ຄະນະນັກກິລາກະຕໍ້ທີມຊາດລາວ ອອກເດີນທາງ ເຂົ້າຮ່ວມແຂ່ງຂັນ 2 ລາຍການໃຫຍ່ ທີ່ ສປ ຈີນ ຢ່າງເປັນທາງການ
ຄະນະນັກກິລາກະຕໍ້ທີມຊາດລາວ ຈຳນວນ 16 ຄົນ ອອກເດີນທາງຢ່າງເປັນທາງການແລ້ວ ດ້ວຍສາຍການບິນລາວແອລາຍ ເຂົ້າຮ່ວມການແຂ່ງຂັນກິລາກະຕໍ້ນານາຊາດ ຊີງແຊ໋ມອາຊຽນ 2023 ຫຼື “ASEAN Cup International Sepaktakraw Invitational Tournament 2023” ແລະ ການແຂ່ງຂັນກິລາກະຕໍ້ ເຊື່ອມສາຍສຳພັນທະໄມຕີ ປະເທດລຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ 2023 ຫຼື “China Sepak Takraw open of Lancang-Mekong Cooperation 2023” ທີ່ ສປ ຈີນ ເປັນເຈົ້າພາບ ໃນລະຫວ່າງວັນທີ 17-27 ພະຈິກ 2023.
ໃນຕອນເຊົ້າວັນທີ 17 ພະຈິກ 2023 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ, ຄະນະນັກກິລາກະຕໍ້ທີມຊາດລາວ ...








