ເບ ສະຫວັນ ຄວ້າແຊ໋ມ ຟຸດຊໍ ລາວລີກ 2023 ແນ່ນອນແລ້ວ ເຖິງຈະເຫຼືອອີກ 1 ນັດກໍຕາມ
ສະໂມສອນ ຟຸດຊໍ ເບ ສະຫວັນ ເອັບຊີ ໄດ້ຍົກຂັນແຊ໋ມການແຂ່ງຂັນກິລາ ຟຸດຊໍ ລາວລີກ ປະຈຳປີ 2023 ເປັນທີ່ແນ່ນອນແລ້ວ ຫຼັງສະເໝີ ສະໂມສອນ ເໜືອ-ໃຕ້ ໄປແບບສຸດເດືອດ 2-2 ແບ່ງກັນໄປທີມລະ 1 ຄະແນນ ສົ່ງຜົນໃຫ້ ເບ ສະຫວັນ ເກັບເພີ່ມເປັນ 28 ຄະແນນ ຈາກການລົງສະໜາມ 10 ນັດ ສ່ວນ ເໜືອ-ໃຕ້ ຍັງຈັ້ງຢູ່ອັນດັບທີ 3 ຂອງຕາຕະລາງ ຈາກການລົງສະໜາມ 10 ນັດ ຊະນະ 6 ນັດ, ສະເໝີ 2 ນັດ ແລະ ເສຍ 2 ນັດ ມີ 20 ຄະແນນ.
ການແຂ່ງຂັນ ຟຸດຊໍ ລາວລີກ 2023 ໄດ້ສືບຕໍ່ດຳເນີນແຂ່ງຂັນລະຫວ່າງວັນທີ 11-12 ພະຈິກ 2023 ທີ່ສະໜາມກິລາຟຸດຊໍ ສູນຝຶກກິລາບານເຕະແຫ່ງຊາດ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ...








