Skip to main content

ວິທະຍາໄລເຕັກນິກປາກປ່າສັກ ຮ່ວມກັບ ໂຄງການສ້າງວິຊາຊີບ-ສ້າງອະນາຄົດ SOS Children’s Villages Laos ສຳເລັດການຝຶກອົບຮົມວິຊາຊີບໄລຍະສັ້ນ ຊຸດທີ 1 ສ້າງຊາວໜຸ່ມເຂົ້າສູ່ຕະຫຼາດແຮງງານ

16/07/2026
ໃນການຈັດຕັ້ງປະຕິບັດໂຄງການຝຶກອົບຮົມວິຊາຊີບໄລຍະສັ້ນ (3 ເດືອນ) ຊຸດທີ 1 ເພື່ອສ້າງທັກສະອາຊີບໃຫ້ແກ່ຊາວໜຸ່ມ ສາມາດກ້າວເຂົ້າສູ່ຕະຫຼາດແຮງງານໄດ້ຢ່າງມີຄຸນນະພາບ ເມື່ອບໍ່ດົນມານີ້ ທີ່ວິທະຍາໄລດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໂພໄຊ ບູລົມ ຜູ້ອຳນວຍການ ວິທະຍາໄລເຕັກນິກປາກປ່າສັກ ແລະ ທ່ານ ນາງ ບຸນຍັງ ສິດທິນາຣົງສີ ຫົວໜ້າໂຄງການສ້າງວິຊາຊີບສ້າງອະນາຄົດ ຂອງອົງການ SOS Children’s Villages Laos ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກຝຶກອົບຮົມຢ່າງພ້ອມພຽງ.
ໂຄງການຝຶກອົບຮົມໃນຄັ້ງນີ້ ໄດ້ເນັ້ນການຮຽນ-ການສອນໃນພາກປະຕິບັດເພື່ອໃຫ້ທີຕອບໂຈດຄວາມຕ້ອງການຂອງຕະຫຼາດແຮງງານຕົວຈິງ ໂດຍແບ່ງອອກເປັນ 2 ສາຂາອາຊີບຫຼັກ ຄື: ສາຂາປຸງແຕ່ງອາຫານລາວ ແລະ ສາຂາຕິດຕັ້ງໄຟຟ້າໃນອາຄານ ແລະ ເຄື່ອງເຢັນ ເຊິ່ງໄດ້ດຳເນີນມາຕັ້ງແຕ່ເດືອນມີນາ ຫາ ເດືອນມິຖຸນາ 2026. ໃນນີ້ສາຂາປຸງແຕ່ງອາຫານລາວ ຄະແນນປະເມີນ 5 ຄະແນນເຕັມ ພ້ອມກຽມຍົກລະດັບເປັນວິຊາຫຼັກ ສຳລັບສາຂາປຸງແຕ່ງອາຫານລາວ ມີນັກສຶກສາເຂົ້າຮ່ວມ 9 ນ້ອງ (ຍິງ 7 ນ້ອງ) ໄດ້ຮັບການຝຶກຝົນຜ່ານ 13 ໂມດູນທີ່ເຂັ້ມຂຸ້ນ. ການຮຽນການສອນແມ່ນເນັ້ນຮູບແບບ CBT (Competency-Based Training) ໂດຍໃຫ້ຜູ້ຮຽນລົງມືປະຕິບັດຕົວຈິງ. ສິ່ງທີ່ໜ້າປະທັບໃຈຄື ນັກສຶກສາໄດ້ມີໂອກາດຮັບໃຊ້ງານຈັດລ້ຽງອາຫານວ່າງ ແລະ ອາຫານທ່ຽງໃນກອງປະຊຸມໃຫຍ່ເຖິງ 5 ຄັ້ງ ທີ່ຈັດຢູ່ວິທະຍາໄລເຕັກນິກປາກປ່າສັກ ແລະ ຍັງໄດ້ລົງຝຶກປະຕິບັດເຮັດເບເກີຣີ ຢູ່ສູນການຄ້າວຽງຈັນເຊັນເຕີ້ ອີກດ້ວຍ. ຜ່ານການປະເມີນຈາກຜູ້ຮຽນພົບວ່າ ໄດ້ຮັບຄວາມເພິ່ງພໍໃຈໃນລະດັບ “ດີເລີດ” ຈາກຜົນຕອບຮັບທີ່ດີດັ່ງກ່າວນີ້, ທາງວິທະຍາໄລກຳລັງພິຈາລະນາ ກຽມຍົກລະດັບຫຼັກສູດນີ້ ໃຫ້ກາຍເປັນວິຊາຮຽນຫຼັກໃນໂຄງສ້າງການສອນຂອງວິທະຍາໄລໃນອະນາຄົດ.
ສ່ວນສາຂາຕິດຕັ້ງໄຟຟ້າໃນອາຄານ ແລະ ເຄື່ອງເຢັນ ແມ່ນເນັ້ນປະຕິບັດຈິງ ສ້າງນາຍຊ່າງຍຸກໃໝ່ ໃນຂະນະດຽວກັນ, ສາຂາຕິດຕັ້ງໄຟຟ້າໃນອາຄານ ແລະ ເຄື່ອງເຢັນ ໄດ້ຮັບນັກສຶກສາຊາຍ 5 ນ້ອງ ເຂົ້າຮ່ວມຮຽນໃນ 7 ໂມດູນ ສຳລັບວຽກງານໄຟຟ້າ ແລະ ແອ. ເຖິງແມ່ນວ່າຈະເປັນຫຼັກສູດໄລຍະສັ້ນພຽງ 3 ເດືອນ ແຕ່ນັກສຶກສາທີ່ຈົບຫຼັກສູດທັງ 5 ນ້ອງ ຕ່າງກໍໄດ້ຮັບທັກສະທີ່ສາມາດນຳໄປປະກອບອາຊີບໄດ້ຈິງ. ໂດຍນັກສຶກສາໄດ້ໃຫ້ຄະແນນຄວາມເພິ່ງພໍໃຈໃນລະດັບສູງ (ສະເລ່ຍ 4.74) ໂດຍປະທັບໃຈທີ່ສຸດໃນໂມດູນ “ເຄື່ອງມື ແລະ ການຕໍ່ວົງຈອນ” ແລະ ຮູບແບບການສອນທີ່ເນັ້ນພາກປະຕິບັດ. ຢ່າງໃດກໍຕາມ, ຜູ້ຮຽນໄດ້ສະເໜີໃຫ້ເພີ່ມຊົ່ວໂມງຮຽນພາກປະຕິບັດສຳລັບການສ້ອມແປງເຄື່ອງປັບອາກາດ ໃຫ້ຫຼາຍຂຶ້ນຕື່ມ ເນື່ອງຈາກເປັນວຽກທີ່ລະອຽດອ່ອນ ແລະ ມີຄວາມຊັບຊ້ອນ.
ການຮ່ວມມືລະຫວ່າງສອງພາກສ່ວນໃນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການຊ່ວຍເຫຼືອສັງຄົມ. ຢ່າງໃດກໍຕາມ, ເພື່ອໃຫ້ໂຄງການໃນຊຸດຕໍ່ໄປມີປະສິດທິພາບສູງສຸດ, ທາງຄະນະຮັບຜິດຊອບໄດ້ມີການຖອດຖອນບົດຮຽນ ແລະ ສະເໜີທິດທາງໃນຕໍ່ໜ້າ ດັ່ງນີ້: ຈະເນັ້ນການສຳພາດ ແລະ ເບິ່ງຄວາມມັກ/ຄວາມສະໝັກໃຈຂອງຜູ້ຮຽນເປັນຫຼັກ ເພື່ອຫຼີກລ້ຽງການປະລະການຮຽນກາງຄັນ ແລະ ຮັບປະກັນວ່າທຶນການສຶກສາໄດ້ໄປເຖິງກຸ່ມເປົ້າໝາຍຜູ້ດ້ອຍໂອກາດຢ່າງແທ້ຈິງ; ຈະມີການປັບປຸງປຶ້ມຄູ່ມືການສອນໃຫ້ຄົບຖ້ວນ, ປັບປ່ຽນເວລາໃນບາງພາກປະຕິບັດໃຫ້ເໝາະສົມ (ບໍ່ຟ້າວເກີນໄປ) ແລະ ເພີ່ມກິດຈະກຳທັດສະນະສຶກສາຢູ່ສະຖານປະກອບການຕົວຈິງ; ສະເໜີໃຫ້ໂຄງການພິຈາລະນາສະໜອງທຶນການສຶກສາຢ່າງຕໍ່ເນື່ອງໃນໄລຍະຍາວ ເພື່ອສ້າງໂອກາດໃຫ້ນັກຮຽນຜູ້ດ້ອຍໂອກາດໄດ້ເຂົ້າເຖິງການສຶກສາວິຊາຊີບຢ່າງທົ່ວເຖິງ.
ວິທະຍາໄລເຕັກນິກປາກປ່າສັກ ແລະ SOS Children’s Villages Laos ຍັງຄົງມຸ່ງໝັ້ນທີ່ຈະຈັບມືກັນພັດທະນາຊັບພະຍາກອນມະນຸດຂອງລາວ ໃຫ້ມີສີມືແຮງງານທີ່ໄດ້ມາດຕະຖານ, ສາມາດກຸ້ມຕົນເອງ ແລະ ເປັນກຳລັງສຳຄັນໃນການພັດທະນາປະເທດຊາດຕໍ່ໄປ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ