Skip to main content

ໂຮງຮຽນ ສະຖາພອນ ສະຫຼຸບຜົນການຮຽນ-ການສອນ ປະຈຳສົກຮຽນ 2025-2026

13/07/2026
ໂຮງຮຽນ ລ້ຽງເດັກ-ອະນຸບານ-ປະຖົມ-ມັດທະຍົມ ສົມບູນ ສະຖາພອນ ໄດ້ຈັດພິທີສະຫຼຸບຜົນການຮຽນ-ການສອນ ແລະ ການເຄື່ອນໄຫວຕ່າງໆ ປະຈຳສົກຮຽນ 2025-2026 ທີ່ໂຮງຮຽນດັ່ງກ່າວ ໃນວັນທີ 11 ກໍລະກົດ 2026 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວາຍຸ ແຫ່ງດາວົງໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ທ່ານ ນາງ ສຸກສະຖາພອນ ສູນທະວົງ ປະທານໂຮງຮຽນ ສະຖາພອນ, ທ່ານ ນາງ ຄຳສິລິພອນ ສູນທະວົງ ຜູ້ອຳນວຍການໂຮງຮຽນ ສະຖາພອນ, ທ່ານ ອາພິເດດ ໄພສະຫວັດ ຜູ້ບໍລິຫານໂຮງຮຽນສະຖາພອນ, ພ້ອມດ້ວຍຕາງໜ້າສະມາຄົມຜູ້ປົກຄອງຊັ້ນອະນຸບານ, ຊັ້ນປະຖົມ ຄະນະຮັບຜິດຊອບຊັ້ນ ອະນຸບານ-ປະຖົມ-ມັດທະຍົມ ໂຮງຮຽນ ສະຖາພອນ ແລະ ສູນພາສາຈີນ ບີ-ຢູ, ຄູອາຈານ, ຜູ້ປົກຄອງ ແລະ ນ້ອງໆນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ, ທ່ານ ນາງ ຄຳສິລິພອນ ສູນທະວົງ ໄດ້ຜ່ານບົດສະຫຼຸບບົດສະຫຼຸບການຮຽນ-ການສອນຂອງຊັ້ນລ້ຽງ, ເດັກອະນຸບານ, ປະຖົມ ແລະ ຊັ້ນມັດທະຍົມ ປະຈຳສົກຮຽນ 2025-2026 ວ່າ: ໄລຍະຜ່ານມາທາງໂຮງຮຽນແມ່ນໄດ້ມີຜົນງານທີ່ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນຜົນງານ ແລະ ຕົວເລກສະຖິຕິທີ່ພົ້ນເດັ່ນໃນສົກຮຽນ 2025-2026 ໂຮງຮຽນມີບຸກຄະລາກອນ ມີຄູສອນ ແລະ ພະນັກງານທັງໝົດ 66 ທ່ານ, ມີນັກຮຽນທັງໝົດ 1,172 ນ້ອງ, ໃນນັ້ນຊັ້ນລ້ຽງເດັກ-ອະນຸບານ 156 ນ້ອງ, ຍິງ 63 ນ້ອງ; ຊັ້ນປະຖົມ 467 ນ້ອງ, ຍິງ 223 ນ້ອງ; ຊັ້ນມັດທະຍົມສົມບູນ549 ນ້ອງ, ຍິງ 265 ນ້ອງ; ຜົນການຮຽນ ແລະ ການເສັງເລື່ອນຊັ້ນ-ຈົບຊັ້ນຂອງຊັ້ນລ້ຽງເດັກ – ອະນຸບານ 3 ສາມາດເສັງເລື່ອນຊັ້ນໄດ້ 100% ຕາມເກນອາຍຸ (ອັດຕາເສັງໄດ້ລວມທຸກຊັ້ນອະນຸບານແມ່ນ 98.47%); ຊັ້ນປະຖົມ ປ.1 ຫາ ປ.4 ສາມາດສອບເສັງເລື່ອນຊັ້ນໄດ້ 100%; ຊັ້ນປະຖົມ ປ.5 ນັກຮຽນເຂົ້າສອບເສັງທັງໝົດ 92 ນ້ອງ, ເສັງໄດ້ສົມບູນ 100%. ໃນນັ້ນ, ມີນັກຮຽນທີ່ເສັງໄດ້ຄະແນນເກັ່ງຮອບດ້ານ ຄະແນນ 8-10 ທຸກວິຊາ ຈຳນວນ 41 ນ້ອງ (ຄິດເປັນ 44.60%); ຜົນງານນັກຮຽນເກັ່ງຂັ້ນເມືອງ ແລະ ນະຄອນຫຼວງ ຊັ້ນ ປ.5 ເສັງຕິດອັນດັບ 1, 2 ແລະ 3 ທົ່ວເມືອງສີສັດຕະນາກ ຈຳນວນ 4 ນ້ອງ, ນາງ ເຂັ້ມເງິນ ສະເຫຼີມສີ ໄດ້ອັນດັບທີ 1, ນາງ ທິບເກສອນ ກຸທຳໄສ ໄດ້ອັນດັບທີ 2, ທ້າວ ສິດອຳນາດ ສິດທິພັນ ແລະ ນາງ ມາລີນ້າ ສິດທິໄຊ ໄດ້ອັນດັບທີ 3; ຊັ້ນ ມ.4 ວິຊາ ຄະນິດສາດ ທ້າວ ວິພາດາ ສີຫາລາດ ອັນດັບ4, ວິຊາ ເຄມີສາດ ນາງ ຟູຣິຈັກ ໂພທິຈັກ ອັນດັບ3, ນາງ ນໍ້າຫວານ ແກ່ນຄໍາພັນ ອັນດັບ5; ຊັ້ນ ມ.7 ວິຊາ ພາສາລາວ ນາງ ທິບເກສອນ ສິລິຈັນທອນ ອັນດັບທີ 2, ນາງ ພຸດສະຫວັນ ພິມມະຈັກ ອັນດັບທີ 5, ວິຊາເຄມີສາດ ທ້າວ ອະຣິຍະ ພັນທະຖາວອນ ອັນດັບທີ 4, ວິຊາ ຟີຊິກສາດ ນາງ ສຸພັດຕາ ສີຫາລາດ ອັນດັບ 3, ນາງ ວາດສະໜາ ກອງເງິນງາມ ອັນດັບທີ 4; ວິຊາຄະນິດສາດ ນາງ ລັດສະດາລິນ ອິນທະວົງ ແລະ ທ້າວ ພອນປະເສິດ ທາລາດ ອັນດັບທີ4.
ສຳລັບວຽກງານກິດຈະກຳນອກຫຼັກສູດ (ສິລະປະ-ກິລາ) ນັກຮຽນອະນຸບານ ແລະ ປະຖົມ ໄດ້ເຂົ້າຮ່ວມການແຂ່ງຂັນສິລະປະຂັ້ນເມືອງ ແລະ ໄດ້ຮັບລາງວັນ ປະເພດຮ້ອງເພງ ຍາດໄດ້ລາງວັນທີ 1, ປະເພດບົດລະຄອນ ຍາດໄດ້ລາງວັນທີ 3, ປະເພດບົດຟ້ອນ ໄດ້ຮັບລາງວັນຊົມເຊີຍ.
ນອກນັ້ນ, ໃນພິທີກໍໄດ້ມີການການມອບໃບຍ້ອງຍໍ ແລະ ໃບຢັ້ງຢືນຈົບຊັ້ນອະນຸບານ, ປະຖົມ ແລະ ມັດທະຍົມ ເພື່ອເປັນການກະຕຸກຊຸກຍູ້ ແລະ ສັນລະເສີນຜົນງານ ໃຫ້ແກ່ຄູອາຈານທີ່ມີຜົນງານດີເດັ່ນໃນການສິດສອນ, ມອບໃບຍ້ອງຍໍໃຫ້ແກ່ນັກຮຽນເກັ່ງ, ນັກຮຽນທີ່ປະຕິບັດຕາມ 5 ຫຼັກມູນການສຶກສາ ແລະ ມອບໃບຢັ້ງຢືນຈົບຊັ້ນອະນຸບານ 3 ແລະ ຊັ້ນປະຖົມ ປ.5 ແລະ ມັດທະຍົມ ມ. ແລະ ມ.7 ອີກດ້ວຍ.
ພາບ-ຂ່າວໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ