ຫຼາຍພາກສ່ວນຮ່ວມມືຊຸກຍູ້ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນຫາດປາງ ເມືອງປາກອູ
28/11/2023

ກະຊວງສຶກສາທິການ ແລະ ກິລາ ຕາງໜ້າໂດຍກົມສາມັນສຶກສາ, ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ຮ່ວມກັບ ອົງການເພື່ອຄວາມສາມັກຄີສໍາລັບປະຊາຊົນຜູ້ດ້ອຍໂອກາດໃນອາຊີ ແລະ ສະຫະພັນແຮງງານຕໍ່າແຜ່ນຕັດຫຍິບ, ເຄມີ, ອາຫານ, ການຄ້າ, ການບໍລິການ ແລະ ແຮງງານທົ່ວໄປຂອງປະເທດຍີ່ປຸ່ນ ໄດ້ຮ່ວມກັນຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນຫາດປາງ ເມືອງປາກອູ ແຂວງຫຼວງພະບາງ ເພື່ອຊຸກຍູ້ສົ່ງເສີມ ແລະ ກໍ່ສ້າງພື້ນຖານໂຄງລ່າງວຽກງານໃນຂະແໜງການສຶກສາ ແລະ ກິລາ ເຮັດໃຫ້ນ້ອງນັກຮຽນໄດ້ມີບ່ອນຮຽນທີ່ດີຂຶ້ນກວ່າເກົ່າ.
ພິທີເຊັນສັນຍາດັ່ງກ່າວ ໄດ້ຈັດຂຶ້ນເມື່ອວັນທີ 24 ພະຈິກ 2023 ທີ່ຮ້ານອາຫານຕໍານັກລາວ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດລົງນາມເຊັນສັນຍາລະຫວ່າງ ທ່ານ ນາງ ຄຳປະເສີດ ກິຕິຍະວົງ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ວົງເພັດ ອຸດົມລິດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ, ທ່ານ ຊາກາຕະ ໂກຕະ ຮອງປະທານສະຫະພັນ UA Zensen ໃນນາມຜູ້ໃຫ້ທຶນ ແລະ ທ່ານ ຢາມາຊາກິ ຕະກະ-ອາກິ ຫົວໜ້າຫ້ອງການ CSA ປະຈຳປະເທດຍີ່ປຸ່ນ, ມີທ່ານ ພູວັນ ວົງສຸທິ ຮອງຫົວໜ້າກົມຮ່ວມມືກັບປະເທດ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາພະແນກ, ຂະແໜງການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ສຳລັບໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນຫາດປາງ ເມືອງປາດອູ ແຂວງຫຼວງພະບາງ ຊຶ່ງກິດຈະກຳຫຼັກຂອງໂຄງການ ປະກອບມີ ການປຸກສ້າງໂຮງຮຽນຊັ້ນປະຖົມ 1 ຫຼັງ ມີ 5 ຫ້ອງຮຽນ ແລະ 1 ຫ້ອງການ; ຫ້ອງນໍ້າ 1 ຫຼັງ ມີ 3 ຫ້ອງທຳມະດາ ແລະ 1 ຫ້ອງສໍາລັບຄົນພິການ ແລະ ຕິດຕັ້ງ ລະບົບໄຟຟ້າໃນອາຄານຮຽນ ແລະ ລະບົບລະບາຍນໍ້າ ລວມມີມູນຄ່າໂຄງການທັງໝົດ 131.157,85 ໂດລາສະຫະລັດ, ມີໄລຍະປະຕິບັດໂຄງການ ນັບແຕ່ມື້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນ ເຖິງເດືອນ ທັນວາ 2024 ໂດຍແມ່ນ ບໍລິສັດອິນທອນ ກໍ່ສ້າງ ເປັນຜູ້ຮັບເໝົາກໍ່ສ້າງ.
ຂ່າວໂດຍ: ບົວລະພາ ອິນສີມະນີ
ຂ່າວທີ່ກ່ຽວຂ້ອງ