Skip to main content

ມຊ ຈັດງານບຸນວິທະຍາສາດ ສະຫຼອງວັນສ້າງຕັ້ງ ຄົບຮອບ 27 ປີ

15/11/2023

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານບຸນວິທະຍາສາດ, ສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 27 ປີ ໃນວັນທີ 10 ພະຈິກ 2023  ທີ່ສະໂມສອນຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ. ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ມີທ່ານ ຮສ.ປອ ອຸດົມ ພອນຄຳເພັງ ອະທິການບໍດີ ມະຫາວິທະຍາໄລແຫ່ຊາດ, ພ້ອມດ້ວຍອະທິການບໍດີ ມະຫາວິທະຍາໄລ ຊົນເຜົ່າກວາງຊີ ສປ ຈີນ, ອະທິການບໍດີ ມະຫາວິທະຍາໄລ ມະຫິດົນ ຣາຊະອານາຈັກໄທ, ຕະຫຼອດຮອດບັນດາພະນັກງານການນຳ, ຄູອາຈານ, ນັກຄົ້ນຄວ້າ ແລະ ນັກສຶກສາເຂົ້າຮ່ວມ ທັງແບບເຊິ່ງໜ້າ ແລະ ອອນລາຍ.

ໃນພິທີ, ທ່ານ ຮສ.ປອ ອຸດົມ ພອນຄໍາເພັງ ໄດ້ລາຍງານກ່ຽວກັບສະພາບລວມຂອງການພັດທະນາ ມຊ ວ່າ: ໃນໄລຍະຜ່ານມາ ສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ ທັງໃນເວທີລະດັບຊາດ ແລະ ສາກົນ ໂດຍສະເພາະແມ່ນໄດ້ຮ່ວມມື ແລະ ຍາດແຍ່ງໄດ້ຫຼາຍແຫຼ່ງທຶນໃນການຄົ້ນຄວ້າ, ໄດ້ສົ່ງບົດຄົ້ນຄວ້າລົງວາລະສານລະດັບສາກົນເປັນຈຳນວນຫຼວງຫຼາຍ, ໄດ້ຈັດກອງປະຊຸມລະດັບຊາດ ແລະ ລະດັບສາກົນໄດ້ຫຼາຍຄັ້ງ.​ ນອກຈາກນີ້, ມຊ ໄດ້ຈັດກອງປະຊຸມການນໍາລະດັບສູງພົບປະນັກຄົ້ນຄວ້າ; ໄດ້ຈັດໂຄງການ ແລະ ເປີດກອງປະຊຸມຮ່ວມກັບຄະນະຈັດຕັ້ງສູນກາງພັກ, ສະພາແຫ່ງຊາດ, ກະຊວງທີ່ກ່ຽວຂ້ອງ ແລະ ຢູ່ທ້ອງຖິ່ນຕ່າງໆ ເພື່ອຄົ້ນຄວ້າ ແລະ ຫາວິທີແກ້ໄຂ 2 ວາລະແຫ່ງຊາດ; ສົ່ງນັກວິທະຍາສາດໄປຊ່ວຍພັດທະນາຊຸມຊົນ ແລະ ແກ້ໄຂບັນຫາສິ່ງແວດລ້ອມໃຫ້ຫຼາຍພາກສ່ວນ; ສາມາດຍາດແຍ່ງທຶນຄົ້ນຄວ້າວິທະຍາສາດຈາກກອງທຶນຕ່າງໄດ້ຫຼາຍສົມຄວນ ໂດຍສະເພາະກອງທຶນປົກປັກຮັກສາສິ່ງແວດລ້ອມ ຈາກກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ 18 ບົດ ແລະ ທຶນຮ່ວມແຂ່ງຂັນຈາກໂຄງການ SSHEP ໄດ້ 22 ບົດ ແລະ  ນັກສຶກສາ ມຊ ສາມາດຍາດໄດ້ຫຼາຍຜົນສຳເລັດໃນການແຂ່ງຂັນລະດັບສາກົນ ເຊັ່ນ: ການແຂ່ງຂັນແຜນທຸລະກິດ 6 ປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ນັກສຶກສາ ມຊ ສາມາດຍາດໄດ້ລາງວັນຊະນະເລີດຕະຫຼອດມາຫຼາຍຄັ້ງ, ສາມາດຍາດໄດ້ລາງວັນຊະນະເລີດໃນການແຂ່ງຂັນເວົ້າພາສາຈີນລະດັບສາກົນ. ແຕ່ເຖິງຢ່າງໃດກໍຕາມ, ມຊ ຍັງພົບບັນຫາ ແລະ ສິ່ງທ້າທາຍຫຼາຍດ້ານ ເຊັ້ນ: ການປັບປຸງຫຼັກສູດໃຫ້ແທດເໝາະກັບຄວາມຕ້ອງການຂອງສັງຄົມ, ປັບປຸງຫຼັກສູດໃຫ້ແທດເໝາະກັບການຄົ້ນຄວ້າວິທະຍາສາດ ແລະ ການບໍລິການສັງຄົມ; ງົບປະມານ, ຈໍານວນພະນັກງານ, ຄຸອາຈານທີ່ຫຼຸດລົງ ແລະ ອື່ນໆ.

ໂອກາດນີ້,  ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການພັດທະນາ ມຊ ໃນໄລຍະ 27 ປີ ທີ່ຍາດໄດ້ຜົນສໍາເລັດໃນຫຼາຍໆດ້ານ ພ້ອມທັງໃຫ້ເອົາໃຈໃສ່ປັບປຸງຫຼັກສູດໃຫ້ແທດເໝາະກັບທ່າອ່ຽງຂອງສາກົນ, ທ່າອ່ຽງຄວາມກ້າວໜ້າຂອງຍຸກສະໄໝ ແລະ ທ່າອ່ຽງຄວາມຕ້ອງການຂອງຊາດ ແລະ ສັງຄົມ, ຕ້ອງປັບປຸງຫຼັກສູດໃຫ້ແທດເໝາະກັບການຄົ້ນຄວ້າວິທະຍາສາດ ແລະ ການບໍລິການສັງຄົມ ເພື່ອເຮັດໃຫ້ການຄົ້ນຄວ້າວິທະຍາສາດ ສາມາດດໍາເນີນໄປໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

ໃນພິທີ, ຍັງໄດ້ຮັບຟັງການສະຫຼຸບວຽກງານການຄົ້ນຄວ້າທີ່ຜ່ານມາ ແລະ ແຜນຍຸດທະສາດການຄົ້ນຄວ້າວິທະຍາສາດຂອງ ມຊ, ໄດ້ຮັບຟັງການບັນຍາຍ ຫົວຂໍ້ພິເສດ 1: “ສະພາບການຈັດຕັ້ງປະຕິບັດແຜນການ ແລະ ຍຸດທະສາດການແກ້ໄຂບັນຫາເສດຖະກິດ-ສັງຄົມໃນປັດຈຸບັນ, ຟັງການບັນຍາຍ ຫົວຂໍ້ພິເສດ 2 “ Role of Mahidol University for SDGs” ຟັງການບັນຍາຍ ໃນຫົວຂໍ້ພິເສດ 3 “ເຕັກໂນໂລຊີ ແລະ ດິຈິຕອນ ກໍາລັງມາແຮງ ປີ 2023”.

ໃນຕອນທ້າຍ, ຄະນະປະທານ ແລະ ແຂກເຂົ້າຮ່ວມປະຊຸມ ໄດ້ຮ່ວມເປີດພິທີງານວາງສະແດງຜົນງານການຄົ້ນຄວ້າວິທະຍາສາດ ແລະ ວິຊາການ ເພື່ອສະເຫຼີມສະຫຼອງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 27 ປີ ພ້ອມທັງຊົມການວາງສະແດງ ຫົວຄິດປະດິດສ້າງ, ສີໄມ້ລາຍມືຈາກຄະນະຕ່າງໆ ເຊັ່ນ: ຄະນະກະເສດສາດ, ຄະນະວິທະຍາສາດປ່າໄມ້, ຄະນະ ສະຖາປັດຕະຍະກຳສາດ ແລະ ຄະນະອື່ນໆນຳອີກ.

ໂດຍ ພັດສອນ

 

ຂ່າວທີ່ກ່ຽວຂ້ອງ



ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ

ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ

ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026

ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026

ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026

ເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ

ກວຮ ຮ່ວມກັບ 3 ພາກສ່ວນ ຫາລືນະໂຍບາຍ ແລະ ເພີ່ມທະວີການພັດທະນາການສຶກສາກ່ອນໄວຮຽນ

ຄະນະຜູ້ແທນ ສສກ ເຂົ້າຮ່ວມກອງປະຊຸມການພັດທະນາວຽກງານອາຊີວະສຶກສາໂລກ ປະຈຳປີ 2026 ທີ່ສປ ຈີນ