Skip to main content

ສສຊ ເຂດ 9 ສະເໝີໃຫ້ແພດໝໍ ແກ້ໄຂຂອດບໍລິການ-ບົ່ງມະຕິພະຍາດ ຫຼຸດຜ່ອນຫາງສຽງຈາກສັງຄົມ

15/11/2023

ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ສະເໜີໃຫ້ແພດໝໍ ປັບປຸງ ແກ້ໄຂໃນຂອດການບໍລິການ ໃນສະຖານບໍລິການສາທາລະນະສຸກ ເປັນຕົ້ນແມ່ນ ການບໍລິການບໍ່ດີເທົ່າທີ່ຄວນ, ສະຖານບໍລິການບໍ່ສະອາດ, ການວາງຢາ, ການວິເຄາະ, ວິໄຈ ແລະ ການບົ່ງມະຕິບາງພະຍາດ ຍັງມີລັກສະນະບໍ່ຊັດເຈນ ແລະ ບໍ່ແໝ້ນຢຳ ລວມເຖິງຈັນຍາບັນ, ຈັນຍາທຳຂອງແພດໝໍ ເພື່ອຫຼຸດຜ່ອນຫາງສຽງຈາກສັງຄົມ.

ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ຄຳແສນ ສີສະວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ປະກອບຄຳຄິດຄຳເຫັນໃສ່ກົດໝາຍ ວ່າດ້ວຍການປິ່ນປົວ ສະບັບປັງປຸງ ໂດຍລວມແມ່ນເຫັນດີເປັນເອກະພາບ ເພາະກົດໝາຍສະບັບນີ້ ແນໃສ່ເພື່ອແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ແລະ ຕິດພັນກັບການປິ່ນປົວສຸຂະພາບ.

 

ແນວໃດກໍຕາມ, ທ່ານ ຄຳແສນ ສີສະວົງ ໄດ້ກ່າວວ່າ: ໃນໄລຍະຜ່ານ ເຫັນວ່າການປິ່ນປົວ, ຮັກສາສຸຂະພາບຢູ່ໃນສະຖານບໍລິການສາທາລະນະສຸກ ເປັນບັນຫາໜຶ່ງທີ່ສຳຄັນ ແຕ່ຍັງມີຫາງສຽງຈາກສັງຄົມຈົ່ມວ່າ ເປັນຕົ້ນແມ່ນການບໍລິການບໍ່ດີເທົ່າທີ່ຄວນ, ສະຖານບໍລິການບໍ່ສະອາດ, ການວາງຢາ, ການວິເຄາະ, ວິໄຈ ແລະ ການບົ່ງມະຕິບາງພະຍາດ ຍັງມີລັກສະນະບໍ່ຊັດເຈນ ແລະ ບໍ່ແໝ້ນຢຳ ເປັນຕົ້ນໄປກວດສຸຂະພາບຢູ່ໂຮງໝໍໜຶ່ງ ບົ່ງມະຕິພະຍາດວ່າແນວໜຶ່ງ, ໄປກວດອີກໂຮງໝໍໝຶ່ງ ກະບົ່ງມະຕິພະຍາດອີກແນວໜຶ່ງ. ສະນັ້ນ, ເຮັດໃຫ້ຄົນເຈັບ, ຍາດຕິພີນ້ອງ ມີຄວາມສັບສົນ ແລະ ບໍ່ໝັ້ນໃຈທີ່ຈະປິ່ນປົວ ແລະ ຮັກສາຢູ່ໂຮງໝໍພາຍໃນ ຊຶ່ງບາງກໍລະນີ້ແມ່ນໄປຮັກສາ, ປິ່ນປົວຢູ່ປະເທດໃກ້ຄຽງ ຈຶ່ງສະເໝີໃຫ້ພາກສ່ວນກ່ຽວຂ້ອງເລັ່ງແກ້ໄຂບັນຫາດັ່ງກ່າວຢ່າງຮີບດ່ວນ ເພື່ອເຮັດໃຫ້ລະບົບການບໍລິການປິ່ນປົວສຸຂະພາບຢູ່ ສປປ ລາວ ມີຄຸນນະພາບ, ທັນສະໄໝ, ຫຼຸດຜ່ອນຫາງສຽງຂອງສັງຄົມ ລວມເຖິງຈັນຍາບັນ, ຈັນຍາທຳຂອງແພດໝໍ.

ທ່ານ ຄຳແສນ ສີສະວົງ ຍັງໄດ້ແລກປ່ຽນຄຳເຫັນໃສ່ມາດຕາ 17 ໂຮງໝໍເອກະຊົນ ຊຶ່ງແມ່ນສະຖານທີ່ບໍລິການປິ່ນປົວຂອງເອກະຊົນ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ. ເຖິງວ່າກົດໝາຍສະບັບດັ່ງກ່າວ, ຈະລະບຸກ່ຽວກັບຂະໜາດຂອງໂຮງໝໍເອກະຊົນ ເຊັ່ນ: ຂະໜາດໃຫຍ່, ຂະໜາດກາງ, ຂະໜາດນ້ອຍ ແລະ ລະບຸກ່ຽວກັບອຸປະກອນຕ່າງໆ ເປັນຕົ້ນອຸປະກອນການແພດ, ຕຽງນອນ, ຜູ້ປະກອບວິຊາຊີບ ແລະ ໃຫ້ການບໍລິການປິ່ນປົວທົ່ົວໄປ ຫຼື ສະເພາະທາງ ຕາມລະບຽບການແລ້ວກໍຕາມ ແຕ່ຂໍສະເໝີຕື່ມໃຫ້ມີການກຳນົດຈະແຈ້ງຕື່ມ ກ່ຽວກັບຈຳນວນ ເປັນຕົ້ນຄວນມີຕຽງນອນເທົ່າໃດຕຽງ ເພື່ອຮັບປະກັນຄວາມພຽງພໍຂອງຄົນເຈັບທີ່ມາໃຊ້ບໍລິການຢູ່ໂຮງໝໍນັັ້ນໆ.

ນອກຈາກນີ້, ສສຊ ຫຼາຍທ່ານ ຍັງໄດ້ສະເໜີໃຫ້ຕັດບາງເນື້ອໃນ, ເພີ່ມຄຳອະທິບາຍໃສ່ບາງໝວດ, ບາງພາກ ແລະ ບາງມາດຕາ ເປັນຕົ້ນແມ່ນ ມາດຕາ 31 ການວາງຢາ, ມາດຕາ 54 ຄ່າທຳນຽມ, ຄ່າບໍລິການ ແລະ ຄ່າປິ່ນປົວ, ມາດຕາ 32 ການຈ່າຍຢາ, ມາດຕາ 40 ຈັນຍາບັນຂອງຜູ້ປະກອບວິຊາຊີບ, ມາດຕາ 27 ການກວດພະຍາດ ແລະ ອື່ນໆ.

ຂໍ້ມູນ-ພາບ: ຂປລ

ຮຽບຮຽງ: ດາຫວຽດ

 

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ