20/10/2023 | ສຶກສາ
ມຊ ສະຫຼຸບຊຸດຮຽນ ຮຸ່ນທີ 23 ສົກ 2022-2023 ພ້ອມເປີດສົກຮຽນໃໝ່ 2023-2024
ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະຫຼຸບຊຸດຮຽນ ຮຸ່ນທີ 23 ປະຈຳສົກຮຽນ 2022-2023 ແລະ ເປີດສົກຮຽນໃໝ່ 2023-2024 ຢ່າງເປັນທາງການ ເມື່ອວັນທີ 19 ຕຸລາ 2023 ທີ່ສະໂມສອນ ມຊ ໂດຍການເປັນປະທານຂອງທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ຮສ.ປອ ອຸດົມ ພອນຄຳເພັງ ອະທິການບໍດີ ມຊ, ພ້ອມດ້ວຍຮອງອະທິການບໍດີ, ຄະນະບໍດີ, ຜູ້ອຳນວຍການສະຖາບັນ, ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ. ໃນພິທີ, ທ່ານ ຮສ.ປອ ອຸດົມ ພອນຄຳເພັງ ກ່າວວ່າ: ມຊ ເປັນສະຖາບັັນການສຶກສາຊັ້ນສູງລະດັບຊາດ ເປັນບ່ອນກໍ່ສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້ຄວາມສາມາດ ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄວາມສີວິໄລທາງດ້ານຈິດໃຈ ຕອບສະໜອງນັກວິຊາການທີ່ມີຄຸນນະພາບໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ, […]