Skip to main content
02/04/2024 | ສຶກສາ

3 ອົງການຈັດຕັ້ງມະຫາຊົນ ອວຍພອນຄະນະພັກຮາກຖານ ສວສ ໂອກາດວັນສ້າງຕັ້ງພັກ ຄົບຮອບ 69 ປີ

3 ອົງການຈັດຕັ້ງມະຫາຊົນ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ອວຍພອນຄະນະພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ  ເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (ວັນທີ 22 ມີນາ 1955-22 ມີນາ 2024) ເມື່ອວັນທີ 22 ມີນາ ຜ່ານມາ ທີ່ຫ້ອງປະຊຸມສະຖາບັນດັ່ງກ່າວ ໂດຍໃຫ້ກຽດນຳພາຂອງສະຫາຍ ສຸກສາຄອນ ສີປະເສີດ ເລຂາໜ່ວຍພັກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ປະທານກຳມະບານຮາກຖານ ສວສ ແລະ ຕາງໜ້າຮັບຂອງສະຫາຍ ຮສ.ປອ ອານຸລົມ ວິໄລພອນ ຄະນະພັກກະຊວງ, ເລຂາຄະນະພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີຄະນະພັກຮາກຖານ, ປະທານກຳມະບານ, ແມ່ຍິງ ແລະ ເລຂາຊາວໜຸ່ມ ພ້ອມດ້ວຍຄະນະ, ຫົວໜ້າ-ຮອງຫົວໜ້າໜ່ວຍ ແລະ ສະມະຊິກ 3 ອົງການຈັດຕັ້ງມະຫາຊົນພາຍໃນ ສວສ ເຂົ້າຮ່ວມ. ໂອກາດນີ້, […]
29/03/2024 | ສຶກສາ

ສສກ ປະກາດແຕ່ງຕັ້ງຮອງຫົວໜ້າກົມການສຶກສາກ່ອນໄວຮຽນຜູ້ໃໝ່

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ປະກາດແຕ່ງຕັ້ງຮອງຫົວໜ້າກົມການສຶກສາກ່ອນໄວຮຽນຜູ້ໃໝ່ ໃນຕອນບ່າຍວັນທີ 29 ມີນາ 2024 ທີ່ຫ້ອງປະຊຸມກະຊວງ ສສກ ເຂດສະໜາມກິລາເຈົ້າອານຸວົງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ສີພາພອນ ມະນີວັນ ຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ວຽງທອງ ພົນທະຈັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະກົມ, ແຂກຖືກເຊີນ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ພະນັກງານທີ່ກ່ຽວຂ້ອງຢ່າງພ້ອມພຽງ. ໃນພິທີ, ທ່ານ ວຽງທອງ ພົນທະຈັກ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 1115/ສສກ, […]
28/03/2024 | ສຶກສາ

ຫ້ອງການກະຊວງ ສສກ ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງການຄົນໃໝ່ ພ້ອມຕີລາຄາວຽກງານຄະນະພັກຮາກຖານ ໄຕມາດທີ I ປີ 2024

ຫ້ອງການ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປະກາດການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານລັດ ປະເພດ III ແລະ ກອງປະຊຸມຄະນະພັກຮາກຖານ ຫ້ອງການກະຊວງ ສສກ ປະຈຳໄຕມາດທີ I ປີ 2024 ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມກະຊວງດັ່ງກ່າວ (ຕຶກ ICT) ໂດຍພາຍໃຕ້ການເປັນປະທານຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ຕາງໜ້າຈາກກົມອ້ອມຂ້າງ ຕະຫຼອດຮອດພະນັງານທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານຂອງຫ້ອງການກະຊວງສຶກສາທິການ ແລະ ກິລາ ໂດຍອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 633/ນຍ, ລົງວັນທີ 18 ພະຈິກ 2021; ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການກະຊວງສຶກສາທິການ ແລະ ກິລາ […]
28/03/2024 | ສຶກສາ

ຄະນະນໍາ ສສກ-ອົດສະຕຣາລີ ຮ່ວມສັງເກດການຮຽນການສອນໃນຫ້ອງຮຽນ ການນໍາໃຊ້ຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່

ຄະນະນຳ ກະຊວງສຶກສາທິການ ແລະ ກິລາ (ສສກ) ນໍາໂດຍທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ລັດຖະບານອົດສະຕຣາລີ ນຳໂດຍທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ລົງຢ້ຽມຢາມໂຮງຮຽນປະຖົມແຫ່ງໜຶ່ງຢູ່ເມືອງຄຳ ແຂວງຊຽງຂວາງ ເພື່ອສັງເກດການສອນຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ສະບັບປັບປຸງໃໝ່ ເມື່ອວັນທີ 22 ມີນາ 2024 ໂດຍໃຫ້ກຽດຮັບຕ້ອນຂອງທ່ານ ບຸນທ່ຽງ ທໍາມະວົງແສງ ຜູ້ອໍານວຍການໂຮງຮຽນ ພ້ອມດ້ວຍຄູອາຈານ ແລະ ນັກຮຽນ, ມີຄະນະນໍາຈາກແຂວງຊຽງຂວາງ, ກະຊວງສຶກສາທິການ ແລະ ກິລາ, ກະຊວງອ້ອມຂ້າງ, ສູນ, ສະຖາບັນ, ພະແນກ, ຕາງໜ້າໂຄງການ, ອົງການຈັດຕັ້ງສາກົນ, ພະນັກງານ, ຄູອາຈານ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, […]
28/03/2024 | ສຶກສາ

ສກຂ ສະຫວັນນະເຂດ ປະຕິບັດໄດ້ 7 ຄາດໝາຍ ຈາກ 15 ຄາດໝາຍທີ່ສະພາແຫ່ງຊາດ ຮັບຮອງ

ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ສະຫວັນນະເຂດ ປະຕິບັດໄດ້ 7 ຄາດໝາຍ ຈາກ 15 ຄາດໝາຍທີ່ສະພາແຫ່ງຊາດຮັບຮອງ ແລະ ຍັງອີກ 8 ຄາດໝາຍທີ່ບໍ່ສາມາດບັນລຸໄດ້ ຍ້ອນມີສິ່ງທ້າທາຍ ແລະ ບັນຫາຫຼາຍຢ່າງ ເປັນຕົ້ນແມ່ນເຂດຊົນນະບົດຍັງຂາດເຂີນຄູສອນອັນເຮັດໃຫ້ມີໂຮງຮຽນຈໍານວນບໍ່ໜ້ອຍຈໍາເປັນຕ້ອງໄດ້ສະໜອງການສອນຫ້ອງຄວບ ໂດຍສະເພາະການສອນຄວບຫ້ອງ ປ.1, ນອກນີ້ ການເຂົ້າຮຽນຂອງເດັກກໍບໍ່ຖືກຕາມເກນອາຍຸ ແລະ ປະກົດການຫຍໍ້ທໍ້ໃນສັງຄົມອື່ນໆອີກ. ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໃຫ້ສຳພາດຕໍ່ທີມງານສື່ມວນຊົນຈາກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ເມື່ອບໍ່ດົນມານີ້ວ່າ: ໃນປີ 2023 ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ສາມາດຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຫຼາຍດ້ານໃນຂະແໜງການສຶກສາ ແລະ ກິລາ ເປັນຕົ້ນແມ່ນສໍາເລັດການເປີດການຮຽນການສອນຊັ້ນມັດທະຍົມຕອນຕົ້ນ (ມ.1) ຢູ່ບ້ານຕະລົວະ, ເຂດຈຸດສຸມຈຽງຕູບ ມີນັກຮຽນຈຳນວນ […]
27/03/2024 | ສຶກສາ

ລາຍງານຜົນການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງໃຫ້ຜູ້ຮຽນພາສາຝຣັ່ງ ແຕ່ຊັ້ນປະຖົມຮອດການສຶກສາຂັ້ນສູງ ແລະ ສົ່ງເສີມການເຂົ້າເຖິງວຽກເຮັດງານທຳ ໃນ ສປປ ລາວ

ກອງປະຊຸມປິດໂຄງການກອງທຶນເພື່ອຄວາມສາມັກຄີສຳລັບໂຄງການທີ່ເປັນນະວັດຕະກຳໃໝ່ 2022-2024 “ສ້າງຄວາມເຂັ້ມແຂງໃຫ້ຜູ້ຮູ້ພາສາຝຣັ່ງ ແຕ່ຊັ້ນປະຖົມສຶກສາ ຈົນຮອດການສຶກສາຂັ້ນສູງ ແລະ ສົ່ງເສີມໃຫ້ຜູ້ຮຽນພາສາຝຣັ່ງໃນການເຂົ້າເຖິງວຽກເຮັດງານທໍາໃນຂົງເຂດເສດຖະກິດຂອງ ສປປ ລາວ” ໄດ້ມີຂຶ້ນໃນຕອນບ່າຍວັນທີ 26 ມີນາ 2024 ທີ່ຫ້ອງປະຊຸມ ຊັ້ນ 2 ໂຮງແຮມວຽງຈັນ ພາຊາ ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສີສະໝຸດ ແສນບຸດຕາລາດ ຮອງຫົວໜ້າຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ນາຕາລີ ບຣາ ຜູ້ຮັບຜິດຊອບວຽກງານວັດທະນະທໍາ ສະຖານທູດຝຣັ່ງ ປະຈໍາ ສປປ ລາວ, ມີ ທ່ານ ນາງ ຄໍາປະເສີດ ກິດຕິຍະວົງ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍແຂກຖືກເຊີນຈາກກົມກ່ຽວຂ້ອງ, ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລ, ຜູ້ຊ່ຽວຊານ ແລະ ໂຮງຮຽນເຂົ້າຮ່ວມຢ່າງພ້ອມພຽງ. ສຳລັບໂຄງການນີ້ ເປັນໂຄງການຮ່ວມມືສອງຝ່າຍ ລະຫວ່າງ […]
25/03/2024 | ສຶກສາ

ສື່ມວນຊົນ ສສກ ເຄື່ອນໄຫວເກັບກຳຂໍ້ມູນ-ເຜີຍແຜ່ຜົນງານພົ້ນເດັ່ນຂະແໜງການສຶກສາ-ກິລາ 3 ແຂວງພາກໃຕ້

ທີມງານສື່ມວນຊົນຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ປະກອບມີ ວາລະສານ ແລະ ໜັງສືພິມ, ວິທະຍຸ ແລະ ໂທລະພາບສຶກສາ-ກິລາ, ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ສຳເລັດການລົງເຄື່ອນໄຫວເກັບກໍາຂໍ້ມູນ (ສຳພາດ) ຜົນງານອັນພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທ້າຍ ແລະ ແຜນວຽກຈຸດສຸມຕໍ່ໜ້າ ໃນຂະແໜງການສຶກສາ ແລະ ກິລາ ຢູ່ 3 ແຂວງພາກໃຕ້ ຄື: ແຂວງຈໍາປາສັກ, ແຂວງສາລະວັນ ແລະ ແຂວງອັດຕະປື ເພື່ອນຳມາໂຄສະນາເຜີຍແຜ່ຜ່ານທາງສື່ມວນຊົນຂອງກະຊວງ ສສກ ແນໃສ່ເຮັດໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານການສຶກສາ-ກິລາຂັ້ນທ້ອງຖິ່ນຫຼາຍຂຶ້ນ. ການລົງເຄື່ອນໄຫວສຳພາດຜົນງານພົ້ນເດັ່ນ 3 ແຂວງພາກໃຕ້ໃນຄັ້ງນີ້, ໄດ້ມີຂຶ້ນໃນລະຫວ່າງວັນທີ 11-20 ມີນາ 2024 ນຳພາທີມງານໂດຍ ທ່ານ ດາວຫວຽດ ສີສົມໄຊ ຮັກສາການຫົວໜ້າຂະແໜງວາລະສານ ແລະ ໜັງສືພິມ, ສູນໂຄສະນາຂ່າວສານການສຶກສາ ແລະ […]
22/03/2024 | ສຶກສາ

ສສງ ມິດຕະພາບ ສາມາດລະດົມທຶນເຂົ້າຫຸ້ນສະມາຊິກເພີ່ມຂຶ້ນ 1 ພັນກວ່າບັນຊີ ເປັນເງິນ 8 ຕື້ກວ່າກີບ ໃນປີ 2023

ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດ ມິດຕະພາບ ຫຼື ສສງ ມິດຕະພາບ ຈັດກອງປະຊຸມໃຫຍ່ ປະຈຳປີ 2023 ເພື່ອສະຫຼຸບລາຍງານຜົນການດຳເນີນງານ ປະຈຳປີ 2023 ແລະ ແຜນການດຳເນີນງານ ປີ 2024 ຊຶ່ງປີຜ່ານມາ ສາມາດລະດົມທຶນເຂົ້າຫຸ້ນຂອງສະມາຊິກເພີ່ມຂຶ້ນລວມທັງໝົດ 1.247 ບັນຊີ ເປັນເງິນ 8 ຕື້ກວ່າກີບ. ກອງປະຊຸມໃຫຍ່ ສະມາຊິກຂອງສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດ ມິດຕະພາບ ປະຈຳປີ 2023 ໄດ້ຈັດຂຶ້ນໃນວັນທີ 16 ມີນາ 2024 ທີ່ສະໂມສອນໃຫຍ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ທອງຈັນ ສຸກສະກຸນ ຮອງຫົວໜ້າພະແນກນະໂຍບາຍ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານ ແຫ່ງ ສປປ ລາວ, ທ່ານ ສົມມິດ ໂສຕາປະເສີດ ປະທານສະພາບໍລິຫານ ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດ […]