ຄະນະພັກຮາກຖານ ສກຂ ສະຫວັນນະເຂດ ເຊື່ອມຊຶມເອກະສານສຳຄັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
ກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍເອກະສານສຳຄັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ມີຂຶ້ນໃນວັນທີ 1 ພະຈິກ 2023 ຢູ່ສະໂມສອນໂຮງຮຽນ ສາມັນກິນນອນຊົນສະຫວັນນະເຂດ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ສຸກສົມພອນ ອະໂນໄທ ກໍາມະການພັກເເຂວງ, ເລຂາຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ສະຫວັນນະເຂດ, ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມສະມາຊິກພັກສົມບູນ ແລະ ສຳຮອງເຂົ້າຮ່ວມທັງໝົດ109 ສະຫາຍ, ຍິງ 44 ສະຫາຍ.
ໃນກອງປະຊຸມ, ສະຫາຍ ປອ ສຸກສົມພອນ ອະໂນໄທ ກໍາມະການພັກເເຂວງ, ເລຂາຄະນະພັກຮາກຖານ ພະແນກສຶກສາທິການ ແລະ ກິລາແຂວງ ແລະ ສະຫາຍ ປທ ພິມມະສອນ ວໍລະຍຸດ ຮອງເລຂາຄະນະພັກຮາກຖານ ພະແນກສຶກສາທິການ ແລະ ກິລາແຂວງ...








