Skip to main content

ສວສ ຍົກລະດັບຄູສອນ ມ.4 ແລະ ມ.7 ສູນທີ 2 ໂຮງຮຽນທົດລອງ 4 ແຂວງພາກກາງ ແລະ ໃຕ້ ທີ່ ວຄ ບ້ານເກີນ

28/11/2023

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຝຶກອົບຮົມສອນ ຂັ້ນ ມ.4 ແລະ ມ.7 ສຳລັບສູນທີ 2 ໂຮງຮຽນທົດລອງ ໃນ 6 ເມືອງ 4 ແຂວງ ພາກກາງ ແລະ ພາກໃຕ້ ເມື່ອວັນທີ 27 ພະຈິກ 2023 ທີ່ວິທະຍາໄລຄູ (ວຄ) ບ້ານເກີນ ເມືອງທຸລະຄົມ ແຂວງວຽງຈັນ ໂດຍໃຫ້ກຽດເປັນປະທານໃນພິທີເປີດຂອງທ່ານ ອຸທິດ ທິບມະນີ ຮອງອຳນວຍການ ສວສ ແລະ ທ່ານ ປະຢັດ ລັດຕະນາ ຮອງອໍານວຍການວິທະຍາໄລຄູບ້ານເກີນ, ມີບັນດາຊ່ຽວຊານ, ພະນັກງານອາວຸໂສບໍານານ, ຜູ້ອໍານວຍການ-ຮອງອໍານວຍການສູນ, ຫົວໜ້າພະແນກ, ຫົວໜ້າຫ້ອງການຄຸ້ມຄອງໂຄງການ, ທີ່ປຶກສາພາຍໃນ ແລະ ຕ່າງປະເທດ, ຄູຝຶກຈາກ ສວສ, ກົມສາມັນ, ກົມສ້າງຄູ, ວິທະຍາໄລຄູ, ມະຫາວິທະຍາໄລແຫ່ງຊາດ, ໂຮງຮຽນ ມສ ວຽງຈັນ ແລະ ຄູສອນມາຈາກໂຮງຮຽນທົດລອງຂອງໂຄງການໃນ 6 ເມືອງ (ເມືອງເຟືອງ, ເມືອງໝື່ນ ແຂວງວຽງຈັນ, ເມືອງປາກກະດິງ, ເມືອງຄຳເກີດ ແຂວງບໍລິຄໍາໄຊ, ເມືອງຕະໂອ້ຍ ແຂວງສາລະວັນ ແລະ ເມືອງດາກຈຶງ ແຂວງເຊກອງ) ເຂົ້າຮ່ວມ 100 ກວ່າທ່ານ.

ໃນພິທີເປີດ, ທ່ານ ອຸທິດ ທິບມະນີ ໄດ້ກ່າວວ່າ: ການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນມີຄວາມສຳຄັນຫຼາຍ ໃນການຍົກລະດັບ ສ້າງຄວາມເຂົ້າໃຈວິທີການສອນ ແລະ ຮູ້ວິທີການກະກຽມບົດສອນ ທີ່ໄດ້ແນະນໍາໃນປຶ້ມຄູ່ມືຄູສະບັບປັບປຸງໃໝ່, ຮູ້ນໍາໃຊ້ປຶ້ມຄູ່ມືຄູ ແລະ ເຕັກນິກການສອນ 15 ວິທີ ເພື່ອສົ່ງເສີມການຮຽນຂອງນັກຮຽນໃຫ້ດີຂຶ້ນ, ສ້າງຄວາມເຂັ້ມແຂງດ້ານຄວາມສາມາດໃນການນຳພາການສິດສອນຂອງຄູ. ນອກຈາກນີ້, ທ່ານ ຍັງໄດ້ເນັ້ນໜັກໃຫ້ສໍາມະນາກອນເອົາໃຈໃສ່ສຶກສາເອົາວິທີສິດສອນແບບໃໝ່ທີ່ເອົານັກຮຽນເປັນໃຈກາງ, ບັນດາແຫຼ່ງຄວາມຮູ້ໃໝ່ໆ ເພື່ອພັດທະນາໂຕເອງໃຫ້ມີຄຸນນະພາບ ແລະ ນຳໃຊ້ປຶ້ມຄູ່ມືຄູສະບັບປັບປຸງໃໝ່ໃຫ້ມີຄວາມຊຳນານງານ ກ່ອນຈະໄປຈັດຕັ້ງປະຕິບັດໃນການສິດສອນ ພ້ອມທັງຮຽກຮ້ອງໃຫ້ນຳໃຊ້ຄວາມຮູ້ໃນການຝຶກອົບຮົມຄັ້ງນີ້ ໄປຜັນຂະຫຍາຍໃຫ້ເກີດດອກອອກຜົນສູງທີ່ສຸດ.

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຮ່ວມກັບກົມກ່ຽວຂ້ອງ ແລະ ວິຊາການຈາກພາກສ່ວນຕ່າງໆ ໄດ້ຮຽບຮຽງເນື້ອໃນປຶ້ມຄູ່ມືຄູ ຂັ້ນ ມ.4 (ພາສາລາວ, ຄະນິດສາດ, ວິທະຍາສາດທໍາມະຊາດ, ພາສາອັງກິດ)  ແລະ ມ.7 (ພາສາລາວ, ຄະນິດສາດ, ຟີຊິກສາດ, ຊີວະວິທະຍາ, ເຄມີສາດ, ພາສາອັງກິດ) ສະບັບທົດລອງສໍາເລັດເປັນພື້ນຖານ ເພື່ອຮັບປະກັນຄວາມຖືກຕ້ອທາງດ້ານເນື້ອໃນ ແລະ ວິທີການສອນແບບຕ່າງໆໃຫ້ມີຄວາມເໝາະສົມກັບນັກຮຽນ ແລະ ທ້ອງຖິ່ນ. ສະນັ້ນ, ມີຄວາມຈໍາເປັນຕ້ອງໄດ້ຝຶກອົບ ຫຼື ແນະນໍາຄູສອນ ນໍາໃຊ້ທົດລອງສອນຕົວຈິງໃນໂຮງຮຽນທັງໃນຕົວເມືອງ, ຊົນນະບົດ ແລະ ເຂດຫ່າງໄກສອກຫຼີກຢ່າງໜ້ອຍໜຶ່ງສົກຮຽນ ກ່ອນຈະນໍາໃຊ້ເອກະພາບທົ່ວປະເທດ.

​ກອງ​ປະ​ຊຸມ​ຝຶກອົບຮົມຄັ້ງນີ້, ມີເປົ້າໝາຍ​ເພີ່ມ​ຄວາມ​ຮູ້ ແລະ ທັກ​ສະການສອນທີ່ເນັ້ນຜູ້ຮຽນເປັນໃຈກາງໃຫ້​​ຄູສອນມາຈາກໂຮງຮຽນທົດລອງ ຈໍານວນ 12 ເມືອງ, 8 ແຂວງຂອງໂຄງການ EESDP ມີທັງໝົດ 60 ແຫ່ງ  ເພື່ອຄວາມສະດວກໃນການຈັດຮຽນການສອນ ແລະ ກິດຈະກໍາ ໂດຍໄດ້ແຍກເປັນ 2 ສູນ ຄື: ສູນທີ 1 ທີ່ວິທະຍາໄລຄູ ແຂວງຫຼວງພະບາງ ໃນອາທິດຜ່ານມາ. ສຳລັບສູນວິທະຍາໄລຄູບ້ານເກີນ ມີ 4 ແຂວງ (ວຽງຈັນ, ບໍລິຄໍາໄຊ, ສາລະວັນ, ເຊກອງ)ລວມຜູ້ເຂົ້າຮ່ວມທີ່ເປັນຄູສອນ ຂັ້ນ ມ.4 ແລະ ມ.7 ຈໍານວນ 194 ຄົນ (ບໍ່ນັບຄູຝຶກ) ຊຶ່ງຜູ້ເຂົ້າຮ່ວມຈະເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການ​ນຳ​ໃຊ້​ຍຸດ​ທະ​ສາດ​ການ​ສອນ​ຕ່າງໆ (15 ວິທີ) ເພື່ອ​ໃຫ້​ເຂົາ​ເຈົ້າ​ຫັນປ່ຽນ​ໄປ​ສູ່​​ຮູບ​ແບບ​ເອົາ​ຜູ້​ຮຽນ​ເປັນ​ໃຈ​ກາງ ເພື່ອໃຫ້ເຂົ້າໃຈແນວຄວາມຄິດ ພ້ອມທັງສະໜັບສະໜູນ ແລະ ເສີມສ້າງການຈັດຕັ້ງປະຕິບັດຍຸດທະສາດການສອນໃໝ່ທີ່ໄດ້ແນະນໍາໃນປຶ້ມຄູ່ມືຄູ​ໃໝ່.

ສຳລັບເປົ້າໝາຍໂດຍທົ່ວໄປ ແມ່ນເພື່ອຝຶກອົບຮົມນໍາໃຊ້ປຶ້ມຄູ່ມືຄູ, ວິທີການຮຽນຮູ້ຜ່ານແຫຼ່ງຂໍ້ມູນ, ເວັບໄຊsetlearning.online, ເສີມສ້າງຄວາມຮູ້ ແລະ ຄວາມສາມາດຂອງຄູປະຈໍາການ ເພື່ອຫັນປ່ຽນຈາກການສອນແບບດັ້ງເດີມໄປສູ່ການ​ນຳ​ໃຊ້​ຮູບ​ແບບ​ເອົາ​ຜູ້​ຮຽນ​ເປັນ​ໃຈ​ກາງ, ນໍາໃຊ້ຍຸດທະສາດການສອນຕ່າງໆ ເພື່ອໃຫ້ມີສ່ວນຮ່ວມຂອງນັກຮຽນຫຼາຍຂຶ້ນ ແລະ ການພັດທະນາທັກສະທາງ​ສະ​ຕິ​ປັນ​ຍາຂອງນັກຮຽນ ເພື່ອຄວາມພ້ອມຂອງຊີວິດ, ການຮຽນຮູ້ສິ່ງໃໝ່ຢ່າງມີຫົວຄິດປະດິດສ້າງ, ມີລັກສະນະວິທະຍາສາດ, ທັນສະໄໝ ເພື່ອເຊື້ອມໂຍງໂລກແຫ່ງການສຶກສາໃນ ສະຕະວັດທີ 21, ໂລກຂອງທຸລະກິດ ຫຼື ໂລກຂອງການເຮັດວຽກ, ​ຄູສອນຈະໄດ້ຝຶກປະຕິບັດຕົວຈິງ ແລະ ຮັບການຊ່ວຍເລືອຈາກຄູຝຶກກ່ຽວກັບວິທີການສອນ ຫຼື ຍຸດທະສາດການສອນໃຫ້ໄດ້ຢ່າງຄ່ອງແຄ້ວ ແລະ ມີຄວາມຊໍານິຊໍານານຍິ່ງຂຶ້ນ.

ໃນຕອນທ້າຍກອງປະຊຸມ, ຄູສອນຈະເຂົ້າໃຈຢ່າງຈະແຈ້ງກ່ຽວກັບວິທີການທີ່ເອົາຜູ້ຮຽນເປັນສູນກາງ ແລະ ວິທີການຈັດຕັ້ງປະຕິບັດໃນຫ້ອງຮຽນດ້ວຍການນໍາໃຊ້ປຶ້ມຄູ່ມືຄູໃໝ່ (ສະບັບທົດລອງ). ກອງປະຊຸມຄັ້ງນີ້, ຈະດໍາເນີນໄປເປັນເວລາ 5 ວັນ ລະຫວ່າງວັນທີ 27 ພະຈິກ ຫາ 1 ທັນວາ 2023.

ໂດຍ ດາວຫວຽດ

 

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ