08/11/2023 | ສຶກສາ
ມະຫາວິທະຍາໄລ ເສດຖະກິດແຫ່ງຊາດ ສສ ຫວຽດນາມ ແນະນໍາທາງເລືອກໃໝ່ໃຫ້ນັກສຶກສາລາວ
ມະຫາວິທະຍາໄລ ເສດຖະກິດແຫ່ງຊາດ ສສ ຫວຽດນາມ ຢ້ຽມຢາມ ແລະ ແນະນໍາຫຼັກສູດການຮຽນການສອນ ທີ່ໂຮງຮຽນສອງພາສາ ຫງວຽນຢູ, ມະຫາວິທະຍາໄລແຫ່ງຊາດ ແລະ ໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດນາມ ເພື່ອສ້າງສາຍພົວພັນມິດຕະພາບລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ພ້ອມທັງເປັນທາງເລືອກໃຫ້ແກ່ນັກຮຽນ-ນັກສຶກສາ ໄດ້ມີການຕັດສິນໃຈທີ່ສໍາຄັນໃນບາດກ້າວຊີວິດຂອງຕົນເອງ ແລະ ເລືອກສາຍຮຽນທີ່ເໝາະກັບຕົນ. ການແນະນຳດັ່ງກ່າວ, ໄດ້ມີຂຶ້ນໃນລະຫວ່າງວັນທີ 2-3 ພະຈິກ 2023 ທີ່ນະຄອນຫຼວງວຽງຈັນ ນໍາໂດຍ ທ່ານ ຮສ.ປອ ຫງວຽນ ແທ້ງ ຫຽວ ຮອງຜູ້ອໍານວຍການ ມະຫາວິທະຍາໄລ ເສດຖະກິດແຫ່ງຊາດ ສສ ຫວຽດນາມ, ມີຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ກະຊວງແຜນການ ແລະ ການລົງທຶນ, ຫ້ອງການຄະນະກໍາມະການຮ່ວມມືລາວ-ຫວຽດນາມ, ຄະນະຮັບຜິດຊອບທັງ 2 ຝ່າຍ, ພະນັກງານ, ຄູອາຈານ, ນັກຮຽນ […]