Skip to main content

ສສກ ຮັບຮອງມາດຕະຖານການສອນຊັ້ນປະຖົມສຶກສາ ສະບັບປັບປຸງ

15/11/2023

ພາຍຫຼັງການປະຕິຮູບຫຼັກສູດການຮຽນການສອນຊັ້ນປະຖົມສຶກສາ ແລະ ການທົບທວນປັບປຸງຫຼັກສູດຊັ້ນປະຖົມສຶກສາສຳເລັດນັບແຕ່ຂັ້ນ ປ.1-ປ.5, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ປັບປຸງມາດຕະຖານການສອນຊັ້ນປະຖົມສຶກສາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນ ສາຫະລັດອາເມຣິການ (USAID) ໂດຍຜ່ານແຜນງານບີຄວາ.

ອີງຕາມການລາຍງານຂອງແຜນງານບີຄວາ ເມື່ອວັນທີ 15 ພະຈິກ 2023 ໃຫ້ຮູ້ວ່າ: ມາດຕະຖານການສອນຊັ້ນປະຖົມສຶກສາ ໄດ້ຮັບການອະນຸມັດໂດຍຄະນະລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ເມື່ອວັນທີ 3 ພະຈິກ ຜ່ານມາ ຊຶ່ງປັດຈຸບັນ ກົມ​ສ້າງ​ຄູ ກຳລັງ​ກະກຽມວາງ​ແຜນ​ຈັດ​ກອງ​ປະຊຸມເຜີຍແຜ່ມາດຕະຖານດັ່ງກ່າວ​ ໂດຍຄາດວ່າ ຈະຈັດຂຶ້ນໃນເດືອນມັງກອນ 2024  ແລະ ຈະມີຄະນະນຳຂັ້ນ​ສູງ​ຈາກ​ບັນດາ​ກົມ​ກ່ຽວຂ້ອງ​ຂອງ​ກະຊວງ​ສຶກສາ​ທິການ ແລະ ກິລາ ​ພ້ອມດ້ວຍຜູ້ຕາງໜ້າຂັ້ນແຂວງ ​ເພື່ອ​ເຜີຍແຜ່ ແລະ ປຶກສາ​ຫາລື​ກ່ຽວ​ກັບ​ການ​ເຜີຍ​ແຜ່ ​ແລະ ການຈັດຕັ້ງປະຕິບັດ​ມາດ​ຕະຖານດັ່ງກ່າວ.

ມາດຕະຖານການສອນຊັ້ນປະຖົມສຶກສາ ໄດ້ກໍານົດພື້ນຖານທີ່ຊັດເຈນຂອງຄວາມຄາດຫວັງສໍາລັບການປະຕິບັດການພັດທະນາວິຊາຊີບ ແລະ ການສອນຂອງຄູສອນຊັ້ນປະຖົມສຶກສາ. ການປະຕິບັດທີ່ດີທີ່ສຸດຂອງສາກົນຊີ້ໃຫ້ເຫັນວ່າ ຄູສອນຊັ້ນປະຖົມຕ້ອງການມາດຕະຖານການສິດສອນທີ່ຊັດເຈນ ທີ່ເຊື່ອມຕໍ່ໂດຍກົງກັບຫຼັກສູດທີ່ເຂົາເຈົ້າຈະສອນ. ມາດຕະຖານສະບັບປັບປຸງນີ້, ແມ່ນມີຄວາມເຊື່ອມໂຍງກັນລະຫວ່າງຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ແລະ ຄວາມຮູ້ ທັກສະ ແລະ ຄຸນຄ່າທີ່ຄູຕ້ອງການ ເພື່ອສອນຫຼັກສູດສະບັບນີ້ໃຫ້ແກ່ນັກຮຽນທຸກຄົນໄດ້ຢ່າງມີປະສິດທິພາບ.

ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງ ສສກ ໄດ້ກ່າວວ່າ: “ດ້ວຍຫຼັກສູດປະຖົມສຶກສາ ສະບັບປຸງໃໝ່ທີ່ມີຢູ່, ປັດຈຸບັນ ໄດ້ມີການສຸມໃສ່ການສະໜັບສະໜູນນະໂຍບາຍ ແລະ ລະບົບການສ້າງຄວາມເຂັ້ມແຂງສໍາລັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ. ການປັບປຸງມາດຕະຖານການສອນຊັ້ນປະຖົມສຶກສາ ແມ່ນນໍາພາໂດຍກົມສ້າງຄູ ໂດຍໄດ້ຮັບການສະໜັບສະໜູນດ້ານວິຊາການຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID ຜ່ານແຜນງານບີຄວາ. ແຜນງານນີ້, ແມ່ນເປັນແບບຢ່າງທີ່ດີຂອງການຮ່ວມມືລະຫວ່າງບັນດາກົມທີ່ກ່ຽວຂ້ອງຂອງ ສສກ. ຄະນະປະຕິບັດງານດ້ານວິຊາການມາດຕະຖານການສອນຊັ້ນປະຖົມສຶກສາ ທີ່ໄດ້ສ້າງຕັ້ງຂຶ້ນໃນປີ 2022 ແມ່ນລວມມີຜູ້ຕາງໜ້າຈາກ ກົມສ້າງຄູ, ກົມສາມັນສຶກສາ, ກົມປະກັນຄຸນະພາບການສຶກສາ, ກົມຈັດຕັ້ງ ແລະ ພະນັກງານ ແລະ ວິທະຍາໄລຄູ 8 ແຫ່ງ”.

ມາດຕະຖານການສອນຊັ້ນປະຖົມສຶກສາ ສະບັບປັບປຸງນີ້ ລວມມີ 4 ຂີດຄວາມສາມາດຫຼັກທີ່ຄູສອນຄວນສະແດງໃຫ້ເຫັນໃນສາມລະດັບຄວາມຊຳນານ, ທ່ານ ເກດ ພັນລັກ ໄດ້ກ່າວຕື່ມວ່າ: “ມາດຕະຖານດັ່ງກ່າວ ແມ່ນເຄື່ອງມືຫຼັກໃນການຮັບປະກັນຄຸນນະພາບຂອງລະບົບການສຶກສາຂອງຄູ ແລະ ເພື່ອຮັບປະກັນການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂອງຄູຊັ້ນປະຖົມໃຫ້ມີປະສິດທິພາບ ແລະ ມີຄວາມແທດເໝາະກັບຄູສອນຊັ້ນປະຖົມສຶກສາ”.

ມາດຕະຖານການສອນຊັ້ນປະຖົມສຶກສາ ຈະຖືກນໍາໃຊ້ໃນຫຼາຍດ້ານທີ່ເຊື່ອມຕໍ່ກັບກິດຈະກໍາການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD), ຈະຊ່ວຍໃຫ້ຄໍາແນະນໍາທີ່ຊັດເຈນສໍາລັບຜູ້ທີ່ອອກແບບ ແລະ ສະໜອງການສະໜັບສະໜູນ CPD ສໍາລັບຄູສອນ ເພື່ອໃຫ້ສອດຄ່ອງກັບຄວາມຮູ້, ທັກສະ ແລະ ຄຸນຄ່າທີ່ຄູຕ້ອງການ ເພື່ອປັບປຸງຜົນການຮຽນຂອງນັກຮຽນ. ຄູສອນຈະສາມາດນໍາໃຊ້ມາດຕະຖານດັ່ງກ່າວ ເພື່ອສະໜັບສະໜູນການພັດທະນາວິຊາຊີບຂອງຕົນເອງ ເພາະວ່າເຂົາເຈົ້າມີສ່ວນຮ່ວມໃນການປະເມີນຕົນເອງຢ່າງຕໍ່ເນື່ອງ ແລະ ການກໍານົດເປົ້າໝາຍສໍາລັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂອງເຂົາເຈົ້າ.

ມາດຕະຖານການສອນຊັ້ນປະຖົມສຶກສາ ຍັງຈະເປັນຊັບພະຍາກອນທີ່ສໍາຄັນສໍາລັບການຮັບປະກັນຄຸນນະພາບຂອງຄູທີ່ຮຽນຈົບໃໝ່. ວິທະຍາໄລຄູ ຈະໄດ້ຮັບການຊຸກຍູ້ໃຫ້ນໍາໃຊ້ມາດຕະຖານດັ່ງກ່າວ ເພື່ອປະເມີນການປະຕິບັດຂອງນັກຮຽນຂອງພວກເຂົາ ແລະ ກໍານົດວ່າ ພວກເຂົາເຈົ້າມີລະດັບຄວາມຊຳນານລະບຸໄວ້ໃນມາດຕະຖານໃນເວລາຮຽນຈົບ ແລະ ກາຍເປັນຄູ. ມາດຖະຖານດັ່ງກ່າວ, ຍັງສອດຄ່ອງໃນຂະບວນການປະເມີນອຶ່ນໆອີກ ເຊັ່ນ: ການປະເມີນຜົນການປະຕິບັດໜ້າທີ່ ແລະ ສິ່ງຈູງໃຈຕໍ່ການຂໍຕຳແໜ່ງວິຊາການຄູສອນວິຊາການ.

ໂດຍ ແຜນງານບີຄວາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ