Skip to main content

ຄະນະພັກຮາກຖານ ສກຂ ສະຫວັນນະເຂດ ເຊື່ອມຊຶມເອກະສານສຳຄັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

06/11/2023

ກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍເອກະສານສຳຄັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ມີຂຶ້ນໃນວັນທີ 1 ພະຈິກ 2023 ຢູ່ສະໂມສອນໂຮງຮຽນ ສາມັນກິນນອນຊົນສະຫວັນນະເຂດ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ສຸກສົມພອນ ອະໂນໄທ ກໍາມະການພັກເເຂວງ, ເລຂາຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ສະຫວັນນະເຂດ, ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມສະມາຊິກພັກສົມບູນ ແລະ ສຳຮອງເຂົ້າຮ່ວມທັງໝົດ109 ສະຫາຍ, ຍິງ 44 ສະຫາຍ.
ໃນກອງປະຊຸມ, ສະຫາຍ ປອ ສຸກສົມພອນ ອະໂນໄທ ກໍາມະການພັກເເຂວງ, ເລຂາຄະນະພັກຮາກຖານ ພະແນກສຶກສາທິການ ແລະ ກິລາແຂວງ ແລະ ສະຫາຍ ປທ ພິມມະສອນ ວໍລະຍຸດ ຮອງເລຂາຄະນະພັກຮາກຖານ ພະແນກສຶກສາທິການ ແລະ ກິລາແຂວງ ກໍໄດ້ຜັດປ່ຽນກັນຂຶ້ນເຊື່ອມຊຶມ ແລະ ຜັນຂະຫຍາຍ ເນື້ອໃນເອກະສານທີ່ສໍາຄັນປະກອບມີ 4 ເນື້ອໃນເອກະສານ ເປັນຕົ້ນເເມ່ນ ຄຳສັ່ງແນະນຳຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການເຊື່ມຊຶມ ແລະ ຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກສະໄໝ XI; ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນໃໝ່ສູ່ລວງເລິກສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນຳພາຂອງພັກ ແລະ ເພື່ອຕິລາຄາການຈັດຕັ້ງມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໃນໄລຍະຜ່ານມາ; ເອກະສານບົດລາຍງານກ່ຽວການສະຫຼຸບການຈັດຕັ້ງປະຕິບັດກາງສະໄໝແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ທິດທາງ ແຜນການທ້າຍສະໄໝຮອດປີ 2025.


ທັງນີ້, ກໍເພື່ອເຮັດໃຫ້ຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມສະມາຊິກພັກສົມບູນ ແລະ ສະມາຊິກພັກສຳຮອງ ຕະຫຼອດຮອດພະນັກງານລັດຖະກອນທົ່ວຂະແໜງການສຶກສາ ແລະ ກິລາ ພາຍໃນແຂວງ ໄດ້ເຊື່ອມຊຶມກໍາແໜ້ນ ແລະ ນໍາເອົາຜົນສໍາເລັດຂອງກອງປະຊຸມກາງສະໄໝຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຂອງພັກໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າສູ່ລວງເລິກວຽກງານຕົວຈິງ.

ຂຽນໂດຍ: ຄຳແພງເພັດ ຂັນຕິວົງ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ