Skip to main content

ເປີດໂຄງການອົບຮົມຄູລາວ 1 ພັນຄົນ ພາຍໃຕ້ທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ

15/11/2023

ພິທີເປີດຊຸດຝຶກອົບຮົມຄູ ແລະ ຜູ້ບໍລິຫານໂຮງຮຽນ ທີ່ຢູ່ຊົນນະບົດຫ່າງໄກສອກຫຼີກໃນຂອບເຂດທົ່ວປະເທດ ຈໍານວນ 1.000 ຄົນ ຢູ່ ສປປ ລາວ ພາຍໃຕ້ທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ໄດ້ຈັດຂຶ້ນ ເມື່ອວັນທີ 13 ພະຈິກ ຜ່ານມາ ທີ່ສະຖາບັນຜູ້ບໍລິຫານການສຶກສາ (ຫຼັກ 8) ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນະຄອຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ຈ້າວ ເວີນຢູ ທີ່ປຶກສາດ້ານເສດຖະກິດ-ການຄ້າ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ນາງ ກູ້ ສຽວຈິ່ງ ເລຂາຄະນະພັກ ຮອງຫົວໜ້າບັນນາທິການ ບໍລິສັດ ສໍານັກພິມຈໍາໜ່າຍດ້ານການສຶກສາ ນະຄອນຊຽງໄຮ້ ຈໍາກັດ ແລະ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຫົວໜ້າຫ້ອງການ ຄະນະກໍາມະການຮ່ວມມື ລາວ-ຈີນ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ,​ ຄູອາຈານ, ນັກສໍາມະນາກອນ ແລະ ພະນັກງານທີ່ກ່ຽວຂ້ອງຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ປອ ສຸລິອຸດົງ ສູນດາລາ ກ່າວວ່າ: ໃນນາມຕາງໜ້າລັດຖະບານ ສປປ ລາວ ກໍຄື ກະຊວງ ສສກ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈເປັນຢ່າງສູງຕໍ່ລັດຖະບານ ແລະ ປະຊາຊົນ ສປ ຈີນ ທີີ່ໄດ້ໃຫ້ການສະໜັບສະໜູນໃນການຈັດຕັ້ງປະຕິບັດໂຄງການດັັ່ງກ່າວ ຊຶ່ງເຫັນໄດ້ວ່າ ເປັນໂຄງການທີີ່ເປັນຕົວແບບທີີ່ດີໃນການປັບປຸງຄຸນນະພາບການສຶກສາ ໂດຍສະເພາະແມ່ນ ຄຸນນະພາບຂອງຄູສອນ ແລະ ຜູ້ບໍລິຫານການສຶກສາໃນຂັ້ນໂຮງຮຽນ, ເມືອງ, ແຂວງ ແລະ ສະຖານການສຶກສາສ້າງຄູຂອງ ສປປ ລາວ; ເປັນປັດໃຈສໍາຄັນໃນການປະກອບສ່ວນປັບປຸງຄຸນນະພາບການສຶກສາໂດຍລວມຂອງ ສປປ ລາວ ແລະ ມີຄວາມໝາຍຄວາມສໍາຄັນໃນການພັດທະນາຊັບພະຍາກອນມະນຸດ ພ້ອມທັງເປັນການປະກອບສ່ວນຮັດແໜ້ນຄວາມສາມັກຄີ, ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ຕາມທິດ 4 ດີ ຄື: ເປັນເພື່ອນບ້ານທີ່ດີ, ເປັນເພື່ອນມິດທີ່ດີ, ເປັນສະຫາຍທີ່ດີ ແລະ ເປັນຄູ່ຮ່ວມງານທີ່ດີ ເຮັດໃຫ້ການເປັນຄູ່ຮ່ວມສະຕາກໍາສັງຄົມນິຍົມ ລາວ-ຈີນ ຈີນ-ລາວ ໃຫ້ນັບມື້ນັບເຂົ້າສູລວງເລິກ ແລະ ເປັນຮູບປະທໍາຍິ່ງຂຶ້ນ ຕາມການຊີ້ນຳຂອງການນຳສູງສຸດຂອງສອງປະເທດ ຄື: ປະທານປະເທດ ທອງລຸນ ສີສຸລິດ ແລະ ທ່ານ ສີ ຈິນຜິງ ປະທານປະເທດ ສປ ຈີນ.

 

ທ່ານ ຮອງລັດຖະມົນຕີ ສສກ ກ່າວອີກວ່າ: ຕາມຂອບວຽກຂອງໂຄງການນີ້ ຄູ ແລະ ຜູ້ບໍລິຫານໂຮງຮຽນຂອງ ສປປ ລາວ ຈະໄດ້ເຂົ້າຮ່ວມຝຶກອົບຮົມຢູ່ ສປ ຈີນ ຈໍານວນ 2.000 ເທື່ອຄົນ ແລະ ຈະໄດ້ເຂົ້າຮ່ວມຝຶກອົບຮົມຢູ່ພາຍໃນ ສປປ ລາວ ຈໍານວນ 1.000 ເທື່ອຄົນ. ຂ້າພະເຈົ້າໄດ້ຮັບຊາບຈາກເພື່ອນຮ່ວມງານວ່າ ການຝຶກອົບຮົມ 3 ຊຸດຜ່ານມາຢູ່ ຊຽງໄຮ ສປ ຈີນ ແມ່ນມີຜົນສຳເລັດດີສົມຄວນ.

ສໍາລັບການເປີດຊຸດຝຶກອົບຮົມໃນເທື່ອນີ້, ແມ່ນເປັນການຈັດຝຶກອົບຮົມສໍາລັບຄູ ຈໍານວນ 1.000 ຄົນ ຢູ່ ສປປ ລາວ ມື້ນີ້ໄດ້ຈັດຢູ່ສະບັນພັດທະນາການບໍລິຫານການສຶກສາແຫ່ງນີ້ເປັນຊຸດທໍາອິດ ແລະ ຈະສືບຕໍ່ປະຕິບັດໄປຈົນສໍາເລັດຕາມແຜນທີ່ວາງໄວ້ ຊຶ່ງໂຄງການດັ່ງກ່າວ ແມ່ນຈະນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ການກໍ່ສ້າງຊັບພະຍາກອນມະນຸດຂອງ ສປປ ລາວ ໃຫ້ມີຄຸນນະພາບໃນຕໍ່ໜ້າ. ເຖິງຢ່າງໃດກໍດີ, ຂໍຮຽກຮ້ອງໃຫ້ຄະນະຮັບຜິດຊອບການຈັດຕັ້ງປະຕິບັດໂຄງການຂອງກະຊວງ ສສກ ເອົາໃຈໃສ່ເພີ່ມຄວາມເປັນເຈົ້າການ ແລະ ຮັບຜິດຊອບໃນການເຮັດວຽກ ແລະ ປະສານງານຢ່າງໃກ້ຊິດກັບຝ່າຍຈີນ ໂດຍສົມທົບກັບຫ້ອງການຄະນະກໍາມະການຮ່ວມມື ລາວ-ຈີນ ກະຊວງແຜນການ ແລະ ການລົງທຶນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການສາມາດບັນລຸໄດ້ຕາມແຜນການທີີ່ວາງໄວ້ທຸກປະການ ພິເສດ ຂໍຮຽກຮ້ອງໃຫ້ສຳມະນາກອນ ຈົ່ງໄດ້ຕັ້ງໃຈເຂົ້າຮ່ວມການຝຶກອົບຮົມ ແລະ ນຳເອົາຄວາມຮູ້ໄປຈັດຕັ້ງປະຕິບັດໃຫ້ເກີດປະໂຫຍດສູງສຸດໃຫ້ແກ່ຊາດ.

ໂດຍ ສົງການ ພັນແພງດີ

 

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ