Skip to main content

ເຊັນສັນຍາຊ່ວຍເຫຼືອໂຄງການຮຽນອ່ານໄລຍະ ll ປັບປຸງຄຸນນະພາບການອ່ານ ໃຫ້ເດັກນ້ອຍລາວ

06/11/2023

ກົມຮ່ວມມືຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບອົງການຊ່ວຍເຫຼືອເດັກສາກົນ ປະຈຳ ສປປ ລາວ, ອົງການຣູມທູຣີດ ປະຈຳ ສປປ ລາວ ແລະ ອົງການເພື່ອມະນຸດສະທຳ ແລະ ການມີສ່ວນຮ່ວມ ປະຈຳ ສປປ ລາວ ລົງນາມບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການຮຽນອ່ານ ໄລຍະທີ ll ເພື່ອສົ່ງເສີມການສຶກສາຮຽນຮ່ວມ ເວົ້າລວມ, ເວົ້າສະເພາະແນໃສ່ການປັບປຸງທັກສະການອ່ານໃຫ້ເດັກນ້ອຍ ໂດຍສະເພາະເດັກທີ່ບໍ່ເວົ້າພາສາລາວມາແຕ່ກຳເນີດ ແລະ ເດັກພິການ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການຮຽນອ່ານ ໄລຍະທີ ll ໃນຄັ້ງນີ້ ຈັດຂຶ້ນໃນວັນທີ 3 ພະຈິກ 2023 ທີ່ໂຮງແຮມແລນມາກ ຣິເວີໄຊ ລະຫວ່າງ ທ່ານ ຮສ.ປອ ນາງ ສິລິນທອນ ສັກລໍຄໍາ ຫົວໜ້າກົມຮ່ວມມືຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ໜໍ່ຄຳ ສຸພານຸວົງ ຜູ້ອຳນວຍການອົງການຣູມທູຣີດ ປະຈຳ ສປປ ລາວ, ທ່ານ ລຸກ ແອັບ ຫົວໜ້າອົງການຊ່ວຍເຫຼືອເດັກສາກົນ ປະຈຳ ສປປ ລາວ ແລະ ທ່ານ ລີເນຍ ຄາລາເບນ ຕາງໜ້າອົງການເພື່ອມະນຸດສະທຳ ແລະ ການມີສ່ວນຮ່ວມ ປະຈຳ ສປປ ລາວ, ມີທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ມິເຊວ ເອົ້າລໍ ອຸປະທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ ແລະ ທ່ານ ໄມເຄິນ ຣອນນິງ ຜູ້ຕາງໜ້າອົງການຮ່ວມມືສາກົນສະຫະລັດອາເມຣິກາ ຫຼື USAID ປະຈຳ ສປປ ລາວ ພ້ອມດ້ວຍບັນດາຮອງເຈົ້າແຂວງ, ຜູ້ຕາງໜ້າຈາກອົງການສາກົນ, ຄູ່ຮ່ວມພັດທະນາ ພ້ອມດ້ວຍບັນດາຮອງເຈົ້າແຂວງ, ຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ວິຊາການທີ່ກ່ຽວຂ້ອງ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ.


ໃນໂອກາດນີ້, ທ່ານ ປອ ນາງ ສີສຸກ ວົງວິຈິດ ກ່າວວ່າ: ຄວາມເອົາໃຈໃສ່ ແລະ ລົງທຶນໃສ່ການສຶກສາຂອງເດັກ ແມ່ນການສ້າງພື້ນຖານທີ່ໜັກແໜ້ນສຳລັບເຂົາເຈົ້າ ໃຫ້ກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບໃນອະນາຄົດ. ການສະໜອງການສຶກສາທີ່ມີຄຸນນະພາບໃຫ້ແກ່ເດັກແມ່ນການພັດທະນາທຶນດ້ານມະນຸດທີ່ມີຄຸນນະພາບ ແລະ ກຽມຄວາມພ້ອມສຳລັບການພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດໃນອະນາຄົດ. ເມື່ອເຫັນໄດ້ຄວາມສໍາຄັນຄືແນວນັ້ນ, ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສຳຄັນໃນການພັດທະນາການສຶກສາ ແລະ ເອົາການສຶກສາ ເປັນກຸນແຈໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ສະເພາະກະຊວງສຶກສາທິການ ແລະ ກິລາ ຈົນຮອດປັດຈຸບັນນີ້ ກໍຍັງໃຫ້ບຸລິມະສິດແກ່ການພັດທະນາການສຶກສາຂັ້ນພື້ນຖານ ເພື່ອເຮັດໃຫ້ເດັກນ້ອຍລາວ ມີພື້ນຖານເພື່ອການຮຽນຮູ້ ແລະ ພັດທະນາຕົນເອງໃນລະດັບຕໍ່ໄປ ແລະ ເພື່ອການຮຽນຮູ້ຕະຫຼອດຊີວິດ. ໃນໄລຍະຜ່ານມາ ກະຊວງສຶກສາທິການ ແລະ ກິລາ ກໍຍັງໄດ້ເອົາໃຈໃສ່ ໃນການຍົກສູງການເຂົ້າເຖິງການສຶກສາທີ່ມີຄຸນນະພາບໃຫ້ແກ່ເດັກ ໂດຍສະເພາະແມ່ນຜູ້ດ້ອຍໂອກາດ ແລະ ຜູ້ທີ່ຢູ່ຊົນນະບົດຫ່າງໄກສອກຫຼີກ ໂດຍຜ່ານຫຼາຍແຜນງານ ແລະ ໂຄງການ ຊຶ່ງໄດ້ຮັບການສະໜັບສະໜູນທາງດ້ານວິຊາການ ແລະ ງົບປະມານ ຈາກອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ.

ໂຄງການນີ້ ເປັນໂຄງການທີ່ສ້າງຜົນປະໂຫຍດສູງ ໃຫ້ນັກຮຽນໃນເຂດເປົ້າໝາຍຂອງໂຄງການຮຽນອ່ານ ໄລຍະ 2 ໃນຈຳນວນ 4 ແຂວງ ກໍຄື ແຂວງວຽງຈັນ, ຊຽງຂວາງ, ຈຳປາສັກ ແລະ ອັດຕະປື, ຊຶ່ງຈຸດປະສົງຂອງໂຄງການ ແມ່ນເພື່ອສືບຕໍ່ຊຸກຍູ້ສົ່ງເສີມການອ່ານພາສາລາວ ສຳລັບເດັກປົກກະຕິ ແລະ ເດັກພິການ ໃຫ້ຖືກຕ້ອງ ແລະ ເຂົ້າໃຈຄວາມໝາຍຢ່າງເລິກເຊິ່ງ ເພື່ອເປັນພື້ນຖານ ທີ່ຈະໄປຮຽນວິຊາອື່ນ ໂດຍຜ່ານກິດຈະກຳການຝຶກອົບຮົມຄູສອນ, ການພັດທະນາສື່ການຮຽນການສອນ, ປັບປຸງຫຼັກສູດການສິດສອນພາສາລາວສຳລັບເດັກທີ່ບໍ່ເວົ້າພາສາລາວມາແຕ່ກຳເນີດ ຄຽງຄູ່ກັບການສ້າງສະພາບແວດລ້ອມການຮຽນຮ່ວມທີ່ມີປະສິດທິພາບ ແລະ ເໝາະສົມສຳລັບເດັກທຸກຄົນ.

ຂ່າວໂດຍ: ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ