 2023 ທີ່ພະແນກດັ່ງກ່າວ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບົວທອງ ສຸວັນນະສານ ຄະນະປະຈຳພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ພ້ອມດ້ວຍຄະນະຈັດຕັ້ງແຂວງ, ພະແນກພາຍໃນແຂວງ, ຄະນະກວດກາພັກ-ລັດແຂວງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 9 ຕົວເມືອງ 1 ນະຄອນ, ຜູ້ອຳນວຍການໂຮງຮຽນອ້ອມຂ້າງພະແນກ ແລະ ຜູ້ໄດ້ຮັບການແຕ່ງຕັ້ງຢ່າງພ້ອມພຽງ. ໂດຍປະຕິບັດຕາມຂໍ້ຕົກລົງຂອງເຈົ້າແຂວງຈຳປາສັກ...

Continue reading

ບຸກຄະລາກອນ 56 ທ່ານ ຈາກ ນວ ແລະ ຫຼວງພະບາງ ຮັບການຍົກລະດັບຄວາມສາມາດການເປັນຄູຝຶກ

ພະນັກງານ ແລະ ຄູອາຈານ ຈາກໂຮງຮຽນເປົ້າໝາຍ ຈຳນວນ 56 ທ່ານ, ຍິງ 13 ທ່ານ ທີ່ມາຈາກແຂວງຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ໄດ້ຮັບການຍົກລະດັບຄວາມຮູ້ຄວາມສາມາດການເປັນຄູຝຶກ ເພື່ອນຳໄປວາງແຜນຝຶກຊ້ອມຢູ່ພາຍໃນໂຮງຮຽນທີ່ຕົນສັງກັດຢູ່ ໃຫ້ມີການພັດທະນາທາງດ້ານການກິລາ ສາມາດສ້າງນັກກິລາ ແລະ ຈັດການແຂ່ງຂັນໄດ້ໃນລະດັບໂຮງຮຽນ ແລະ ກ້າວສູ່ລະດັບທີ່ສູງຂຶ້ນເຖິງຂັ້ນປະເທດ, ພາກພື້ນ ແລະ ສາກົນໄດ້ ໃນອະນາຄົດ ກອງປະຊູມຝຶກອົບຮົມຝຶກອົບຮົມຄັ້ງນີ້ ໄດ້ມີຂຶ້ນລະຫວ່າງວັນທີ 13-17 ພະຈິກ 2023 ທີ່ຫ້ອງປະຊຸມຄະນະກຳມະການໂອແລມປິກແຫ່ງຊາດລາວ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ...

Continue reading

ໂຄງການຮຽນອ່ານ ຕີລາຄາຄືນວຽກງານ ພ້ອມລິເລີ່ມ ໄລຍະ II ທີ່ແຂວງຈໍາປາສັກ

ກອງປະຊຸມລິເລີ່ມໂຄງການຮຽນອ່ານ ໄລຍະ II ແລະ ໂຄງການຮຽນອ່ານ ເພື່ອສົ່ງເສີມການສຶກສາຮຽນຮ່ວມ ໄດ້ຈັດຂຶ້ນໃນວັນທີ 21 ພະຈິກ 2023 ທີ່ພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ, ທ່ານ ຄາໂມ ໂຫຊຽນ ຫົວໜ້າໂຄງການຮຽນອ່ານ, ອົງການຊ່ວຍເຫຼືອເດັກສາກົນປະຈຳ ສປປ ລາວ, ທ່ານ ນາງ ອ່ອນຈັນ ຈັນເພັດທະລາດ ຜູ້ອຳນວຍການດ້ານການສົ່ງເສີມການຮຽນຮູ້ໜັງສື ແລະ ທ່ານ ກິລັນ ດັດຕານາພີດ ຊ່ຽວຊານອາວຸໂສດ້ານການສຶກສາຮຽນຮ່ວມ ອົງການເພື່ອມະນຸດສະທຳ ແລະ ການມີສ່ວນຮ່ວມ, ພ້ອມດ້ວຍຮອງເຈົ້າເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຫົວໜ້າໜ່ວຍງານການສຶກສາພາກບັງຄັບ, ສະຖິຕິແຜນການ, ພັດທະນາຄູຈາກ 5 ເມືອງ...

Continue reading