ຮອງລັດຖະມົນຕີ ສສກ ເນັ້ນສື່ມວນຊົນ ຍົກລະດັບທັກສະ ແລະ ປັບຕົວເຂົ້າກັບຍຸກ AI ເພື່ອຄວາມວ່ອງໄວທັນເຫດການ
13/07/2026

ເນື່ອງໃນໂອກາດກະກຽມກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I, ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 13 ກໍລະກົດນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍທ່ານໄດ້ສະແດງຄວາມພາກພູມໃຈ ແລະ ຕີລາຄາສູງຕໍ່ບາດກ້າວໃໝ່ຂອງວົງການສື່ມວນຊົນລາວ.
ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວວ່າ: “ມື້ນີ້ຮູ້ສຶກດີໃຈ ແລະ ປະທັບໃຈຫຼາຍ ເຊິ່ງຖືວ່າເປັນຄັ້ງປະຫວັດສາດທີ່ສື່ມວນຊົນທັງສູນກາງ ແລະ ທ້ອງຖິ່ນ ທັງພາກລັດ ແລະ ເອກະຊົນ ໄດ້ມາເຕົ້າໂຮມກັນ. ກອງປະຊຸມວຽກງານສື່ມວນຊົນ ຄັ້ງທີ I ນີ້ ເປັນນິມິດໝາຍອັນດີ ແລະ ເປັນເຫດການສຳຄັນທາງປະຫວັດສາດ ທີ່ວຽກງານສື່ມວນຊົນໄດ້ຫັນເຂົ້າສູ່ຄວາມເປັນເອກະພາບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສ້າງຄວາມເຂັ້ມແຂງໃນເງື່ອນໄຂໃໝ່. ພາຍໃຕ້ການນຳພາ-ຊີ້ນຳຂອງພັກ ຈະຊ່ວຍໃຫ້ການເຄື່ອນໄຫວຂອງສື່ມວນຊົນກ້າວໄປສູ່ລວງດຽວກັນ, ຮັບໃຊ້ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ.”
ທ່ານຮອງລັດຖະມົນຕີ ສສກ ກ່າວຕື່ມວ່າ: ຕະຫຼອດໄລຍະຜ່ານມາ ສື່ມວນຊົນໄດ້ປະກອບສ່ວນອັນສຳຄັນໃຫ້ແກ່ພັກ-ລັດ ໂດຍເປັນເຄື່ອງມືອັນແຫຼມຄົມໃນການໂຄສະນາເຜີຍແຜ່ວຽກງານຮອບດ້ານ. ສະເພາະຂະແໜງການສຶກສາທິການ ແລະ ກິລາ (ສສກ), ສື່ມວນຊົນໄດ້ມີບົດບາດຢ່າງຫຼວງຫຼາຍ ໃນການນຳເອົາຂໍ້ມູນຂ່າວສານດ້ານການສຶກສາ ລົງເລິກໄປເຖິງສັງຄົມທຸກລະດັບ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ເຮັດໃຫ້ປະຊາຊົນມີຄວາມເຂົ້າໃຈ ຕໍ່ກັບພາລະກິດພັດທະນາການສຶກສາຂອງພວກເຮົາ.
ພ້ອມກັນນີ້, ທ່ານຍັງໄດ້ເນັ້ນໜັກເຖິງການປັບຕົວຂອງສື່ມວນຊົນໃນຍຸກໃໝ່ວ່າ: ກອງປະຊຸມຄັ້ງນີ້ ແມ່ນບາດລ້ຽວອັນສຳຄັນທີ່ຈະເພີ່ມຄວາມເຂັ້ມແຂງ ແລະ ຍົກສູງບົດບາດຂອງສື່ມວນຊົນລາວຂຶ້ນໄປອີກຂັ້ນ. ໃນຍຸກປັດຈຸບັນທີ່ວິທະຍາສາດເຕັກໂນໂລຊີ ແລະ ປັນຍາປະດິດ (AI) ມີການພັດທະນາຢ່າງກ້າວກະໂດດ, ສື່ມວນຊົນຈຳເປັນຕ້ອງໄດ້ປັບຕົວໃຫ້ທັນຍຸກສະໄໝ. ທັກສະທີ່ພວກເຮົາມີໃນປັດຈຸບັນອາດຈະບໍ່ພຽງພໍ ຫຼື ບໍ່ສອດຄ່ອງອີກຕໍ່ໄປ; ສະນັ້ນ, ຜ່ານການເຊື່ອມຊຶມເອກະສານໃນຄັ້ງນີ້ ພວກເຮົາຕ້ອງໄດ້ເປີດກວ້າງ, ຮໍ່າຮຽນເອົາທັກສະໃໝ່ໆ ບໍ່ວ່າຈະເປັນເຕັກນິກການຂຽນຂ່າວ ຫຼື ການນຳໃຊ້ເຕັກໂນໂລຊີ ເພື່ອຮັບປະກັນໃຫ້ສື່ມວນຊົນສາມາດສະໜອງຂໍ້ມູນຂ່າວສານ ທີ່ມີຄວາມໜ້າເຊື່ອຖື, ໄດ້ຮັບຄວາມໄວ້ວາງໃຈ ແລະ ວ່ອງໄວທັນເຫດການ ຢ່າງແທ້ຈິງ.












