Skip to main content

ການນຳພັກ-ລັດ ແລະ ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ຮ່ວມໃສ່ບາດສືບສານປະເພນີພະທາດຫຼວງວຽງຈັນ ປະຈຳປີ 2023

27/11/2023

ພິທີໃສ່ບາດຖວາຍສັງຄະທານແດ່ພະສົງ-ສາມະເນນ, ໄຫວ້ພະຮັບສິນ, ຟັງທຳມະເທດສະໜາ ແລະ ຢາດນໍ້າຕາມຮີດຄອງປະເພນີ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ ໃນໂອກາດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2023 (ໃນມື້ຂຶ້ນ 15 ເດືອນ 12 ພສ 2566) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 27 ພະຈິກ 2023 ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມມີ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫຼ່ງ ສປປ ລາວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍການນໍາພັກ-ລັດ ແລະ ມວນຊົນທັງພາຍໃນ ແລະ ຕ່າງປະເທດຢ່າງຫຼວງຫຼາຍ.


ການໃສ່ບາດໃນງານບຸນປະເພນີນະມັດສະການພະທາດຫຼວງປີນີ້ ໄດ້ປະຕິບັດຄືດັ່ງທຸກປີທີ່ເຄີຍປະຕິບັດຜ່ານມາ ຊຶ່ງມີການຕັກບາດຖວາຍສັງຄະທານແດ່ພະພິຂຸສົງ-ສາມະເນນແລ້ວຍັງໄດ້ມີພິທີອື່ນໆຕາມຮີດຄອງປະເພນີຊາດລາວ. ພ້ອມນັ້ນ, ປີນີ້ເຫັນວ່າມວນຊົນຈາກທຸກທົ່ວສາລະທິດຕ່າງກໍມີຈິດໃຈໃສສັດທາ, ຫຼັ່ງໄຫຼມາຮ່ວມງານຢ່າງຫຼວງຫຼາຍໄດ້ພ້ອມກັນໃສ່ບາດ, ຢາດນ້ຳ, ຮັບພອນແລະຟັງທຳມະເທສະໜາເພື່ອອຸທິດບຸນກຸສົນໃຫ້ບັນພະບູລຸດແລະເຈົ້າກຳນາຍເວນຕາມຄວາມເຊື່ອຖືຂອງຊາວພຸດທີ່ສືບທອດກັນມາແຕ່ດົນນານ. ໃນນັ້ນ, ຍັງເປັນການຮັກສາແລະເສີມຂະຫຍາຍວັດທະນະທຳຮີດຄອງປະເພນີທີ່ສືບທອດກັນມາ ແລະ ເພື່ອຄວາມເປັນສິຣິມຸງຄຸນໃຫ້ແກ່ຊີວິດແລະຄອບຄົວ.

ໃນພິທີ, ທ່ານ ທອງລຸນ ສີສຸລິດ ກໍໄດ້ໃຫ້ກຽດໄຕ້ທຽນບູຊາ ແລະ ລັ່ນຄ້ອງ 3 ບາດເພື່ອເປັນສິລິມຸງຄຸນ. ໃນຕອນບ່າຍວັນດຽວກັນນີ້, ກໍໄດ້ມີພິທີແຫ່ລູກຄີ ແລະ ແຂ່ງຂັນກິລາພື້ນບ້ານຕີຄີລະຫວ່າງທີມການນຳພັກ-ລັດກັບທີມປະຊາຊົນ ແລະ ໃນຕອນຄໍ່າຈະມີພິທີວຽນທຽນ ແລະ ຈູດທູບທຽນ, ບັ້ງໄຟສັກກະລະບູຊາອົງພະທາດ ແລະ ອື່ນໆ ຕາມຮີດຄອງປະເພນີລາວ.

ພາບ-ຂ່າວ: ໜັງສືພິມປະຊາຊົນ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ