Skip to main content

ຫຼາຍພາກສ່ວນຂຶ້ນກັບ ສສກ ເຊື່ອມຊຶມຜົນກອງປະຊຸມຄົບຄະນະກາງສະໄໝ ຄະນະບໍລິຫານງານສູນກາງພັກ ສະໄໝ XI

15/11/2023

ພະນັກງານ-ສະມາຊິກພັກຈາກ 6 ພາກສ່ວນ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ (ສສກ) ປະກອບມີ ກົມອາຊີວະສຶກສາ, ສະຖາບັນພັດທະນາອາຊີວະສຶກສາ ຫຼື ສພອ, ວິທະຍາໄລເຕັກນິກສັບພະວິຊາ, ວິທະຍາໄລເຕັກນິກປາກປ່າສັກ, ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ແລະ ວິທະຍາໄລເຕັກນິກ ກະສິກຳ ດົງຄຳຊ້າງ ຈຳນວນ 250 ສະຫາຍ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກ ສະໄໝ XI.

ກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນກອງປະຊຸມດັ່ງກ່າວ, ໄດ້ມີຂຶ້ນເມື່ອວັນທີ 10 ພະຈິກ ຜ່ານມາ ທີ່ສະໂມສອນ ວິທະຍາໄລເຕັກນິກສັບພະວິຊາ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ຮສ.ປອ ບຸນເສັງ ຄຳມຸນຕີ ຄະນະພັກກະຊວງ, ເລຂາຄະນະພັກຮາກຖານ, ຜູ້ອຳນວຍການ ສະຖາບັນພັດທະນາອາຊີວະສຶກສາ, ສະຫາຍ ວິໄລພອນ ພົມມະຫາໄຊ ເລຂາຄະນະພັກຮາກຖານ, ຜູ້ອຳນວຍການ ວິທະຍາໄລ ເຕັກນິກສັບພະວິຊາ, ສະຫາຍ ສາຍຄຳ ພັນທະວົງ ຮອງຫົວໜ້າກົມອາຊີວະສຶກສາ, ສະຫາຍ ປອ ສາຍສະໝອນ ງາມສີ ເລຂາຄະນະພັກຮາກຖານ, ຜູ້ອຳນວຍການ ວິທະຍາໄລ ເຕັກນິກປາກປ່າສັກ, ສະຫາຍ ຈິດຕະກອນ ສີຊານົນ ເລຂາໜ່ວຍພັກ, ຜູ້ອຳນວຍການ ວິທະຍາໄລ ເຕັກນິກກະສິກຳ ດົງຄຳຊ້າງ, ສະຫາຍ ສຸລິຍາ ປ່າໄຊ ປະທານກວດກາຄະນະພັກຮາກຖານ, ຮອງຜູ້ອໍານວຍການ ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ພ້ອມດ້ວຍບັນດາຮອງຜູ້ອຳນວຍການຈາກ 6 ພາກສ່ວນ, ບັນດາຄະນະພັກຮາກຖານ/ຄະນະໜ່ວຍພາກຮາກຖານ, ສະມາຊິກພັກສົມບູນ/ສຳຮອງ ຕະຫຼອດຮອດພະນັກງານ, ຄູອາຈານ ຈາກ 6 ພາກສ່ວນດັ່ງກ່າວຢ່າງພ້ອມພຽງ.

ໂອກາດນີ້, ສະຫາຍ ຮສ.ປອ ບຸນເສັງ ຄຳມຸນຕີ  ໄດ້ກ່າວເປີດກອງປະຊຸມເປັນທາງການ ພ້ອມທັງຜ່ານເອກະສານສຳຄັນ ກ່ຽວກັບຄຳສັ່ງແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 434/ຄລສພ, ລົງວັນທີ 18 ກັນຍາ 2023 ວ່າດ້ວຍການເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສໍາເລັດກອງປະຊຸມຄົບສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ພ້ອມທັງມີການຜ່ານມະຕິກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI, ລົງວັນທີ 18 ສິງຫາ 2023 ຫຼັງຈາກນັ້ນ ບັນດາສະມາຊິກພັກທີ່ຮ່ວມກອງປະຊຸມ ຍັງຮັບຟັງການຕີລາຄາກ່ຽວກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ໃນໄລຍະຜ່ານມາ, ຮັບຟັງບົດລາຍງານກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດກາງສະໄໝ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ XI (2021-2025) ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025, ຮັບຟັງການຜ່ານບົດສໍາຫຼວດການນໍາພາລວມ ໄລຍະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຮັບຟັງມະຕິຂອງຄະນະບໍລິຫານງານສູນກງພັກ ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ ສູ່ລ່ວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ: ເລິກເຊິງ ແລະ ຮອບດ້ານໃນການນໍາພາຂອງພັກ ສະໄໝທີ XI ສະບັບເລກທີ 05/ຄບສພ, ລົງວັນທີ 5 ກັນຍາ 2023. ຫຼັງຈາກນັ້ນ, ຍັງໄດ້ຮັບຟັງແຜນດໍາເນີນງານ ສະບັບເລກທີ 432/ຄລສພ, ລົງວັນທີ 8 ກັນຍາ 2023 ເພື່ອຜັນຂະຫຍາຍມະຕິ ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລ່ວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງ ແລະ ຮອບດ້ານໃນການນໍຳພາຂອງພັກ ແລະ ໄດ້ຮັບຟັງວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 78 ປີອີກດ້ວຍ.

ໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ