Skip to main content
01/11/2023 | ສຶກສາ

ສກຂ ຄຳມ່ວນ ຜ່ານຮ່າງບົດບັນທຶກຄວາມເຂົ້້າໃຈ ໂຄງການສົ່ງເສີມອາຫານທ່ຽງໃນໂຮງຮຽນ

ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຄໍາມ່ວນ ໄດ້ຈັດກອງປະຊຸມຜ່ານຮ່າງບົດບັນທຶກຄວາມເຂົ້້າໃຈ ໂຄງການສົ່ງເສີມອາຫານທ່ຽງໃນໂຮງຮຽນ (ມູນນິທິ WORLDS LINK) ໃນວັນທີ 31 ຕຸລາ 2023 ທີ່ພະແນກດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ມີຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຜູ້ຕາງໜ້າຈາກກົມ, ພະແນກການ ພ້ອມດ້ວຍເມືອງເປົ້າໝາຍຂອງໂຄງການ ແລະ ຜູ້ປະສານງານໂຄງການ Worlds Link ຕະຫຼອດຮອດຂະແໜງການກ່ຽວຂ້ອງຢ່າງພ້ອມພຽງ. ທ່ານ ນາງ ຄໍາສະຫວາງ ຈັນທະໄລ ຕາງໜ້າມູນນິທິ Worlds Link ໄດ້ນໍາສະເໜີຮ່າງບົດບັນທຶກຄວາມເຂົ້້າໃຈຂອງໂຄງການຕໍ່ກອງປະຊຸມວ່າ ໂຄງການດັ່ງກ່າວ ຈະໄດ້ຈັດຕັ້ງປະຕິບັດຢູ່ 2 ເມືອງ ລວມມີ 3 ແຫ່ງ ຄື: ເມືອງທ່າແຂກ ໂຮງຮຽນອະນຸບານ-ປະຖົມເລົ່າງົວ ແລະ ເມືອງໜອງບົກ ໂຮງຮຽນອະນຸບານ-ປະຖົມໜອງຜໍາ ແລະ ໂຮງຮຽນອະນຸບານ-ປະຖົມໂຄກກ່ອງ. […]
01/11/2023 | ສຶກສາ

ມຂ ມອບປະກາສະນີຍະບັດໃຫ້ນັກສຶກສາ ປະລິນຍາຕີ ແລະ ປະລິນຍາໂທ ສົກຮຽນ 2022-2023

ມະຫາວິທະຍາໄລສະຫວັນນະເຂດ (ມຂ) ໄດ້ຈັດພິທີສະຫຼຸບສົກຮຽນ 2022-2023 ແລະ ວາງແຜນການສົກຮຽນ 2023-2024 ພ້ອມມອບປະກາສະນີຍະບັດໃຫ້ນັກສຶກສາຈົບໃໝ່ ເມື່ອວັນທີ 27 ຕຸລາ 2023 ທີ່ມະຫາວິທະຍາໄລດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ສຈ.ປອ ໄຊຍະມັງ ວົງສັກ ປະທານສະພາມະຫາວິທະຍາໄລສະຫວັນນະເຂດ, ທ່ານ ຮສ.ປອ ຄູນ ສັກບົວວົງ ຮັກສາການອະທິການບໍດີມະຫາວິທະຍາໄລສະຫວັນນະ ເຂດ, ທ່ານ ປອ ຄຳແກ້ວ ຫານຊະນະ ຮອງຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຄຳວິໄສ ຜຸຍຍະວົງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍແຂກຖືກເຊີນຈາກຫ້ອງວ່າການປົກຄອງແຂວງ, ພະແນກການອ້ອມຂ້າງແຂວງ, ວິທະຍາໄລທັງພາກລັດ ແລະ ເອກະຊົນ, ອົງການ ແລະ ບໍລິສັດ, ພະນັກງານ, ຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມ. ໃນພິທີ, ທ່ານ ບຸນທົງ […]
31/10/2023 | ສຶກສາ

ວລ ເຕັກນິກ ລາວ-ເຢຍລະມັນ ສະຫຼຸບການຮຽນການສອນ ອາຊີວະສຶກສາແບບຄວບຄູ່ ສົກ 2022-2023

ວິທະຍາໄລ (ວລ) ເຕັກນິກ ລາວ-ເຢຍລະມັນ ໄດ້ຈັດພິທີສະຫຼຸບ ແລະ ມອບ-ຮັບປະກາສະນິຍະບັດໃຫ້ແກ່ນັກສຶກສາ ທີ່ຮຽນໃນຮູບແບບອາຊີວະສຶກສາຄວບຄູ່ (DCT) ສາຂາກົນຈັກໜັກ ແລະ ສາຂາສ້ອມແປງຕົວຖັງ ແລະ ສີລົດຍົນ ພາຍໃຕ້ທຶນສະໜັບສະໜູນຂອງໂຄງການ VEFF ສົກຮຽນ 2022-2023 ເມື່ອວັນທີ 26 ຕຸລາ ຜ່ານມາ ທີ່ວິທະຍາໄລດັ່ງກ່າວ ເຂດບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານ ແລະ ມອບປະກາສະນິຍະບັດຂອງທ່ານ ຄຳສະໄຫວ ຍ່ອມມີລາວົງ ຜູ້ອຳນວຍການ ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ, ມີທ່ານ ໂພໄຊ ບູລົມ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ວາລະດຸນ ອາມາລາທິທາດາ ຜູ້ຊ່ຽວຊານ ຕາງໜ້າໂຄງການ,  ພ້ອມດ້ວຍບັນດາປະທານ, ຜູ້ອຳນວຍການວິທະຍາໄລອ້ອມຂ້າງ ສສກ, ຕາງໜ້າ 5 ບໍລິສັດຄູ່ຮ່ວມງານທີ່ຮ່ວມໂຄງການ, […]
31/10/2023 | ສຶກສາ

ບໍລິສັດ ຊີໂນ-ອາກຣີ ໂປຕາສ ມອບທຶນຊ່ວຍເຫຼືອຄູ ແລະ ນັກຮຽນ ແຂວງເປົ້າໝາຍ 1 ພັນກວ່າຄົນ

ບໍລິສັດ ຊີໂນ-ອາກຣີ ໂປຕາສ ຊຶ່ງເປັນບໍລິສັດໃນເຄືອຂ່າຍຂອງວິສາຫະກິດຈີນ ອາ​ຊີ​-​ໂປ​ຕາສ ສາກົນ ໄດ້ມອບທຶນຊ່ວຍເຫຼືອຄູ ແລະ ນັກຮຽນ-ນັກສຶກສາໃນ 6 ແຂວງເປົ້າໝາຍ (ແຂວງຄໍາມ່ວນ, ສະຫວັນນະເຂດ, ເຊກອງ, ສາລະວັນ, ຈໍາປາສັກ ແລະ ຊຽງຂວາງ) ຈໍາ​ນວນ 1 ພັນກວ່າຄົນ ໃຫ້ແກ່ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ ລວມມູນຄ່າ 700.000 ໂດ​ລາ​ສະ​ຫະ​ລັດ. ເມື່ອວັນ​ທີ 27 ຕຸ­ລາ 2023 ກະ­ຊວງ​ສຶກ­ສາ​ທິ​ການ ແລະ ກິ­ລາ ໄດ້​ຮ່ວມ​ກັບວິສາຫະກິດຈີນ ອາ​ຊີ​-​ໂປ​ຕາສ ສາກົນ ແລະ ບໍ­ລິ­ສັດ​ໃນ​ເຄືອຂ່າຍ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ຈໍາ​ກັດ ໄດ້ຈັດພິ­ທີ​ມອບ-ຮັບ​ທຶນ​ຊ່ວຍ­ເຫຼືອ​ການ​ສຶກ­ສາ ສົກຮຽນ 2023-2024 ໂດຍໃຫ້ກຽດມອບຂອງທ່ານ ອ້າຍ ຢົງຈຸນ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ແລະ ຮັບໂດຍ […]
27/10/2023 | ສຶກສາ

ສສກ ພັດທະນາຂີດຄວາມສາມາດການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃນ ວລ ຄູເປົ້າໝາຍ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມສ້າງຂີດຄວາມສາມາດໃຫ້ແກ່ທີມງານວິຊາການ 3 ວິທະຍາໄລ (ວລ) ຄູເປົ້າໝາຍ ທາງດ້ານທັກສະໃນການໃຫ້ຄໍາປຶກສາ ຂຶ້ນພ້ອມກັນ ເມື່ອບໍ່ດົນມານີ້ ທີ່ວິທະຍາໄລຄູຄັງໄຂ ແຂວງຊຽງຂວາງ, ວິທະຍາໄລຄູສະຫວັນນະເຂດ ແລະ ວິທະຍາໄລຄູຫຼວງນໍ້າທາ. ການຝຶກອົບຮົມແມ່ນສ່ວນໜຶ່ງຂອງກິດຈະກໍາການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສໍາລັບທີມງານວິຊາການໃນ 3 ວິທະຍາໄລຄູເປົ້າໝາຍ ທີ່ຈັດໂດຍກົມການສ້າງຄູ ກະຊວງສຶກສາທິການ ແລະ ກິລາ ແລະ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID ໂດຍຜ່ານແຜນງານບີຄວາ. ລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ໄດ້ສ້າງຕັ້ງຂຶ້ນ ໂດຍການສະໜັບສະໜູນຜ່ານແຜນງານບີຄວາ ເພື່ອຮັບປະກັນການສະໜັບສະໜູນວຽກງານ CPD ຢູ່ໃນໂຮງຮຽນ ແລະ ແທດເໝາະກັບຄວາມຕ້ອງການຂອງຄູໃນ 7 ແຂວງເປົ້າໝາຍ (ຫຼວງນ້ຳທາ, ຜົ້ງສາລີ, ບໍ່ແກ້ວ, ຊຽງຂວາງ, ຫົວພັນ, ສະຫວັນນະເຂດ ແລະ ຄຳມ່ວນ). ລະບົບ CPD ໃນຂັ້ນໂຮງຮຽນນີ້, ວິທະຍາໄລຄູຈະເຮັດວຽກຢ່າງໃກ້ຊິດກັບພະແນກສຶກສາທິການ ແລະ […]
27/10/2023 | ສຶກສາ

ຄະນະຜູ້ແທນລາວ ຮ່ວມປະຊຸມສາກົນ ຄັ້ງທີ 8 ການສຶກສາພົນລະເມືອງໂລກ

ຄະນະຜູ້ແທນລາວ ຊຶ່ງນໍາພາໂດຍທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ເຂົ້າຮ່ວມກອງປະຊຸມສາກົນ ຄັ້ງທີ 8 ກ່ຽວກັບການສຶກສາພົນລະເມືອງໂລກ ຫຼື Global Citizenship Education (GCED) ໃນຫົວຂໍ້ ເປີດການສຶກສາພົນລະເມືອງໂລກ: ການຫັນປ່ຽນການຮຽນຮູ້ເພື່ອສ້າງຄວາມເຂັ້ມແຂງທີ່ສໍາຄັນ (Unpacking GCED: Transformative Learning for Critical Empowerment)  ຈັດຂຶ້ນໃນລະ​ຫວ່າງວັນທີ 18-19 ຕຸລາ 2023 ທີ່ Seoul ສ.ເກົາຫຼີ ແລະ ກອງປະຊຸມວິຊາການຄູ່ຮ່ວມງານການພັດທະນາ ແລະ  ແຊກຊ້ອນການສຶກສາພົນລະເມືອງໂລກເຂົ້າໃນຫຼັກສູດ ໃນວັນທີ 20-21 ຕຸລາ 2003  ໂດຍມີຜູ້ຕິດຕາມ ແລະ ເຂົ້າຮ່ວມຈາກກົມຮ່ວມມືກັບຕ່າງປະເທດ ແລະ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ພ້ອມດ້ວຍບັນດາຜູ້ກຳ​ນົດນະໂຍບາຍການ​ສຶກ​ສາ,​ […]
26/10/2023 | ສຶກສາ

ມະຫາວິທະຍາໄລ 6 ແຫ່ງຈາກຍີ່ປຸ່ນ ເຜີຍແຜ່ຂໍ້ມູນ ແລະ ເງື່ອນໄຂໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ

ຜູ້ຕາງໜ້າມະຫາວິທະຍາໄລທີ່ມີຊື່ສຽງ 6 ແຫ່ງ ຈາກປະເທດຍີ່ປຸ່ນ ໄດ້ພົບປະ ແລະ ເຜີຍແຜ່ຂໍ້ມູນ ແລະ ເງື່ອນໄຂໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2023 ໃນແບບເຊິ່ງໜ້າ ແລະ ອອນລາຍ ໃຫ້ແກ່ພະນັກງານ, ຄູອາຈານ ແລະ ນັກຮຽນ-ນັກສຶກສາລາວ ເພື່ອຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກະກຽມໄປສຶກສາຕໍ່ທີ່ປະເທດດັ່ງກ່າວ. ສະຖາບັນລາວ-ຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ (ມຊ)  ຮ່ວມກັບມະຫາວິທະຍາໄລໂອໄກຢາມາ ໂຄງການເຄືອຂ່າຍການສຶກສາທີ່ປະເທດຍີ່ປຸ່ນໃນພາກພື້ນອາຊຽນ (Study in Japan Regional Office in ASEAN) ໄດ້ຈັດງານພົບປະເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2023 ໃນແບບເຊິ່ງໜ້າ ແລະ ອອນລາຍ ສໍາລັບນັກຮຽນ ຫຼື ຜູ້ທີ່ກໍາລັງຊອກຫາຂໍ້ມູນກະກຽມໄປຮຽນຕໍ່ທີ່ປະເທດຍີ່ປຸ່ນ ໃນວັນທີ 25 ຕຸລາ 2023 ທີ່ສະຖາບັນລາວ-ຍີ່ປຸ່ນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ບົວດໍາ ແສງຄໍາຄຸດລາວົງ ຫົວໜ້າຫ້ອງການ ມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ […]
25/10/2023 | ສຶກສາ

ລາວ-ອຸຍນີເຊບ ສັນລະເສີນຜົນງານຄູ ໂອກາດສະຫຼອງການຮ່ວມມືສອງຝ່າຍ ຄົບຮອບ 50 ປີ

ສປປ ລາວ  ແລະ ອົງການອຸຍນີເຊບ ໄດ້ຈັດພິທີສັນລະເສີນຜົນງານຄູ ເນື່ອງໃນໂອກາດສະເຫຼີມສະຫຼອງການຮ່ວມມືລະຫວ່າງສອງຝ່າຍ ຄົບຮອບ 50 ປີ ເມື່ອວັນທີ 21 ຕຸລາ 2023 ທີ່ສູນການຄ້າ ພາກຊັນ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ດຣ ເພຍ ເຣເບວໂລ ບຣິດໂຕ ຜູ້ຕາງໜ້າ ອົງການອຸຍນິເຊັບ ປະຈໍາ ສປປ ລາວ, ພ້ອມດ້ວຍບັນດາຜູ້ຕາງໜ້າຈາກຄູ່ຮ່ວມພັດທະນາສາກົນ ປະຈໍາ ສປປ ລາວ, ສະຫະພາບເອີຣົບ, USAID, JICA, KOICA ແລະ ພາກສ່ວນທີ່ກ່ຽວຂ້ອງຢ່າງພ້ອມພຽງ. ງານສັບປະດາສິລະປະລາວ ແມ່ນຈັດໂດຍສູນສິລະປະ XYZ ຊຶ່ງລວມມີການວາງສະເເດງວຽກງານສິລະປະຂອງບັນດານັກຮຽນຈາກທົ່ວປະເທດ ໂດຍໄດ້ຮັບການສະໜັບສະໜູນຈາກອົງການອຸຍນິເຊັບ ແລະ ສະຫະພາບເອີຣົບ. ງານໃນຄັ້ງນີ້, ຍັງສະເເດງເຖິງຄໍາໝາຍໝັ້ນຂອງ ສປປ […]